ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະລັດຖະບານໃໝ່ ອົດສະຕຣາລີ ເອົາໃຈໃສ່ ເຊື່ອມສໍາພັນກັບປະເທດໃນພາກພື້ນ ປາຊີຟຣິກ
ເວລາອອກຂ່າວ: 2022-05-27 09:01:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 21 | ຄວາມນິຍົມ:



ສໍານັກຂ່າວຫວຽດນາມນິວ ລາຍງານວັນທີ 25 ພຶດສະພາ ນີ້ວ່າ: ຄະນະລັດຖະບານໃໝ່ຂອງ ອົດສະຕຣາລີ ຈະເອົາໃຈໃສ່ຕິດ ພັນກັບບັນດາປະເທດໃນພາກພື້ນ ປາຊີຟຣິກ ຫຼາຍຂຶ້ນກວ່າເກົ່າ. ທ່ານ ນາງ ເພນນີ ວອງ ລັດ ຖະມົນຕີການຕ່າງປະເທດ ອົດສະ ຕຣາລີ ຄົນໃໝ່ໄດ້ໃຫ້ຮູ້ວ່າ: ຄະ ນະລັດຖະບານໃໝ່ຂອງອົດສະ ຕຣາລີ ຈະເອົາໃຈໃສ່ຕິດພັນກັບ ບັນດາປະເທດພາກພື້ນປາຊີຟຣິກ ຫຼາຍຂຶ້ນກວ່າເກົ່າ ແລະ ຈະມາ ນະພະຍາຍາມເອົາໃຈໃສ່ແກ້ໄຂ ບັນຫາຕ່າງໆໃຫ້ຫຼາຍຂຶ້ນ ເພື່ອ ຊຸກຍູ້ການພົວພັນລະຫວ່າງອົດ ສະຕຣາລີ ແລະ ບັນດາປະເທດ ຕ່າງໆໃນພາກພື້ນນີ້ໃຫ້ດີຂຶ້ນ. ໃນບົດຄໍາປາໄສທໍາອິດໃນຖານະ ຕໍາເເໜ່ງໃໝ່ຂອງລັດຖະມົນຕີ ການຕ່າງປະເທດ ກ່າວວ່າ: ໃນ ໄລຍະຈະມາເຖິງອົດສະຕຣາລີ ຈະມີການເຄື່ອນໄຫວຫຼາຍຢ່າງ ເພື່ອພ້ອມກັບບັນດາປະເທດໃນ ພາກພື້ນປະເຊີນກັບສິ່ງທ້າທາຍ ກ່ຽວກັບການປ່ຽນແປງຂອງດິນ ຟ້າອາກາດ, ໝູນຊ່ວຍການຟື້ນ ຟູເສດຖະກິດຫຼັງການແຜ່ລະບາດ ຂອງພະຍາດ ໂຄວິດ-19, ເພີ່ມ ທະວີການຮ່ວມມືດ້ານປ້ອງກັນ ຊາດ, ການເດີນທະເລ ແລະ ອື່ນໆ. ພ້ອມທັງເຊື່ອໝັ້ນວ່າການຮ່ວມ ມືລະຫວ່າງອົດສະຕຣາລີ ແລະ ບັນດາປະເທດໃນພາກພື້ນປາຊີ ຟຣິກ ຈະປະກອບສ່ວນສ້າງ ສາຍພົວພັນພາກພື້ນໃຫ້ໝັ້ນຄົງ ຂຶ້ນກວ່າເກົ່າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ