ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ທະຫານແຂວງບໍລິຄຳໄຊ ແລະ ທະຫານແຂວງຮ່າຕິ່ງ
ເວລາອອກຂ່າວ: 2022-05-25 11:33:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 590 | ຄວາມນິຍົມ:



ກອງປະຊຸມພົບປະແລກປ່ຽນ ບົດຮຽນ ປະຈຳປີ 2022 ລະ ຫວ່າງ ກອງບັນຊາການທະຫານ ແຂວງບໍລິຄຳໄຊ ແລະ ກອງບັນ ຊາການທະຫານແຂວງຮ່າຕິ່ງ ສສ ຫວຽດນາມ, ໄດ້ຈັດຂຶ້ນໃນ ວັນທີ 18 ພຶດສະພາ 2022 ນີ້, ຢູ່ທີ່ກອງບັນຊາການທະຫານ ແຂວງຮ່າຕິ່ງ, ໂດຍການເປັນປະ ທານຮ່ວມຂອງ ສະຫາຍ ພັນເອກ ເລຮົ່ງເຍີນ ຫົວໜ້າກອງບັນຊາ ການທະຫານແຂວງຮ່າຕິ່ງ ແລະ ສະຫາຍ ພັນເອກ ຄຳແດງ ແພງ ພົງພັນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ບໍລິຄຳໄຊ ພ້ອມດ້ວຍຄະນະຜູ້ ແທນທັງສອງຝ່າຍເຂົ້າຮ່ວມ. ໃນກອງປະຊຸມ, ທັງສອງຝ່າຍ ໄດ້ຜັດປ່ຽນກັນລາຍງານສະພາບ ການ, ຍົກໃຫ້ເຫັນຜົນສຳເລັດ ການພົວພັນຮ່ວມມືລະຫວ່າງ 2 ກອງບັນຊາການທະຫານແຂວງ ໃນໄລຍະ 1 ປີຜ່ານມາ, ເຖິງແມ່ນ ວ່າຈະໄດ້ຮັບຜົນກະທົບຈາກສະ ພາບການແຜ່ລະບາດຂອງພະ ຍາດໂຄວິດ-19, ແຕ່ຄະນະພັກ-ຄະນະບັນຊາ 2 ກອງບັນຊາການ ຍັງໄດ້ແລກປ່ຽນຂໍ້ມູນຂ່າວສານ ຮ່ວມກັນ ກ່ຽວກັບການປະຕິບັດ ມາດຕະການຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວຢ່າງເຂັ້ມງວດ, ເຮັດໃຫ້ການແຜ່ລະບາດຂອງພະຍາດນັບມື້ຫຼຸດໜ້ອຍລົງ. ພ້ອມກັນນັ້ນ, ກໍໄດ້ຮ່ວມມືກັນ ຕ້ານ ແລະ ສະກັດ ກັ້ນການຄ້າຂາຍເຖື່ອນຜ່ານຊາຍ ແດນຂອງສອງປະເທດ ເຮັດໃຫ້ ສະຖຽນລະພາບທາງດ້ານການ ເມືອງມີຄວາມສະຫງົບ, ເສດ ຖະກິດມີການຂະຫຍາຍຕົວຢ່າງ ຕໍ່ເນື່ອງ, ສົມທົບກັບຄະນະປະຕິ ບັດງານພິເສດ ແຂວງຮ່າຕິ່ງ ສສ ຫວຽດນານ ເຄື່ອນໄຫວເກັບ ກຳຂໍ້ມູນ, ສຳຫຼວດ, ຂຸດຄົ້ນອັດ ຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍ ສະຫຼະຊີວິດໃນປາງສົງຄາມ ຢູ່ ແຂວງບໍລິຄຳໄຊ ໄດ້ 9 ອັດຖິ ພ້ອມ ທັງຈັດພິທີສົ່ງກັບຄືນປະເທດ ຫວຽດນາມຢ່າງສົມກຽດ, ກອງ ບັນຊາການທະຫານແຂວງຮ່າ ຕິ່ງ ໄດ້ເປັນເສນາທິການຂໍທຶນ ນຳແຂວງຮ່າຕິ່ງ ຊ່ວຍເຫຼືອກໍ່ສ້າງ ໂຮງໝໍທະຫານແຂວງບໍລິຄໍາໄຊ ຫຼັງໃໝ່ ລວມມູນຄ່າ 8,3 ຕື້ດົງ. ສໍາລັບທິດທາງແຜນການໃນຕໍ່ ໜ້າຈະສືບຕໍ່ພົວພັນຮ່ວມມືກວດ ກາ, ຕິດຕາມເກັບກຳສະພາບການ ຮອບດ້ານ, ຕ້ານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ທີ່ອາດຈະເກີດຂຶ້ນຕາມບໍລິເວນ ຊາຍແດນ, ສືບຕໍ່ເສີມຂະຫຍາຍ ຄວາມສາມັກຄີແບບພິເສດ, ການ ຮ່ວມມືຮອບດ້ານລະຫວ່າງສອງ ພັກ-ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະ ເພາະສອງກອງບັນຊາການທະຫານແຂວງບໍລິຄຳໄຊ-ກອງບັນ ຊາການທະຫານ ແຂວງຮ່າຕິ່ງ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ຈາກນັ້ນ, ສະຫາຍ ພັນເອກ ຄຳແດງ ແພງພົງພັນ ຫົວໜ້າ ການທະຫານ ກອງບັນຊາການ ທະຫານແຂວງບໍລິຄຳໄຊ ແລະ ສະຫາຍ ພັນເອກ ເລຮົ່ງເຍີນ ຫົວໜ້າກອງບັນຊາການທະຫານ ແຂວງຮ່າຕິ່ງ ໄດ້ລົງນາມບົດບັນ ທຶກຊ່ວຍຈຳຮ່ວມກັນ ໂດຍມີຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ ເປັນສັກຂີພະຍານ. ໂດຍ: ສີທອງ ຈັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ