ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 2 ປິດຊຸດອົບຮົມ-ຫັດແອບ
ເວລາອອກຂ່າວ: 2022-05-25 11:37:23 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 715 | ຄວາມນິຍົມ:



ວັນທີ 18 ພຶດສະພາ 2022, ກອງພົນທີ 2 ໄດ້ປິດຊຸດອົບຮົມ-ຫັດແອບ ການທະຫານ, ການ ເມືອງ ແລະ ພະລາທິການ-ເຕັກນິກ ໃຫ້ທະຫານໃໝ່ ປະຈໍາປີ 2021, ຢູ່ທີ່ກອງພັນ 614 ກອງພົນທີ 2, ໂດຍການເປັນປະທານຂອງສະ ຫາຍ ພັນໂທ ສອນເພັດ ຈັນສົມ ຫົວໜ້າຫ້ອງເສນາທິການ ກອງ ພົນທີ 2, ມີ ຄະນະພັກ-ຄະນະບັນ ຊາ ຫ້ອງ, ພະແນກການ, ກອງ ພັນ, ກອງຮ້ອຍ, ຄູ-ອາຈານ ຕະ ຫຼອດຮອດ ທະຫານໃໝ່ ເຂົ້າ ຮ່ວມ. ສະຫາຍ ພັນຕີ ສົມລົດ ວິລະວົງ ຫົວໜ້າພະແນກອົບຮົມ ຫ້ອງເສນາທິການ ກອງພົນທີ 2 ໄດ້ຜ່ານບົດສະຫຼຸບການອົບຮົມ-ຫັດແອບ ການທະຫານ, ການ ເມືອງ ແລະ ພະລາທິການ-ເຕັກນິກ ຕາມໂຄງການຫຼັກສູດ 3 ເດືອນ ໃຫ້ທະຫານໃໝ່ ປະຈໍາປີ 2021. ໂດຍອີງຕາມແຜນການອົບຮົມ-ຫັດແອບ, ອີງຕາມການຈັດຕັ້ງ ປະຕິບັດ ອົບຮົມ-ຫັດແອບ ຕົວຈິງ ໃຫ້ທະຫານໃໝ່ ຂອງກອງພົນທີ 2 ໄດ້ສຳເລັດຕາມແຜນການທີ່ວາງ ໄວ້. ໂດຍໄດ້ຮັບການຊີ້ນໍາຢ່າງ ໃກ້ຊິດ ຈາກຄະນະພັກ-ຄະນະບັນ ຊາກອງພົນທີ 2 ໂດຍສະເພາະ ຫ້ອງເສນາທິການ ໄດ້ເປັນເຈົ້າ ການຊີ້ນຳພະແນກການທີ່ກ່ຽວ ຂ້ອງ ເຄື່ອນໄຫວຕິດຕາມການ ຮຽນ, ການສອນຕາມໂຄງການ ຫຼັກສູດທີ່ກະຊວງປ້ອງກັນປະ ເທດວາງອອກ. ທະຫານໃໝ່ ມີຄວາມຕື່ນຕົວປະຕິບັດຄຳສັ່ງ, ຂໍ້ກຳນົດ, ກົດລະບຽບ ຂອງ ກອງທັບຢ່າງເຂັ້ມງວດ ຮັກສາ ໄດ້ຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພ. ການ ອົບຮົມ-ຫັດແອບ ໄດ້ແບ່ງອອກ ເປັນ 4 ຈຸດ, ມີທະຫານໃໝ່ເຂົ້າ ຮ່ວມທັງໝົດ 255 ສະຫາຍ, ຍິງ 16 ສະຫາຍ. ຜ່ານການຈັດ ຕັ້ງອົບຮົມ-ຫັດແອບ ສາມາດ ຕີລາຄາຜົນໄດ້ຮັບ ພາກການ ເມືອງ ບັນລຸໄດ້ 92,54%; ການ ທະຫານ 94,5% ແລະ ພະລາ ທິການ-ເຕັກນິກ 97,21%. ໂອກາດດຽວກັນນີ້, ຍັງໄດ້ ຜ່ານຂໍ້ຕົກລົງຂອງກອງພົນທີ 2 ວ່າດ້ວຍ ການເລື່ອນຊັ້ນ ໃຫ້ພົນ ທະຫານ ທີ່ຮຽນຈົບຫຼັກສູດການທະຫານຊັ້ນຕົ້ນ ຈຳນວນ 255 ສະຫາຍ ຕື່ມອີກ. ສະຫາຍ ພັນໂທ ສອນເພັດ ຈັນສົມ ໄດ້ຮຽກຮ້ອງໃຫ້ຄະນະ ພັກ-ຄະນະບັນຊາແຕ່ລະຂັ້ນ ຈົ່ງ ເພີ່ມທະວີເຮັດວຽກງານສືກສາ ອົບຮົມການເມືອງ-ນໍາພາແນວ ຄິດ ໃຫ້ພະນັກງານ-ນັກຮົບ ເປັນ ເຈົ້າການຕື່ນຕົວປະຕິບັດຂໍ້ກຳ ນົດ, ກົດລະບຽບຂອງກອງທັບ, ກົດໝາຍຂອງລັດຢ່າງເຂັ້ມງວດ. ພ້ອມທັງ ເນັ້ນໜັກໃຫ້ທະຫານໃໝ່ ຈົ່ງນໍາເອົາບົດຮຽນທີ່ໄດ້ຮຽນ ມາໄປໝູນໃຊ້ເຂົ້າໃນການຈັດຕັ້ງ ປະຕິບັດໜ້າທີ່ວຽກງານຕົວຈິງ ຢູ່ກົມກອງໃຫ້ເກີດດອກອອກຜົນ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ໃນທຸກດ້ານ ສ້າງຕົນເອງໃຫ້ມີ ແນວຄິດຫຼັກໝັ້ນ, ມີຄຸນສົມບັດ ສິນທຳປະຕິວັດ, ມີຄວາມຈົງຮັກ ພັກດີຕໍ່ປະເທດຊາດ, ຕໍ່ກອງທັບ, ຍອມເສຍສະຫຼະທຸກສິ່ງທຸກຢ່າງ ເພື່ອປະເທດຊາດ, ປະຕິບັດຂໍ້ກຳ ນົດ ກົດລະບຽບຂອງກອງທັບ, ປະຕິບັດຄຳສັ່ງຂອງຂັ້ນເທິງໃຫ້ ເຂັ້ມງວດ, ຕັ້ງໜ້າປະກອບສ່ວນ ເຂົ້າໃນທຸກຂະບວນການວຽກ ງານຕ່າງໆ ຂອງກົມກອງ ເຝິກຝົນ ຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນ ພະນັກງານ-ນັກຮົບ ຮຸ່ນສືບທອດ ທີ່ດີຂອງກອງທັບ. ໂດຍ: ສຸວັນໂນ ທະລັງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ