ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ທົ່ວກົມ 213
ເວລາອອກຂ່າວ: 2022-05-25 11:25:19 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 599 | ຄວາມນິຍົມ:



ກອງປະຊຸມວຽກງານຈັດ ຕັ້ງ, ກໍ່ສ້າງພັກ-ພະນັກງານ ທົ່ວ ກົມ 213 ຄັ້ງທີ VI ໄດ້ຈັດຂຶ້ນໃນ ວັນທີ 24 ພຶດສະພາ 2022 ນີ້, ໂດຍການເປັນປະທານຂອງ ສະ ຫາຍ ພົນຕີ ທອງວັນ ຈັນທະວົງ ກຳມະການຄະນະປະຈໍາພັກກະ ຊວງປ້ອງກັນປະເທດ, ເລຂາຄະ ນະພັກອົງການກົມ ຫົວໜ້າກົມ 213, ມີຄະນະພັກ-ຄະນະບັນຊາ, ຄະນະພັກຮາກຖານ, ຄະນະໜ່ວຍ ພັກຫ້ອງ, ສູນ, ກອງພັນ, ໂຮງ ຮຽນ, ພະນັກງານ ສະມາຊິກ ແລະ ແຂກທີຖືກເຊີນເຂົ້າຮ່ວມ. ສະຫາຍ ພັນເອກ ບຸນຕຽນ ໄຊຍໍາວົງທັນ ຮອງເລຂາຄະນະ ພັກອົງການກົມ, ຮອງຫົວໜ້າ ກົມ 213 ໄດ້ສະຫຼຸບຕີລາຄາຄືນ ວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ທົ່ວກົມ 213 ໃນໄລ ຍະ 5 ປີ ( 2017-2021 ) ແລະ ຜ່ານທິດທາງແຜນການ 5 ປີ ( 2022-2026 ) ເຊິ່ງຍົກໃຫ້ ເຫັນດ້ານດີ, ຈຸດອ່ອນຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນ ໄດ້ຈົນເຖິງການກໍານົດທິດທາງ, ຄາດໝາຍສູ້ຊົນແຕ່ລະດ້ານ ແລະ ວິທີການຈັດຕັ້ງປະຕິບັດວຽກ ງານຈັດຕັ້ງ, ກໍ່ສ້າງພັກ-ພະນັກ ງານ ໃນຊຸມປີຕໍ່ໜ້າ ເຊິ່ງຄະນະ ພັກອົງການກົມ 213 ໄດ້ເອົາໃຈ ໃສ່, ໃຫ້ຄວາມສຳຄັນ ແລະ ຖື ວຽກງານດັ່ງກ່າວເປັນວຽກ ງານ ຍຸດທະສາດແຖວໜ້າ ເພື່ອໃຫ້ຖັນ ແຖວສະມາຊິກພັກໄດ້ຮັບຮູ້ເຊື່ອມ ຊຶມກໍາແໜ້ນຕໍ່ແນວທາງແຜນ ນະໂຍບາຍຂອງພັກ, ມີທັດສະນະ ຫຼັກໝັ້ນຊົນຊັ້ນ, ກຳໄດ້ທິດສະດີ ມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ທາດແທ້ມູນເຊື້ອຂອງ ຊາດ, ຂອງພັກ, ຂອງກອງທັບ; ປັບປຸງພື້ນຖານໂຄງລ່າງ, ໂຄງ ການຫຼັກສູດການຮຽນ-ການ ສອນສືບຂ່າວເຕັກນິກ, ການທະ ຫານ, ເຫຼົ່າຮົບວິຊາສະເພາະ ແຕ່ລະຂັ້ນ ໃຫ້ນັບມື້ເຂົ້າສູ່ລະບົບ, ເຮັດໃຫ້ຖັນແຖວພະນັກງານ, ຄູ- ອາຈານ, ນັກຮຽນ ຢູ່ບັນດາໂຮງ ຮຽນທີ່ຂຶ້ນກັບກົມ ມີຄຸນນະພາບ; ສົມທົບການໄປຄົ້ນຄວ້າທັດສະນະສຶກສາ, ຖອດຖອນບົດຮຽນ ຢູ່ບັນດາປະເທດອ້າຍນ້ອງ ເພື່ອນ ມິດຍຸດທະສາດ; ຜ່ານຈາກການ ຊີ້ນໍາ-ນໍາພາຂອງຄະນະພັກແຕ່ ລະຂັ້ນສາມາດຢັ້ງຢືນໄດ້ວ່າ ຄຸນ ທາດການເມືອງຂອງຖັນແຖວ ສະມາຊິກພັກໃນທົ່ວກົມ 213 ມີ ຄວາມໜັກແໜ້ນຕໍ່ອຸດົມການສັງ ຄົມນິຍົມ, ມີຄວາມຕັ້ງຕໍ່ບໍລິສຸດຕໍ່ ພັກຕໍ່ປະເທດຊາດ, ເປັນແບບ ຢ່າງນຳໜ້າ, ອົດທົນຜ່ານຜ່າ ຄວາມຫຍຸ້ງຍາກ, ມີນໍ້າໃຈເສຍ ສະຫຼະເພື່ອຜົນປະໂຫຍດລວມ ຂອງຊາດ, ເປັນກໍາລັງຫຼັກແຫຼ່ງ ປະຕິບັດແນວທາງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ. ຄຽງຄູ່ກັບຂະບວນການກໍ່ສ້າງ ໜ່ວຍພັກປອດໃສ່ ເຂັ້ມແຂງ ໜັກ ແໜ້ນ ເຊິ່ງເປັນມາດຕະຖານເພື່ອປະເມີນຄຸນນະພາບໃນການຊີ້ນຳ ນຳພາຂອງຄະນະພັກເເຕ່ລະຂັ້ນ ຕິດພັນກັບການ ສ້າງກອງ 3 ປອດ, ກອງວັດທະນາທຳ-ນັກຮົບ ວັດທະນາທຳ, ຜ່ານການຈັດຕັ້ງ ປະຕິບັດໃນໄລຍະຜ່ານມາໄດ້ ຮັບການຢັ້ງຢືນເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປີ 2021 ປະເພດເເຂງໄດ້ 47 ໜ່ວຍພັກ, ສະມາຊິກພັກເເຂງ ກວມເອົາ 90,63%, ກາງ 2,10%, ພະງານໄດ້ຮັບການ ຍ້ອງຍໍຂັ້ນຕ່າງໆຄື: ໄດ້ຫຼຽນໄຊ ອິດສະຫຼະຊັ້ນ II ຈໍານວນ 1 ສະ ຫາຍ, ຫຼຽນໄຊອິດສະຫຼະຊັ້ນ III ຈຳນວນ 6 ສະຫາຍ, ຫຼຽນໄຊ ພິລະອາດຫານ ຊັ້ນ II ຈຳນວນ 52 ສະຫາຍ, ຫຼຽນໄຊພິລະອາດ ຫານ ຊັ້ນ III ຈຳນວນ 281 ສະ ຫາຍ, ຫຼຽນໄຊເເຮງງານຊັ້ນ II ຈຳນວນ 63 ສະຫາຍ, ຫຼຽນໄຊ ເເຮງງານຊັ້ນ III ຈຳນວນ 182 ສະຫາຍ, ຫຼຽນກາເເຮງງານ 666 ສະຫາຍ, ໃບຍ້ອງຍໍລັດຖະບານ 194 ສະຫາຍ, ໃບຍ້ອງຍໍກະ ຊວງປ້ອງກັນປະເທດ 297 ສະ ຫາຍ, ໃບຍ້ອງຍໍກົມໃຫຍ່ການ ເມືອງກອງທັບ 112 ສະຫາຍ, ໃບຍ້ອງຍໍກົມ 213 ຈຳນວນ 390 ສະຫາຍ ແລະ ໃບຍ້ອງຍໍ ຫ້ອງການເມືອງກົມ 572 ສະ ຫາຍ. ພ້ອມນີ້, ກອງປະຊຸມຍັງໄດ້ ຜ່ານມະຕິກອງປະຊຸມວຽກງານ ຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ທົ່ວກອງທັບ ຄັ້ງທີ VI ແລະ ຜ່ານ ບົດໂອ້ລົມຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະ ການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາ ຄະນະພັກລັດຖະມົນຕີກະຊວງ ປ້ອງກັນປະເທດ ຕໍ່ກອງປະຊຸມ ວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະ ນັກງານ ທົ່ວກອງທັບ ຄັ້ງທີ VI, ພ້ອມກັນນີ້ ກອງປະຊຸມຍັງໄດ້ຮັບ ຟັງການປະກອບຄວາມເຫັນ, ບົດຮຽນປະສົມປະສານໃນການ ຊີ້ນຳ-ນຳພາ ຂອງຜູ້ຕາງໜ້າຄະ ນະພັກຮາກຖານ, ຫ້ອງການ ຕໍ່ ກັບການປັບປຸງກໍ່ສ້າງພັກ-ພະ ນັກງານ ຢູ່ໃນກົມ 213 ຕໍ່ກອງ ປະຊຸມຕື່ມອີກ. ໂອກາດນີ້, ສະຫາຍ ພົນຕີ ທອງວັນ ຈັນທະວົງ ໄດ້ມີຄຳເຫັນ ໂອ້ລົມຫຼາຍບັນຫາທີ່ສຳຄັນ ພ້ອມທັງຮຽກຮ້ອງມາຍັງ ຄະນະ ພັກ-ຄະນະບັນຊາ ແລະ ຜູ້ແທນ ກອງປະຊຸມ, ຈົ່ງຮີບຮ້ອນນໍາເອົາ ບັນດາເນື້ອໃນຂອງກອງປະຊຸມ ຄັ້ງນີ້, ໄປຈັດຕັ້ງເຜີຍແຜ່ໃຫ້ຄະ ນະພັກ, ພະນັກງານຜູ້ເຮັດວຽກ ງານຈັດຕັ້ງພັກ-ພະນັກງານ ຕະ ຫຼອດຮອດພະນັກງານ-ສະມາ ຊິກພັກ ພາຍໃນອົງການ ແລະ ກົມກອງຂອງຕົນ ໄດ້ຮັບຮູ້ເຊື່ອມ ຊຶມຢ່າງທົ່ວເຖິງ, ບົນຈິດໃຈບຸກ ທະລຸຕັ້ງໜ້າເຮັດໃຫ້ວຽກງານ ຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໃຫ້ນັບມື້ມີບົດບາດ, ປະກອບສ່ວນ ອັນສໍາຄັນເຂົ້າໃນການປັບປຸງ ກໍ່ສ້າງພັກ-ກໍ່ສ້າງກໍາລັງ ໃຫ້ປອດ ໃສ ເຂັ້ມແຂງ ໜັກແໜ້ນ ມີລະ ບຽບແບບແຜນ ແລະ ທັນສະໄໝ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ