ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ຢ້ຽມຢາມ ກອງພັນໃຫຍ່ 301
ເວລາອອກຂ່າວ: 2022-05-25 11:35:14 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 535 | ຄວາມນິຍົມ:
ວັນທີ 16 ພຶດສະພາ 2022,
ສະຫາຍ ນາງ ບົວລີ ບັນຊາລິດ ຫົວໜ້າກົມໂຄສະນາ ຄະນະໂຄ ສະນາອົບຮົມສູນກາງພັກ ພ້ອມ ດ້ວຍຄະນະໂຄສະນາອົບຮົມ
ແຂວງ ແລະ ເມືອງຊຽງຮ່ອນ
ແຂວງໄຊຍະບູລີ ໄດ້ເຄື່ອນໄຫວ ຢ້ຽມຢາມກອງພັນໃຫຍ່ 301
ກອງພົນທີ 3 ເນື່ອງໃນໂອກາດ
ທີ່ ກອງພັນໃຫຍ່ 301 ພວມອອກ
ແຮງແຂ່ງຂັນສ້າງຜົນງານເພື່ອ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງ ພັນໃຫຍ່ 301 ທີ່ຈະມາເຖິງນີ້.
ສະຫາຍ ພັນໂທ ທອງສຸກ
ຈັນມະນີ ຫົວໜ້າການເມືອງ ກອງ ພັນໃຫຍ່ 301 ໄດ້ລາຍງານສະ ພາບການເຄື່ອນໄຫວວຽກງານທີ່ພົ້ນເດັ່ນໃນຂອບເຂດກົມກອງຮັບຜິດຊອບ ເປັນຕົ້ນແມ່ນເຂດ 4 ເມືອງເໜືອ ຂອງແຂວງໄຊຍະບູລີ ຄື: ເມືອງຫົງສາ, ເມືອງເງິນ, ຊຽງຮ່ອນ, ເມືອງຄອບ ແລະ 1 ເມືອງໃຕ້ ຂອງແຂວງບໍ່ແກ້ວ ຄື: ເມືອງປາກທາ. ໃນການເຄື່ອນ ໄຫວຂອງວຽກງານຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 301 ສາມາດເຮັດໃຫ້ຂອບເຂດຄວາມ ຮັບຜິດຊອບມີຄວາມສະຫງົບ ໂດຍພື້ນຖານ. ພ້ອມນີ້, ສະຫາຍ ພັນໂທ ທອງສຸກ ຈັນມະນີ ຍັງໄດ້ ກ່າວສະແດງຄວາມຂອບໃຈ ແລະ ອວຍພອນມາຍັງ ສະຫາຍ ນາງ ບົວລີ ບັນຊາລິດ ພ້ອມດ້ວຍຄະ ນະ ຈົ່ງພ້ອມກັນເຮັດສຳເລັດໜ້າ ທີ່ໃນການເຄື່ອນໄຫວຢ້ຽມຢາມ
ແລະ ຈັດເຝິກອົບຮົມວຽກງານ ໂຄສະນາ-ປາຖະກະຖາໃຫ້ພະນັກ ງານຫຼັກແຫຼ່ງທົ່ວເມືອງຊຽງ ຮ່ອນ ດ້ວຍໝາກຜົນຢ່າງຈົບ ງາມ.
ໂດຍ: ເທບພະກອນ ລັດຕະນະສັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ