ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຜີຍແຜ່ວຽກງານນະໂຍບາຍ ຢູ່ກອງບັນຊາການທະຫານແຂວງໄຊສົມບູນ
ເວລາອອກຂ່າວ: 2022-05-25 11:32:29 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 651 | ຄວາມນິຍົມ:



ກາງເດືອນພຶດສະພານີ້, ກອງບັນຊາການທະຫານແຂວງ ໄຊສົມບູນ ໄດ້ຈັດຕັ້ງເຜີຍແຜ່ ວຽກງານນະໂຍບາຍ, ໂດຍການ ເປັນປະທານຂອງ ສະຫາຍ ພັນເອກ ວັນລະວົງ ນັນທະວົງ ຫົວໜ້າກົມນະໂຍບາຍ ກົມໃຫຍ່ ການເມືອງກອງທັບ, ມີຄະນະ ພັກ-ຄະນະບັນຊາກອງບັນຊາ ການ, ອົງການ 5 ຫ້ອງ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າ ຮ່ວມ. ສະຫາຍ ພັນເອກ ສຸດໃຈ ເຈີບົວແພງ ຫົວໜ້າຫ້ອງການ ເມືອງ ກອງບັນຊາການທະຫານ ແຂວງໄຊສົມບູນ ໄດ້ເຜີຍແຜ່ຄໍາ ສັ່ງແນະນໍາຂອງລັດຖະມົນຕີກະ ຊວງປ້ອງກັນປະເທດ ວ່າດ້ວຍ ການເພີ່ມທະວີວຽກງານແຂ່ງ ຂັນ-ຍ້ອງຍໍໃນກອງທັບ, ເນື້ອໃນ ຄໍາສັ່ງແນະນໍາໄດ້ກໍານົດແຈ້ງ ຈຸດປະສົງ ແລະ ລະດັບຄາດໝາຍ ຂອງການແຂ່ງຂັນ-ຍ້ອງຍໍ, ເນື້ອ ໃນ ແລະ ຮູບການແຂ່ງຂັນ-ຍ້ອງຍໍ, ລະດັບການຍ້ອງຍໍແຕ່ ລະປະເພດ, ມາດຖານເງື່ອນໄຂ ສະເພາະການຍ້ອງຍໍປະເພດ ຕ່າງໆ ແລະ ວິທີການຈັດຕັ້ງປະ ຕິບັດວຽກງານແຂ່ງຂັນ-ຍ້ອງ ຍໍໃນກອງທັບ. ຈາກນັ້ນ, ສະຫາຍ ພັນໂທ ໄກສອນ ດວງຈັນສີ ຮອງຫົວໜ້າຫ້ອງການເມືອງ ໄດ້ເຜີຍແຜ່ຂໍ້ຕົກລົງຂອງກະຊວງ ປ້ອງກັນປະເທດ ວ່າດ້ວຍ ການ ຄຸ້ມຄອງນາຍ ແລະ ພົນທະຫານ ທີ່ໄດ້ຮັບນະໂຍບາຍອຸດໜູນບໍາ ນານ, ເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ. ໂອກາດດັ່ງກ່າວ, ສະຫາຍຫົວ ໜ້າກົມນະໂຍບາຍ ກົມໃຫຍ່ການ ເມືອງກອງທັບ ໄດ້ຍົກໃຫ້ເຫັນ ຫຼັກການ, ລະບຽບການ, ມາດຕະ ການ ກ່ຽວກັບການຈັດຕັ້ງປະຕິ ບັດ, ການເຄື່ອນໄຫວ ແລະ ຕິດ ຕາມກວດກາການຄຸ້ມຄອງນາຍ ແລະ ພົນທະຫານ ບໍານານ ແລະ ເສຍອົງຄະ ເພື່ອໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນຕະຫຼອດ ຮອດພະນັກງານ-ນັກຮົບເຂົ້າ ໃຈເປັນເອກະພາບ ແລະ ປະຕິບັດ ຖືກຕ້ອງ, ສອດຄ່ອງກັບແນວ ທາງນະໂຍບາຍຂອງພັກ-ລັດ ຖະບານ ແນໃສ່ປົກປ້ອງສິດຜົນ ປະໂຫຍດອັນຊອບທໍາຂອງນາຍ ແລະ ພົນທະຫານ ທີ່ໄດ້ຮັບນະໂຍ ບາຍອຸດໜູນບໍານານ, ເສຍອົງ ຄະຍ້ອນການສູ້ຮົບ ແລະ ຮັບໃຊ້ ການສູ້ຮົບ. ພ້ອມນັ້ນ, ຍັງໄດ້ຮຽກ ຮ້ອງໃຫ້ພະແນກການທີ່ກ່ຽວ ຂ້ອງ ເອົາໃຈໃສ່ປະຕິບັດໜ້າ ທີ່ວຽກງານວິຊາສະເພາະຂອງ ຕົນ ໃຫ້ແທດເໝາະກັບເງື່ອນໄຂ ຄວາມເປັນຈິງຂອງກົມກອງ, ປະ ສານສົມທົບກັບອົງການທີ່ກ່ຽວ ຂ້ອງ ເພື່ອປະຕິບັດນະໂຍບາຍ ຕ່າງໆໃຫ້ຖືກຕ້ອງ, ສອດຄ່ອງ ແລະ ເໝາະສົມ. ໂດຍ: ສົດ ນາມໄຕ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ