ເປີດຊຸດອົບຮົມ-ຫັດແອບ ໃຫ້ກອງຮ້ອຍກອງຫຼອນ ເມືອງໄຊທານີ
ເວລາອອກຂ່າວ: 2022-05-24 10:33:31 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 202 | ຄວາມນິຍົມ:
ວັນທີ 16 ພຶກສະພາ 2022, ກອງບັນຊາການທະຫານເມືອງ ໄຊທານີ ນະຄອນຫຼວງວຽງຈັນ, ໄດ້ເປີດຊຸດອົບຮົມ-ຫັດແອບ ການ
ເມືອງ-ການທະຫານ ໃຫ້ກອງ
ຮ້ອຍກອງຫຼອນ ເມືອງໄຊທານີ, ໂດຍການເປັນປະທານຂອງ ສະຫາຍ ຄໍາປະດິດ ເຂັມມານິດ ເຈົ້າເມືອງ ເມືອງໄຊທານີ, ມີ
ສະຫາຍ ພັນໂທ ທອງວັນ ປະເສີດສຸກ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງ ໄຊທານີ, ຄະນະພັກ-ຄະນະບັນຊາ ກົມກອງ, ຄູ-ອາຈານ, ແຂກທີ່ຖືກ ເຊີນ ຈາກ ປກສ ເມືອງ ພ້ອມອົງ ການປົກຄອງບ້ານ ຕະຫຼອດຮອດ ນັກເຝິກອົບຮົມ ເຂົ້າຮ່ວມ.
ສະຫາຍ ພັນຕີ ໄຊຍະລາດ
ເສນາເມືອງ ຮອງຫົວໜ້າພະ ແນກເສນາທິການ ກອງບັນຊາ ການທະຫານເມືອງໄຊທານີ ໄດ້ຜ່ານແຜນການອົບຮົມ ໃຫ້
ຮູ້ວ່າ: ການອົບຮົມຄັ້ງນີ້, ຈະໄດ້ ດຳເນີນເປັນເວລາ 5 ວັນ, ເຊິ່ງມີ
ກຳລັງກອງຫຼອນ 5 ກຸ່ມບ້ານ
ເຂົ້າຮ່ວມ. ໃນນັ້ນ, ມີກຸ່ມບ້ານ
ໄຊ, ດົງໂດກ, ສີວິໄລ, ໂຄກສີ
ວິໄລ ແລະ ຫົວຊຽງ, ມີນັກ ເຝິກອົບຮົມເຂົ້າຮ່ວມ ທັງໝົດ 230 ສະຫາຍ, ລວມມີ 3 ພາກ ຄື: ພາກການເມືອງ ຈະໄດ້ຮຽນ ຮູ້ກ່ຽວກັບ ເອກະສານປະເທດ ລາວຄົນລາວເປັນເຈົ້າຂອງ, ເອກະສານຕ້ານກົນອຸບາຍຫັນ ປ່ຽນໂດຍສັນຕິຂອງສັດຕູ ແລະ
ເອກະສານສິດ, ໜ້າທີ່, ທີ່ຕັ້ງພາ ລະບົດບາດຂອງກອງຫຼອນ; ພາກ
ສິລະປະຍຸດ ຈະໄດ້ຮຽນຮູ້ທິດ ສະດີການປະກອບສ້າງປືນ, ມ້າງ-ປະກອບ, ເລັ່ງປືນບົດເປີດ ສາກ, ປະ ຕິບັດຍິງລູກປືນແທ້ ແລະ ພາກຍຸດທະວິທີຈະໄດ້ ຮຽນຮູ້ ບຸກຄົນເຄື່ອນຍ້າຍພື້ນ ຖານເທິງໜ້າສະໜາມ ແລະ ຕ້ານ ສັດຕູຫຼອນຕີເຂົ້າບ້ານ.
ທັງນີ້, ເພື່ອຍົກສູງລະດັບ ຄວາມຮູ້, ຄວາມສາມາດໃຫ້ກໍາ ລັງກອງຫຼອນ ເມືອງໄຊທານີ ມີຄວາມຄ່ອງແຄ້ວ ຮັບປະກັນ ການສູ້ຮົບໃນສະເພາະໜ້າ ແລະ
ຍາວນານ ທັງເປັນການຍົກລະ ດັບຄວາມຕື່ນຕົວ, ຄວາມບຸກບືນ ຫ້າວຫັນຜ່ານຜ່າໄດ້ໃນທຸກສະ
ພາບການ ມີຄວາມຊໍານິຊໍານານ ດ້ານສິລະປະຍຸດ-ຍຸດທະວິທີເພື່ອ
ຕອບສະໜອງກັບຄວາມຮຽກ ຮ້ອງຕ້ອງການຂອງໜ້າທີ່ວຽກ ງານການກຽມພ້ອມສູ້ຮົບ ທັງ ປ້ອງກັນຄວາມເປັນລະບຽບຮຽບ ຮ້ອຍໃນສັງຄົມ.
ໂດຍ: ສຸລິຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ