ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສານທະຫານ ແລະ ໄອຍະການທະຫານພາກເໜືອ ປະກາດເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2022-05-27 08:17:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 79 | ຄວາມນິຍົມ:



ວັນທີ 25 ພຶດສະພາ 2022 ນີ້, ສານທະຫານພາກເໜືອ ແລະ ໄອຍະການທະຫານພາກເໜືອ ໄດ້ ຈັດພິທີປະກາດເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານ, ໂດຍ ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບຸນເຫຼືອ ໄຊຍະເພັນ ຫົວໜ້າຫ້ອງການເມືອງ ກົມໃຫຍ່ ການເມືອງກອງທັບ, ມີຄະນະ ພັກ-ຄະນະບັນຊາ, ຫ້ອງການ, ພະ ແນກການ ແລະ ພະນັກງານທີ່ໄດ້ ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ. ສະຫາຍ ຮ້ອຍເອກ ກອງຄຳ ດາວັນຄໍາ ຕາງໜ້າພະແນກພະ ນັກງານກົມໃຫຍ່ການເມືອງກອງ ທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະ ຊວງປ້ອງກັນປະເທດ ແລະ ກົມ ໃຫຍ່ການເມືອງກອງທັບ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍທະຫານ ຢູ່ກົມໃຫຍ່ການເມືອງ ກອງທັບ ໃນ ນີ້, ຢູ່ສານທະຫານ ພາກເໜືອ ແລະ ໄອຍະການທະຫານພາກເໜືອ ມີ ນາຍທະຫານໄດ້ຮັບການເລື່ອນ ຊັ້ນຈາກ ຮ້ອຍເອກ ຂຶ້ນ ພັນຕີ 1 ສະຫາຍ, ເລື່ອນທຽບຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ 4 ສະຫາຍ ແລະ ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ 1 ສະຫາຍ. ໂອກາດນີ້, ສະຫາຍ ຫົວໜ້າ ຫ້ອງການເມືອງ ກົມໃຫຍ່ການ ເມືອງກອງທັບ, ໄດ້ມີຄໍາເຫັນໂອ້ ລົມຕໍ່ບັນດາສະຫາຍທີ່ໄດ້ຮັບ ການເລື່ອນຊັ້ນ-ເລື່ອນທຽບຊັ້ນ ໃນຄັ້ງນີ້ ແລະ ເນັ້ນໜັກໃຫ້ແຕ່ລະ ສະຫາຍເພີ່ມທະວີຄວາມຮັບຜິດ ຊອບຕໍ່ໜ້າທີ່ການເມືອງຂອງຕົນ ໃຫ້ສູງຂຶ້ນກວ່າເກົ່າ, ເອົາໃຈໃສ່ ເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານ ການເມືອງ-ແນວຄິດ, ຄຸນສົມບັດ ສິນທຳປະຕິວັດ, ປັບປຸງແບບແຜນ ວິທີເຮັດວຽກໃຫ້ສອດຄ່ອງກັບ ໜ້າທີ່ການເມືອງຂອງກົມກອງ, ປະກອບສ່ວນເຂົ້າໃນການປັບປຸງ ພັດທະນາກົມກອງໃຫ້ມີຄວາມ ໜັກແໜ້ນເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ໂດຍ: ກິວິໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ