ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເຄື່ອນໄຫວກວດກາ ຊຸກຍູ້ການກໍ່ສ້າງນັກຮົບ-ກົມກອງວັດທະນະທຳ ຢູ່ ກອງພັນ 415
ເວລາອອກຂ່າວ: 2022-05-25 11:36:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 668 | ຄວາມນິຍົມ:



ວັນທີ 18 ພຶດສະພາ 2022, ຄະນະຮັບຜິດຊອບ ການກໍ່ສ້າງ ນັກຮົບ-ກົມກອງວັດທະນະທຳ ກອງບັນຊາການທະຫານແຂວງ ຫຼວງພະບາງ, ນໍາໂດຍ ສະຫາຍ ພັນໂທ ພອນສະຫວັດ ຊົງພູດອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ ຫຼວງພະບາງ, ໄດ້ເຄື່ອນໄຫວ ກວດກາຊຸກຍູ້ ການກໍ່ສ້າງນັກຮົບ-ກົມກອງ ວັດທະນະທຳ ຢູ່ ກອງພັນ 415, ໂດຍການຕ້ອນຮັບຂອງ ສະຫາຍ ພັນໂທ ສີຈັນ ໄຊຍະວັນ ຫົວໜ້າການເມືອງ ກອງພັນ 415, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ທອງໄຊ ໄພຍະສິດ ຫົວໜ້າພະແນກໂຄ ສະນາອົບຮົມ ກອງບັນຊາການ ທະຫານແຂວງຫຼວງພະບາງ ໄດ້ຜ່ານແຜນການປັບປຸງການ ກໍ່ສ້າງນັກຮົບ-ກົມກອງວັດທະ ນະທຳ ຂອງກອງພັນ 415 ກອງບັນຊາການທະຫານແຂວງ ຫຼວງພະບາງ ປະຈຳປີ 2022 ໂດຍປະຕິບັດຕາມທິດທາງ ການປັບປຸງກໍ່ສ້າງກອງທັບປະ ຊາຊົນລາວ ໃຫ້ເປັນກອງທັບ ປະຕິວັດ, ມີແບບແຜນທັນສະ ໄໝ ຕາມມະຕິຂອງຄະນະພັກກະ ຊວງປ້ອງກັນປະເທດ ກໍຄື ມະ ຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກກອງບັນຊາ ການທະຫານແຂວງຫຼວງພະ ບາງວາງອອກ, ອີງຕາມແຈ້ງ ການຂອງກອງບັນຊາການທະ ຫານແຂວງຫຼວງພະບາງ ວ່າ ດ້ວຍການປັບປຸງກໍ່ສ້າງນັກ ຮົບ-ກົມກອງວັດທະນະທຳ ຢູ່ ກອງບັນຊາການທະຫານແຂວງ ຫຼວງພະບາງ, ເພື່ອແນໃສ່ຊຸກຍູ້ ຂະບວນການສ້າງນັກຮົບ-ກົມ ກອງ ວັດທະນະທຳ ຢູ່ ກົມກອງ ໃຫ້ເປັນຂະບວນການຟົດຟື້ນຕິດ ພັນກັບການຮັກສານາມະຍົດ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ກອງ ປອດໃສ ປອດໄພ ປອດຄະດີ, ເຮັດໃຫ້ທົ່ວ ກົມກອງ ມີຄວາມກ້າວໜ້າຂະ ຫຍາຍຕົວຂຶ້ນກວ່າເກົ່າ. ທັງເປັນ ການປະກອບສ່ວນສ້າງຜົນງານ ເພື່ອຂໍ່ານັບຮັບຕ້ອນວັນສຳຄັນ ຕ່າງໆຂອງກອງທັບ, ຂອງຊາດ ແລະ ວັນສ້າງກອງພັນ 415 ຄົບຮອບ 19 ປີ (19 ເມສາ 2004-19 ເມສາ 2023) ທີ່ຈະມາເຖິງ ໃຫ້ມີບັນຍາກາດເບີກບານມ່ວນ ຊື່ນ. ສະຫາຍ ພັນໂທ ສີຈັນ ໄຊຍະວັນ ໄດ້ຜ່ານບົດສະຫຼຸບ ກ່ຽວກັບການຈັດຕັ້ງປະຕິບັດ ໜ້າທີ່ວຽກງານຮອບດ້ານ ຍົກໃຫ້ ເຫັນ ຈຸດພິເສດ, ທີ່ຕັ້ງ, ພາລະບົດ ບາດຂອງກອງພັນ 415. ໂອກາດດຽວກັນນີ້, ຄະນະ ດັ່ງກ່າວ ຍັງໄດ້ລົງກວດກາສະ ພາບການຕົວຈິງໃນການຈັດຕັ້ງ ປະຕິບັດ 7 ລະບອບ 18 ວຽກ, ການເພີ່ມພູນຜະລິດຜົນ, ເຮືອນ ນອນ, ເຮືອນຄົວ, ເຮືອນກິນ ເຂົ້າ ແລະ ການປັບປຸງກໍ່ສ້າງພື້ນ ຖານໂຄງລ່າງ ຂອງກອງພັນ 415 ຕື່ມອີກ. ໂດຍ: ບຸນເພັງ ວົງແກ້ວມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ