ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄລອບ ໄດ້ຮັບເລືອກໃຫ້ຄອງຕໍາແໜ່ງຜູ້ຈັດການດີເດັ່ນພຣີເມຍລີກ ປະຈຳລະດູການ 2021-2022
ເວລາອອກຂ່າວ: 2022-05-27 08:53:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 59 | ຄວາມນິຍົມ:



ກ່ອນໜ້ານີ້ ພຣີເມຍລີກ ໄດ້ສະເໜີລາຍຊື່ຜູ້ຈັດການທີມ 5 ຄົນທີ່ເປັນຜູ້ລົງຊີງຜູ້ຈັດການດີ ເດັ່ນປະຈຳລະດູການ 2021- 2022 ປະກອບດ້ວຍ ເຈີເກັນ ຄລອບ (ລິເວີພູ), ເປບ ກວາດິ ໂອ ລາ (ແມນ ຊິຕີ້), ໂທມັດ ແຟຣງ (ເບຣນຟອດ), ເອັດດີ ຮາວ (ນິວຄັດເຊິນ) ແລະ ປາ ທຣິກ ວີເອຣາ (ຄຣິດຕັນພາເລດ). ພຣີເມຍລີກ ເປີດໃຫ້ກອງ ເຊຍບານໄດ້ເຂົ້າມາລົງຄະແນນ ສຽງເມື່ອວັນຈັນທີ 16 ພຶດສະ ພາຜ່ານມານີ້ ແລະ ການຕັດສິນ ລາງວັນດັ່ງກ່າວ ໄດ້ນໍາຜົນຈາກ ການລົງຄະແນນສຽງຂອງກອງ ເຊຍບານ ມາບວກກັບຄະແນນ ຂອງຄະນະກໍາມະການຜູ້ຊ່ຽວ ຊານວົງການບານເຕະ. ຜົນ ການລົງຄະແນນສຽງ ທັງໝົດ ປະກົດວ່າ ເຈີເກນ ຄລ໊ອບ ໄດ້ ຮັບເລືອກໃຫ້ເປັນຜູ້ຈັດການດີ ເດັ່ນຂອງພຣີເມຍລີກ ປະຈໍາລະ ດູການ ແລະ ພິທີມອບລາງວັນ ໄດ້ຈັດຂຶ້ນເມື່ອວັນອັງຄານທີ 24 ພຶດສະພາຜ່ານມາ. ເຖິງແມ່ນວ່າ ຄລອບ ບໍ່ສາ ມາດນໍາພາທີມຄອງແຊັມພຣີ ເມຍລີກມາຄອງໄດ້ ແຕ່ກໍພາທີມ ໄດ້ແຊັມຊີງຂັນພາຍໃນປະເທດ 2 ລາຍການທັງ ລີກ ຄັບ ແລະ ເອບເອ ຄັບ ແລະ ກໍາລັງກຽມລົງ ແຂ່ງຂັນນັດຊີງຊະນະເລີດ ຢູຟ່າ ແຊັມປຽນລີກ ກັບ ຣຽວ ມາດຣິດ ໃນວັນເສົາທີ 28 ພຶດສະພານີ້. ນອກຈາກລາງວັນຂອງພຣີເມຍ ລີກແລ້ວ ຄລ໊ອບ ຍັງໄດ້ຮັບ ລາງວັນຜູ້ຈັດການດີເດັ່ນແຫ່ງປີ ຈາກສະມາຄົມຜູ້ຈັດການທີມ ອີກດ້ວຍ. ສ່ວນ ໂມຮາເໝັດ ຊາລາ ປີກ ຂອງ ລິເວີພູ ແລະ ຊົນ ຮຶງ-ມິນ ກອງໜ້າ ທອດແນມ ຮອດສະເປີ ຄອງດາວຍິງສູງສຸດໃນ ພຣີເມຍ ລີກ ອັງກິດ ລະດູການນີ້ຮ່ວມກັນ ດ້ວຍການຍິງ 23 ປະຕູເທົ່າກັນ.ແລະ ອາລີຊອນເບັກເກີ ຜູ້ຮັກ ສາປະຕູ ຂອງລີເວີພູ ກໍສາມາດ ຍາດໄດ້ລາງວັນຖົງມືຄຳຂອງ ພີເມຍລີກໄດ້ເປັນ ຄັ້ງທີ 2, ດ້ວຍ ການລົງຫຼິ້ນໃຫ້ສະໂມສອນທັງ ໝົດ 35 ນັດ ໂດຍບໍ່ເສຍປະຕູ 20 ນັດ, ຫຼາຍສຸດໃນພີເມຍລີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ