ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກົມໃຫຍ່ການເມືອງກອງທັບ ປາຖະກະຖາ 2 ວັນປະຫວັດສາດ
ເວລາອອກຂ່າວ: 2022-05-27 10:38:39 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 422 | ຄວາມນິຍົມ:



ໃນວັນທີ 26 ພຶດສະພາ 2022 ນີ້, ກົມໃຫຍ່ການເມືອງ ກອງທັບ ໄດ້ຈັດຕັ້ງປາຖະກະຖາ 2 ວັນປະຫວັດສາດຄື: ວິລະກໍາ ໂຕນຄຸກຢ່າງມະຫັດສະຈັນຂອງ ທ່ານຜູ້ນຳພັກ ແລະ ແນວລາວ ຮັກຊາດ ຄົບຮອບ62 ປີ(24 ພຶດ ສະພາ 1960-24 ພຶດສະພາ 2022) ແລະ ມູນເຊື້ອການຜ່າ ວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນ ແຂວງ ຊຽງຂວາງ ຄົບຮອບ 63 ປີ (18 ພຶດສະພາ 1959-18 ພຶດສະພາ 2022), ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳ ມະການຄະນະປະຈຳພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ກອງ ພ້ອມດ້ວຍພະ ນັກງານ-ນັກຮົບເຂົ້າ ຮ່ວມ. ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ຍົກໃຫ້ເຫັນປະ ຫວັດມູນເຊື້ອວິລະກໍາແຫ່ງການ ຕໍ່ສູ້ກູ້ຊາດຂອງກອງທັບ ແລະ ປະຊາຊົນບັນດາເຜົ່າທີ່ມິຄວາມ ອົດທົນກ້າຫານ, ເດັດດ່ຽວໜຽວ ແໜ້ນ, ມີໄຫວພິບ, ມີຄວາມສາ ມະຄີເປັນຈິດໜຶ່ງໃຈດຽວ ໂດຍ ພາຍໃຕ້ການນໍາພາ-ຊີ້ນໍາອັນ ສະຫຼາດສ່ອງໃສຂອງບັນດາ ທ່ານຜູ້ນຳຂອງພັກ ແລະ ແນວ ລາວຮັກຊາດ, ພາຍໃຕ້ການນຳ ຂອງພັກປະຊາຊົນປະຕິວັດລາວ. ໃນໄລຍະຜ່ານມາບັນດາວິລະກຳ ໃນພາລະກິດຕໍ່ສູ້ບໍ່ຍອມຈຳນົນ ຕ້ານກັບຈັກກະພັດຜູ້ຮຸກຮານ ຈົນສາມາດຕີເອົາໄຊຊະນະສັດ ຕູນັ້ນໄດ້ເປັນເຫດການອັນສຳຄັນ ຂອງປະຫວັດສາດຂອງພັກ, ຂອງກອງທັບປະຊາຊົນລາວ ເຮົາ, ເຫດການດັ່ງກ່າວໄດ້ກາຍ ເປັນບົດຮຽນອັນລໍ້າຄ່າໃຫ້ແກ່ຂະ ບວນການຕໍ່ສູ້ຂອງກອງທັບເຮົາ ໂດຍສະເພາະແມ່ນວິລະກໍາໂຕນ ຄຸກຢ່າງມະຫັດສະຈັນຂອງບັນ ດາທ່ານຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ທີ່ໄດ້ພະຍາຍາມປຸກລະດົມຂົນຂວາຍສາລະວັດທະຫານທີ່ເຂົ້າມາເວນຍາມ ຄຸກໃຫ້ເກີດມີແນວຄິດຮັກຊາດ, ຕື່ນຕົວເຂົ້າຮ່ວມການປະຕິວັດ ແລະ ເອົາຜູ້ນໍາໂຕນຄຸກໂພນເຄັງ ໂດຍມີການວາງແຜນລະອຽດ ຈຶ່ງສາມາດໂຕນອອກຈາກຄຸກ ໄດ້ສຳເລັດ ແລະ ເດີນທາງໄປສູ່ ເຂດທີ່ໝັ້ນຢ່າງປອດໄພ. ນອກ ນັ້ນ, ການປາຖະກະຖາຄັ້ງນີ້ຍັງ ໄດ້ກ່າວເຖິງວິລະກຳຂອງພະນັກ ງານ-ນັກຮົບ ກອງພັນທີ 2 ຂອງ ຝ່າຍປະເທດລາວ ຜ່າວົງປິດລ້ອມ ຂອງສັດຕູ ຢູ່ທົ່ງໄຫຫີນ ແຂວງ ຊຽງຂວາງ ໂດຍພາຍໃຕ້ການນໍາ ພາ-ຊີ້ນຳຂອງພັກເດັດຂາດຕໍ່ ສູ້ບໍ່ຍອມຈຳນົນຜ່າວົງປິດລ້ອມ ຂອງສັດຕູ ແລະ ສຸດທ້າຍກອງ ພັນທີ 2 ພ້ອມດ້ວຍ 91 ຄອບຄົວ ໄດ້ຜ່າວົງປິດລ້ອມຂອງສັດຕູໄປ ສູ່ເຂດທີ່ໝັ້ນດ້ວຍຄວາມປອດໄພ. ຈຸດປະສົງການປາຖະກະຖາ ຄັ້ງນີ້ ກໍເພື່ອເປັນການສຶກສາອົບ ຮົມການເມືອງ-ແນວຄິດໃຫ້ພະ ນັກງານ, ສະມາຊິກພັກ-ນັກຮົບ ໃນກົມກອງຮັບຮູ້ເຊື່ອມຊຶມກໍາ ແໜ້ນຢ່າງເລິກເຊິ່ງກ່ຽວກັບຄຸນ ສົມບັດສິນທໍາປະຕິວັດ, ຄຸນງາມ ຄວາມດີ ແລະ ມູນເຊື້ອທີ່ດີງາມ ຂອງພັກ ແລະ ພະນັກງານ-ນັກ ຮົບກອງພັນທີ 2 ເພື່ອພ້ອມກັນ ສຶກສາຮໍ່າຮຽນ ແລະ ເອົາເປັນ ແບບຢ່າງທີ່ດີໃນການເຝິກຝົນຫໍ່ຼ ຫຼອມຕົນເອງໃຫ້ມີຄວາມເຂັ້ມ ແຂງທາງດ້ານແນວຄິດຄຸນສົມ ບັດສິດທຳປະຕິວັດແນໃສສ້າງ ກົມກອງໃຫ້ມີຄວາມເຂັ້ມແຂງ ຢ່າງບໍ່ຍຸດຢັ້ງ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ຢູ່ ກອງພັນໃຫຍ່ 661 ກໍໄດ້ຈັດຕັ້ງ ປາຖະກະຖາ 2 ວັນປະຫວັດສາດ ຄື: ວິລະກໍາໂຕນຄຸກຢ່າງມະຫາ ສະຈັນ ຂອງທ່ານຜູ້ນໍາພັກ ແລະ ແນວລາວຮັກຊາດ ຄົບຮອບ 62 ປີ ແລະ ມູນເຊື້ອຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນທີ່ ທົ່ງໄຫຫີນ ແຂວງຊຽງຂວາງ ຄົບຮອບ 63 ປີ ເຊັ່ນດຽວກັນ ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພັນ ເອກ ຄໍາປານ ແພງພັນ ຫົວໜ້າ ການເມືອງກອງພັນໃຫຍ່ 661, ມີຄະນະພັກ-ຄະນະບັນຊາ ພ້ອມ ດ້ວຍພະນັກງານ-ນັກຮົບເຂົ້າ ຮ່ວມຮັບຟັງ. ໂດຍ: ພອນໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ