ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຕວກກີ ເປີດເຜີຍຍອດນັກທ່ອງທ່ຽວຕ່າງປະເທດ ພາຍໃນເດືອນເມສາເພີ່ມຂຶ້ນຈໍານວນຫຼາຍ
ເວລາອອກຂ່າວ: 2022-05-27 10:56:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 19 | ຄວາມນິຍົມ:



ສໍານັກຂ່າວເອເອັບພີລາຍ ງານໃນວັນທີ 26 ພຶດສະພາ ນີ້ ວ່າ: ກະຊວງວັດທະນາທໍາ ແລະ ທ່ອງທ່ຽວຕວກກີເປີດເຜີຍວ່າ, ຕວກກີມີຍອດນັກເດີນທາງຈາກ ຕ່າງປະເທດເພີ່ມຂຶ້ນຈໍານວນ ຫຼາຍເມື່ອທຽບປີຕໍ່ປີປະມານ 2.57 ລ້ານຄົນພາຍໃນເດືອນເມ ສາທີ່ ຜ່ານມາ, ຂະນະປະເທດດັ່ງ ກ່າວກໍາລັງພະຍາຍາມກັບມາຟື້ນ ຕົວຈາກຜົນກະທົບຂອງການແຜ່ ລະບາດຂອງເຊື້ອໂຄວິດ-19. ກະຊວງດັ່ງກ່າວເປີດເຜີຍວ່າ, ຈໍານວນນັກເດີນທາງຈາກຕ່າງປະເທດທີ່ເດີນທາງເຂົ້າມາຍັງ ຕວກກີໃນໄລຍະ 4 ເດືອນຂອງ ປີ 2022 ເພີ່ມຂຶ້ນລວມຢູ່ທີ່ 7,47 ລ້ານຄົນເມື່ອທຽບໃສ່ໃນ ໄລຍະດຽວກັນຂອງປີຜ່ານມາ. ຕວກກີມີຍອດນັກເດີນທາງຈາກ ຕ່າງປະເທດເຊັ່ນມາຈາກເຢຍລະ ມັນຫຼາຍທີ່ສຸດໃນເດືອນເມສາຢູ່ ທີ່ 395.372 ຄົນ , ຕາມລໍາດັບ ມາດ້ວຍປະເທດບຸນກາລີຢູ່ທີ່ 270.997 ຄົນ ແລະ ຣາຊະນາຈັກ ອັງກິດ ຢູ່ທີ 225.296 ຄົນ. ໂດຍນະຄອນອິດຕັນບູ ເຊິ່ງ ເປັນເມືອງທີ່ມີປະຊາກອນອາ ໄສຢູ່ຫຼາຍທີ່ສຸດ ແລະ ເປັນຈຸດ ໝາຍປາຍທາງສໍາຄັນຂອງນັກ ທ່ອງທ່ຽງທີ່ເດີນທາງເຂົ້າມາຍັງ ປະເທດ ເຊິ່ງສາມາດດຶງດູດ ນັກທ່ອງທ່ຽວຈາກຕ່າງປະເທດ ໄດ້ຫຼາຍເຖິງ 37,9% ຂອງນັກ ທ່ອງທ່ຽວທັງໝົດພາຍໃນປະ ເທດ. ທັງນີ້, ຕວກກີກໍາລັງຢູ່ໃນຂັ້ນ ຕອນການຟື້ນຟູພາກການທ່ອງ ທ່ຽວ ເນື່ອງຈາກຈໍານວນນັກເດີນ ທາງມາທ່ຽວໃນປະເທດເພີ່ມຂຶ້ນ ຢ່າງຕໍ່ເນື່ອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ