ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນໃຫ່ຍ 702 ອົບຮົມ-ຫັດແອບ ກໍ່ສ້າງນັກບິນ ເຮືອບິນປີກ
ເວລາອອກຂ່າວ: 2022-05-25 11:38:18 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 565 | ຄວາມນິຍົມ:



ປີ 2022 ນີ້, ກອງພັນໃຫຍ່ 702 ໄດ້ມີການອົບຮົມ-ຫັດ ແອບກໍ່ສ້າງນັກບິນໃໝ່ ຊຸດທີ 7, ໂດຍອີງຕາມດຳລັດຂອງນາຍົກ ລັດຖະມົນຕີ, ຂໍ້ຕົກລົງຂອງກະ ຊວງປ້ອງກັນປະເທດ ແລະ ຂໍ້ຕົກ ລົງຂອງກົມໃຫຍ່ເສນາທິການ ກອງທັບ ວ່າດ້ວຍການກໍ່ສ້າງ ນັກວິຊາສະເພາະຮັບໃຊ້ການ ບິນຂອງເຫຼົ່າຮົບທະຫານອາກາດ ກອງພັນໃຫຍ່ 702 ໄດ້ສ້າງ ແຜນການອົບຮົມກໍ່ສ້າງນັກບິນ ເຮືອບິນປີກ IL103 ແລະ LE500. ມີນັກບິນເຂົ້າຮ່ວມ ທັງໝົດ 30 ສະຫາຍ, ຍິງ 8 ສະຫາຍ. ໄລຍະການອົບຮົມ-ຫັດແອບ ເປັນເວລາ 1 ປີ 6 ເດືອນ, ເລີ່ມຕົ້ນແຕ່ວັນທີ 1 ກຸມພາ 2022 ຫາ 30 ພຶດສະພາ 2023. ວິຊາຮຽນແບ່ງອອກ ເປັນ 3 ພາກ ຄື: ພາກພື້ນຖານ ຄວາມຮູ້ທົ່ວໄປ-ວິຊາການທະ ຫານ 390 ຊົ່ວໂມງ, ທິດສະ ດີວິຊາສະເພາະ-ບາງວິຊາກ່ຽວ ກັບວຽກຮັບປະກັນໃຫ້ແກ່ວຽກ ງານການບິນ 620 ຊົ່ວໂມງ ແລະ ທິດສະດີກ່ຽວກັບການບິນ-ປະຕິບັດເຝິກແອບຕົວຈິງ 265 ຊົ່ວໂມງ. ທັງນີ້, ເພື່ອຈັດຕັ້ງຜັນຂະ ຫຍາຍຂໍ້ຕົກລົງຂອງນາຍົກລັດ ຖະມົນຕີ ແລະ ກະຊວງປ້ອງກັນ ປະເທດ ທີ່ໄດ້ກຳນົດອອກ ໃຫ້ປະ ກົດຜົນເປັນຈິງໃນການປັບປຸງກໍ່ ສ້າງກຳລັງໃຫ້ມີຄວາມເຂັ້ມແຂງ ໃນທຸກດ້ານຂອງເຫຼົ່າຮົບທະຫານ ອາກາດ ໂດຍສະເພາະແມ່ນກອງ ພັນໃຫຍ່ 702, ປະຕິບັດຕາມທິດ ຊີ້ນຳຂອງຜູ້ບັນຊາການທະຫານ ອາກາດ ເຮັດໃຫ້ແຜນການກໍ່ ສ້າງນັກບິນສາມາດຈັດຕັ້ງປະຕິ ບັດໄດ້ຕາມແຜນການ. ໂດຍ: ວົງສາຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ