ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະພາປະຊາຊົນແຂວງເຫງະອານ ອວຍພອນຄະນະນໍາທະຫານແຂວງບໍລິຄຳໄຊ
ເວລາອອກຂ່າວ: 2022-05-25 11:29:01 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 585 | ຄວາມນິຍົມ:



ໃນບໍ່ດົນນີ້, ສະຫາຍ ຫງວຽນ ນາມດິ່ງ ຮອງປະທານ ຜູ້ປະຈຳ ການສະພາປະຊາຊົນແຂວງ ເຫງະອານ ພ້ອມດ້ວຍຄະນະນໍາກອງບັນຊາການທະຫານແຂວງ, ຄະນະກອງບັນຊາການທະຫານ ຊາຍແດນແຂວງ ແລະ ຄະນະ ກອງບັນຊາການຕຳຫຼວດແຂວງ ເຫງະອານ ສສ ຫວຽດນາມ ໄດ້ ເຂົ້າອວຍພອນຄະນະພັກ-ຄະ ນະບັນຊາ ກອງບັນຊາການທະ ຫານແຂວງບໍລິຄຳໄຊ, ໂດຍໃຫ້ ກຽດຕ້ອນຮັບຂອງ ສະຫາຍ ພົນ ຈັດຕະວາ ຈວງຈັນ ລາດຊະວົງ ຄະນະປະຈຳພັກແຂວງ ຫົວໜ້າ ການເມືອງ ກອງບັນຊາການທະ ຫານແຂວງບໍລິຄຳໄຊ ພ້ອມ ຄະນະ. ການອວຍພອນໃນຄັ້ງນີ້, ເພື່ອເປັນການສະແດງເຖິງໄມ ຕີຈິດມິດຕະພາບ, ຄວາມສາມັກ ຄີແບບພິເສດ ແລະ ຄວາມຮັກ ແພງທີ່ອົບອຸ່ນມາອວຍພອນ ສະ ຫາຍ ພົນຈັດຕະວາ ຈວງຈັນ ລາດ ຊະວົງ ພ້ອມຄະນະຕະຫຼອດຮອດ ພະນັກງານ-ນັກຮົບ ໃນທົ່ວທະ ຫານແຂວງບໍລິຄຳໄຊ ຈົ່ງມີສຸ ຂະພາບເຂັ້ມແຂງປະສົບຜົນສຳ ເລັດໃນໜ້າທີ່ວຽກງານທຸກປະ ການ, ສືບຕໍ່ເສີມຂະຫຍາຍສາຍ ພົວພັນມິດຕະພາບ ທີ່ແໜ້ນແຟ້ນ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບ ດ້ານຂອງສອງ ພັກ, ສອງລັດ ແລະ ສອງກອງທັບ ໂດຍເພາະແມ່ນແຂວງເຫງະອານ ກັບກອງບັນການທະຫານແຂວງ ບໍລິຄຳໄຊ ໃຫ້ນັບມື້ນັບເພີ່ມພູນ ຄູນສ້າງ ແລະ ງົດງາມຂຶ້ນ ເລື້ອຍໆ. ໂອກາດນີ້, ສະຫາຍ ພົນຈັດຕະ ວາ ຈວງຈັນ ລາດຊະວົງ ຕາງໜ້າ ໃຫ້ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານ ໃນທົ່ວທະຫານ ແຂວງບໍລິຄຳໄຊ ໄດ້ກ່າວຂອບ ໃຈ ຕໍ່ຄະນະຜູ້ແທນສະພາປະຊາ ຊົນແຂວງເຫງະອານ ພ້ອມດ້ວຍ ກອງບັນຊາການທະຫານແຂວງ, ກອງບັນຊາການທະຫານຊາຍ ແດນແຂວງ ແລະ ກອງບັນຊາ ການຕຳຫຼວດ ແຂວງເຫງະອານ ສສ ຫວຽດນາມ ທີ່ມາອວຍພອນ ໃນຄັ້ງນີ້, ອວຍພອນໃຫ້ ສະຫາຍ ຫງວຽນນາມດິ່ງ ພ້ອມຄະນະ ຈົ່ງມີສຸຂະພາບເຂັ້ມແຂງເດີນ ທາງທ່ອງທ່ຽວປະເທດລາວ ແລະ ກັບຄືນປະເທດຂອງສະ ຫາຍດ້ວຍຄວາມສະຫວັດດີພາບ ແລະ ຂໍຝາກຄວາມຢື້ຢາມຖາມ ຂ່າວ ຄວາມຮັກແພງໄປຍັງຄະ ນະນຳ ຂອງແຂວງເຫງະອານ ຕະຫຼອດຮອດພະນັກງານ, ທະ ຫານ-ຕຳຫຼວດ ແລະ ປະຊາຊົນ ແຂວງເຫງະອານ ຈົ່ງມີສຸຂະພາບ ເຂັ້ມແຂງ, ອວຍພອນໃຫ້ຄວາມ ສາມັກຄີແບບພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງ ຊາດ, ສອງພັກ, ສອງກອງທັບ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ກອງບັນຊາການທະ ຫານແຂວງບໍລິຄຳໄຊ ກັບແຂວງ ເຫງະອານ ໃຫ້ໝັ້ນຄົງທະນົງ ແກ່ນຊົ່ວກາລະນານ. ພ້ອມດຽວ ກັນນັ້ນ ຄະນະຜູ້ແທນກອງບັນ ຊາການທະຫານຊາຍແດນແຂວງ ຮ່າຕີ່ ສສ ຫວຽດນາມ ນຳໂດຍ ສະຫາຍ ພັນເອກ ບຸ່ຍຮົ່ງແທັງ ຫົວໜ້າການທະຫານກອງບັນຊາ ການທະຫານຊາຍແດນແຂວງ ຮ່າຕິ່ງ ພ້ອມຄະນະໄດ້ເຂົ້າອວຍ ພອນ ຄະນະກອງບັນຊາການ ທະຫານແຂວງບໍລິຄຳໄຊ ເຊັ່ນ ດຽວກັນ ໂດຍເປັນກຽດຕ້ອນຮັບ ຂອງ ສະຫາຍ ພົນຈັດຕະວາ ຈວງ ຈັນ ລາດຊະວົງ ຫົວໜ້າການ ເມືອງກອງບັນຊາການທະຫານ ແຂວງບໍລິຄຳໄຊ ພ້ອມຄະນະ. ໂດຍ : ສີທອງ ຈັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ