ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 30 ມີນາ 2024

  

ຣັດເຊຍ-ຈີນ ຊ້ອມຮົບຮ່ວມກັນ ທາງອາກາດ ແລະ ທາງທະເລ
ເວລາອອກຂ່າວ: 2022-05-27 10:57:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 26 | ຄວາມນິຍົມ:



ສໍານັກຂ່າວກຽວໂດລາຍງານ ໃນວັນທີ 26 ພຶດສະພາ ນີ້, ໂດຍ ອ້າງຈາກແຫຼ່ງຂ່າວຂອງກອງ ກໍາລັງປ້ອງກັນຕົນເອງຍີ່ປຸ່ນວ່າ, ຣັດເຊຍ ແລະ ຈີນ ສົ່ງເຮືອບິນຖີ້ມລະເບີດທາງຍຸດທະສາດຈໍານວນ 6 ລໍາ ບິນຊ້ອມຮົບຮ່ວມກັນເໜືອນ່ານຟ້າເຂດໃກ້ຄຽງທະເລຍີ່ປຸ່ນ. ລາຍງານຈາກກະຊວງປ້ອງ ກັນປະເທດຍີ່ປຸ່ນລະບຸວ່າ: ຈີນ ແລະ ຣັດເຊຍໄດ້ປະຕິບັດການ ຊ້ອມຮົບຮ່ວມກັນໂດຍໄດ້ສົ່ງເຮືອ ບິນຖິ້ມລະເບີດບິນຊ້ອມຮົບເຂດ ໃກ້ນ່ານນໍ້າທະເລຍີ່ປຸ່ນ, ທະເລຕາ ເວັນອອກ ແລະ ມະຫະສະໝຸດປາ ຊີຟິກໃນວັນທີ 24 ພຶດສະພາ ທີ່ຜ່ານມາ, ຂະນະທີ່ ທ່ານ ຟູມີໂອະ ນາຍົກລັດຖະມົນຕີຍີ່ປຸ່ນກໍາລັງ ມີການປະຊຸມຮ່ວມກັບຜູ້ນໍາສະ ຫະລັດອາເມຣິກາ, ອົດສະຕຣາລີ ແລະ ອິນເດຍ. ໃນຂະນະນັ້ນ, ກອງກໍາລັງປ້ອງ ກັນຕົນເອງຍີ່ປຸ່ນກໍໄດ້ສົ່ງເຮືອບິນ ຂັບໄລ່ຂຶ້ນເພື່ອບິນລາດຕະເວນ ໃນເຂດນ່ານຟ້າຂອງຕົນ. ການປະຕິບັດການຊ້ອມຮົບ ຮ່ວມກັນຄັ້ງນີ້ຖືເປັນການຊ້ອມ ກັນຄັ້ງທໍາອິດລະຫວ່າງຣັດເຊຍ ແລະ ຈີນ ນັບຕັ້ງແຕ່ເດືອນພຶດ ສະພາປີທີ່ຜ່ານມາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ