ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດແຕ່ງຕັ້ງຄະນະກໍາມະການສຶກສາອົບຮົມ ວຽກງານ ປກຊ-ປກສ ເມືອງຈອມເພັດ
ເວລາອອກຂ່າວ: 2022-05-24 10:31:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 128 | ຄວາມນິຍົມ:



ວັນທີ 16 ພືດສະພາ 2022, ນີ້, ເມືອງຈອມເພັດ ແຂວງຫຼວງ ພະບາງ ໄດ້ຈັດພິທີປະກາດ ການແຕ່ງຕັ້ງຄະນະກໍາມະການ ສຶກສາອົບຮົມວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ຂັ້ນເມືອງ, ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ວິລ່ຽມ ວົງທິສານ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ຫຼວງພະບາງ, ມີ ສະຫາຍ ສາຍ ສະໝອນ ສາລິວົງ ເຈົ້າເມືອງ, ປະທານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບເມືອງ ມີບັນດາ ຄະນະການນໍາກອງບັນຊາການ ປກຊ-ປກສ ເມືອງ, ພ້ອມດ້ວຍ ອົງການຈັດຕັ້ງທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນໂທ ພອນສີ ໄຊຍະເພັງ ຫົວໜ້າພະແນກທະ ຫານທ້ອງຖິ່ນກອງບັນຊາການ ທະຫານແຂວງຫຼວງພະບາງ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍ ການ ແຕ່ງຕັ້ງຄະນະກໍາມະການສຶກ ສາອົບຮົມວຽກງານປ້ອງກັນ ຊາດປ້ອງກັນຄວາມສະຫງົບຂັ້ນ ເມືອງ. ເຊິ່ງໃນນີ້ໄດ້ແຕ່ງຕັ້ງ ສະຫາຍ ສາຍສະໝອນ ສາລິວົງ ເຈົ້າເມືອງ ເມືອງຈອມເພັດເປັນ ປະທານ, ສະຫາຍ ພັນໂທ ຄໍາຜາຍ ບົວລະພາ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງ ເປັນຮອງປະທານ, ສະຫາຍ ພັນໂທ ປະເສີດ ພົມມະລັດ ຫົວ ໜ້າກອງບັນຊາການ ປກສ ເມືອງເປັນຮອງ, ສະຫາຍ ນາງ ຈັນສະມູດ ສຸຂະເສີມ ຫົວໜ້າ ຫ້ອງການສຶກສາ ແລະ ກີລາ ເມືອງເປັນຮອງ ພ້ອມກັນນີ້, ຍັງໄດ້ແຕ່ງຕັ້ງ ສະຫາຍ ນາງ ສົມສະໝອນ ຄຳສຸກສະຫວັດ ຫົວໜ້າຄະນະຈັດຕັ້ງເມືອງ, ສະຫາຍ ທອງງາມ ອາຍາສອນ ຫົວໜ້າຫ້ອງວ່າການປົກຄອງ ເມືອງ, ສະຫາຍ ວັນໄຊ ບົວລະພັນ ຫົວໜ້າໂຄສະນາອົມຮົມເມືອງ, ສະຫາຍ ເຢຍເລົ່າ ໄຊຍະວົງ ຫົວ ໜ້າຫ້ອງການ-ການເງິນເມືອງ, ສະຫາຍ ວິລະພົງ ພົງດາລາ ຫົວ ໜ້າຫ້ອງການຖະແຫຼງຂ່າວ-ວັດ ທະນະທໍາ ແລະ ທ່ອງທ່ຽວເມືອງ, ສະຫາຍ ສີສະພັນ ເພັດສຸລິນ ເລຂາຄະນະບໍລິຫານງານຊາວ ໜຸ່ມເມືອງ, ສະຫາຍ ພັນໂທ ຄໍາເຜີຍ ແກ້ວທຸມມາ ເປັນຄະນະ. ແລະ ແຕ່ງຕັ້ງກອງເລຂານຸການ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບຂັ້ນເມືອງຕື່ມອີກ. ໂອກາດນີ້, ສະຫາຍ ພັນເອກ ວິລ່ຽມ ວົງທິສານ ໄດ້ຮຽກຮ້ອງ ໃຫ້ຄະນະຮັບຜິດຊອບແຕ່ລະຂັ້ນ ຈົ່ງພ້ອມກັນເອົາໃຈໃສ່ ແລະ ເປັນ ເຈົ້າການປະກອບສ່ວນເຮັດໜ້າ ທີ່ສຶກສາອົບຮົມວຽກງານ ປກຊ-ປກສ ຢ່າງໃກ້ຊິດ, ຫັນເອົາວຽກ ງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບເປັນຂອງທົ່ວປວງ ຊົນຮອບດ້ານ, ດ້ວຍການນໍາເອົາ ແນວທາງປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບມາຈັດຕັ້ງ ເຜີຍແຜ່ໂຄສະນາສຶກສາອົບຮົມ ໃຫ້ປະຊາຊົນບັນດາເຜົ່າມີຄວາມ ຮັບຮູ້ເຊື່ອມຊຶມ ແລະ ຫັນເອົາກໍາ ລັງລົງກໍ່ສ້າງຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ, ຕິດພັນກັບການພັດນາຊົນນະບົດ ຮອບດ້ານ, ສ້າງເງື່ອນໄຂເຮັດໃຫ້ ທ້ອງຖິ່ນຮາກຖານມີຄວາມສະ ຫງົບປອດໄພ ແລະ ມີຄວາມເປັນ ລະບຽບຮຽບຮ້ອຍ. ໂດຍ: ສຸລິພົນ ວິໄລພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ