ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຖືເອົາເນື້ອໃນຂໍ້ແຂ່ງຂັນ 4 ບຸກເປັນສໍາຄັນ
ເວລາອອກຂ່າວ: 2022-05-25 11:28:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 582 | ຄວາມນິຍົມ:



ຂະແໜງຊາວໜຸ່ມກອງພັນ ໃຫຍ່ 941 ແມ່ນອົງການຈັດຕັ້ງມະ ຫາຊົນໜຶ່ງ ພາຍໃຕ້ການຊີ້ນໍາ ໂດຍກົງຮອບດ້ານຂອງພະແນກ ການເມືອງກອງພັນໃຫຍ່, ມີ ພາລະບົດບາດ ໃນການເຕົ້າໂຮມ ຄວາມສາມັກຄີພາຍໃນ ແລະ ເປັນກໍາລັງແຮງສັງລວມ ໃນກົມ ກອງຕໍ່ຂົງເຂດວຽກງານຮັບ ປະກັນເຮັດໃຫ້ສະພາບມີຄວາມ ສະຫງົບ, ເຄື່ອນໄຫວປົກປັກຮັກ ສາເຮັດໃຫ້ສະພາບມີຄວາມສະ ຫງົບໃນຂອບເຂດທີ່ກົມກອງ ຮັບຜິດຊອບ ເປັນຕົ້ນແມ່ນເຂດ ປ່າສະຫງົບແຫ່ງຊາດພູພະນັງ, ພູເຂົາຄວາຍ. ນອກນັ້ນ, ຍັງສຸມ ໃສ່ວຽກງານການອົບຮົມ-ຫັດ ແອບ, ປັບປຸງກໍ່ສ້າງສະຖານທີ່ ຄ້າຍຄູໃຫ້ແໜ້ນໜາຖາວອນ, ຍູ້ ແຮງການຜະລິດໃນກົມກອງໃຫ້ມີຄວາມຮັບປະກັນລ້ຽງດູກໍາລັງ. ສະຫາຍ ພັນໂທ ໄກສອນ ວິໄລຫົງ ຫົວໜ້າຂະແໜງຊາວ ໜຸ່ມ ກອງພັນໃຫຍ່ 941 ໃຫ້ຮູ້ ວ່າ: ບາງບົດຮຽນສໍາຄັນພື້ນຖານ ທີ່ຖອດຖອນໄດ້ຈາກພຶດຕິກໍາ ຕົວຈິງໃນການຊີ້ນໍາຂອງຄະນະ ພັກ-ຄະນະບັນຊາກົມກອງ ແລະ ຂະແໜງຊາວໜຸ່ມໃນໄລຍະ ຜ່ານມາ ຕົ້ນຕໍແມ່ນຖືສໍາຄັນ ວຽກງານສືກສາອົບຮົມການ ເມືອງ-ນໍາພາແນວຄິດບົນຈິດ ໃຈບຸກທະລຸເຮັດ ໃຫ້ສະມາຊິກ ຊາວໜຸ່ມ, ໄວໜຸ່ມເຊື່ອມຊຶມກໍາ ແໜ້ນແນວທາງນະໂຍບາຍຂອງ ພັກ, ກົດໝາຍຂອງລັດກໍຄືທິດນໍາ ຂອງຄະນະພັກຂັ້ນເທິງ ແລະ ໜ້າທີ່ການເມືອງຂອງກົມກອງທີ່ ໄດ້ມອບໝາຍໃຫ້, ພ້ອມກັນບຸກ ບືນສູ້ຊົນຜ່ານຜ່າທຸກຂໍ້ຫຍຸ້ງຍາກ ເຮັດສໍາເລັດໜ້າທີ່ການເມືອງ ແລະ ວິຊາສະເພາະຖືືເອົາຂະບວນ ການສ້າງຊາວໜຸ່ມ 4 ບຸກເປັນ ພື້ນຖານສໍາຄັນ, ພ້ອມນີ້ ຍັງ ໄດ້ເອົາໃຈໃສ່ອົບຮົມ-ຫັດແອບ ການເມືອງ, ການທະຫານ, ພະ ລາທິການ-ເຕັກນິກ ແລະ ຂະ ບວນການເຄື່ອນໄຫວເຮັດໃຫ້ ສະພາບມີຄວາມສະຫງົບຕິດພັນ ກັບການກໍ່ສ້າງຮາກຖານການ ເມືອງ, ການກະຕຸກຊຸກຍູ້ຊາວ ໜຸ່ມເຂົ້າຮ່ວມຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະ ນາ, ຂະບວນການເພີ່ມພູນຜະ ລິດຜົນ, ຂະບວນການກີລາສີລະ ປະ-ວັນນະຄະດີທີ່ຂັ້ນເທິງ ກໍຄື ກົມກອງຈັດຂຶ້ນ ໃຫ້ມີຄວາມເບີກ ບານມ່ວນຊື່ນ, ຂະບວນການ ຕອບບຸນແທນຄຸນພະນັກງານ ປະຕິວັດອາວຸໂສບໍານານ ແລະ ຂະ ບວນການອື່ນໆ. ນອກນັ້ນ, ຍັງໄດ້ຈັດຕັ້ງຊາວໜຸ່ມເຮັດສວນ ດອກໄມ້ຢູ່ຂ້າງຫ້ອງການ, ສໍາ ນັກງານໃນການປະດັບປະດາ ຕາມແບບວັດທະນະທໍາຈົບງາມ. ໄປຄຽງຄູ່ກັນນັ້ນ ຂະແໜງຊາວ ໜຸ່ມພວກເຮົາຍັງໄດ້ເປັນເຈົ້າ ການປະຕິບັດລະບອບຄຸ້ມຄອງ ນໍາໃຊ້ບົວລະບັດຜັດເຊັດພາຫະ ນະເຕັກນິກ , ອາວຸດ-ຍຸດໂທປະ ກອນທີ່ໄດ້ມີການປະກອບເປັນ ປົກກະຕິບໍ່ໃຫ້ຕົກເຮ່ຍເສຍຫາຍ ແລະ ເສື່ອມຄຸນນະພາບສາ ມາດນໍາໃຊ້ໄດ້ຍາວນານ ແລະ ມີປະສິດທິພາບດີ. ນອກຈາກ ວຽກງານດັ່ງກ່າວນັ້ນ ຍັງໄດ້ ເອົາໃຈໃສ່ສຶກສາອົບຮົມສະມາ ຊິກຊາວໜຸ່ມທຸກຄົນໃຫ້ມີທັດ ສະນະອອກແຮງງານຍົກສູງນໍ້າ ໃຈເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ ເພື່ອແກ້ໄຂຊີວິດການ ເປັນຢູ່ປະຈໍາວັນໃຫ້ມີຄວາມຮັບ ປະກັນດີ ທັງເປັນການສ້າງລາຍ ຮັບເຂົ້າກົມກອງ ແລະ ໜ່ວຍຊາວ ໜຸ່ມສັງລວມແລ້ວ ໃນສົກປີຜ່ານມານີ້ສາມາດສ້າງລາຍຮັບຈາກ ການຂາຍຜົນຜະລິດ-ສັດລ້ຽງ ແລະ ການບໍລິການຕ່າງໆເຂົ້າ ຄັງລວມແລະມີບາງໜ່ວຍຊາວ ໜຸ່ມປະຕິບັດໄດ້ລື່ນຄາດໝາຍ ແລະ ມີກອງທຶນສະສົມເພື່ອຊ່ວຍ ເຫຼືອເຊິ່ງກັນແລະກັນໃນຍາມ ເຈັບເປັນ ແລະ ຂັດສົນຕື່ມອີກ. ສະຫາຍຫົວໜ້າຂະແໜງຊາວ ໜຸ່ມຍັງໃຫ້ຮູ້ຕື່ມອີກວ່າ: ຜ່ານ ການຈັດຕັ້ງປະຕິບັດເນື້ອໃນຂໍ້ ແຂ່ງຂັນ 4 ບຸກຜ່ານມາ ເຫັນວ່າ ສະມາຊິກຊາວໜຸ່ມ, ໜ່ວຍຊາວ ໜຸ່ມຂັ້ນຕ່າງໆໄດ້ຮັບການຢັ້ງຢືນ ດັ່ງນີ້: ປະເພດນຳໜ້າ 4 ບຸກ 1 ຂະແໜງຊາວໜຸ່ມ, ປະເພດນໍາ ໜ້າ 4 ບຸກ 3 ຄະນະບໍລິຫານງານ ເທົ່າກັບ 13,04 %, ປະເພດນໍາ ໜ້າ 4 ບຸກ 16 ໜ່ວຍ ເທົ່າກັບ 69,56 %, ປະເພດແຂງ 3 ໜ່ວຍ ເທົ່າກັບ13,4 % ແລະ ສະມາຊິກຊາວໜຸ່ມນໍາໜ້າ 4 ບຸກ 401 ສະຫາຍ, ປະເພດ ແຂງ 142 ສະຫາຍ, ປະເພດກາງ 29 ສະຫາຍ ຢ່າງໜ້າສັນລະ ເສີນ. ໂດຍ: ນາງ ທອງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ