ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປາຖະກະຖາມູນເຊື້ອວັນສ້າງຕັ້ງກອງບັນຊາການ ທະຫານແຂວງຈຳປາສັກ ຄົບຮອບ 60 ປີ
ເວລາອອກຂ່າວ: 2022-05-24 10:30:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 132 | ຄວາມນິຍົມ:



ພິທີປາຖະກະຖາມູນເຊື້ອວັນ ສ້າງຕັ້ງກອງບັນຊາການທະຫານ ແຂວງຈຳປາສັກ ຄົບຮອບ 60 ປີ (15 ພຶດສະພາ1962-15 ພຶດສະພາ 2022) ໄດ້ຈັດຂຶ້ນ ໃນວັນທີ 12 ພຶດສະພາ 2022 ນີ້, ຢູ່ທີ່ສະໂມສອນຂອງມະຫາ ວິທະຍາໄລຈໍາປາສັກ, ໂດຍການ ເປັນປະທານ ແລະ ປາຖະກະຖາ ຂອງ ສະຫາຍ ພັນໂທ ສີຟອງ ບຸດຕາ ອະດີດຫົວໜ້າກອງບັນ ຊາການທະຫານແຂວງຈຳປາ ສັກ, ພະນັກງານປະຕິວັດອາວຸ ໂສບໍານານ, ມີ ທ່ານ ສົມໃຈ ແກ້ວປະເສີດ ຫົວໜ້າຫ້ອງການ ຈັດຕັ້ງ ແລະ ຄຸ້ມຄອງພະນັກ ງານມະຫາວິທະຍາໄລແຂວງ ຈໍາປາສັກ, ມີພະນັກງານຄູ-ອາ ຈານ ແລະ ນັກສືກສາມະຫາວິ ທະຍາໄລຈໍາປາສັກເຂົ້າຮ່ວມຮັບ ຟັງ. ສະຫາຍ ພັນໂທ ສີຟອງ ບຸດ ຕາ ໄດ້ທົບທວນຫວນຄືນມູນເຊື້ອ ຕົ້ນກໍາເນີດການເຕີບໃຫຍ່ຂະ ຫຍາຍຕົວຂອງແຕ່ລະໄລຍະ ເຊິ່ງ ໄດ້ຍົກໃຫ້ເຫັນເຖິງໄລຍະການ ຕໍ່ສູ້ອັນອົງອາດກ້າແກ່ນນັບແຕ່ ອະດີດເຖິງປັດຈຸບັນ, ຜົນງານ ອັນໃຫຍ່ຫຼວງໃນການຕໍ່ສູ້ນັບແຕ່ ປະກາດສ້າງຕັ້ງກອງບັນຊາການ ທະຫານແຂວງຈຳປາສັກໃນ ວັນທີ 15 ພຶດສະພາ ປີ 1962 ຢູ່ ເຂດສໍານັກງານແຂວງວັງຕາເຢ, ລໍາຫ້ວຍພາກ (ເຂດດົງຄັນທຸງ) ເມືອງມຸນລະປາໂມກ ແຂວງຈໍາ ປາສັກເປັນຕົ້ນມາກໍໄດ້ດຳເນີນ ການຕໍ່ສູ້ຕ້ານກັບຈັກກະພັດຜູ້ຮຸກ ຮານທ່າມກາງສົງຄາມ ທົ່ວ ແຜ່ນດິນລາວ, ເຊິ່ງກໍາລັງປະ ກອບອາວຸດຂອງຄະນະພັກ-ຄະ ນະບັນຊາກອງບັນຊາການທະ ຫານແຂວງໄດ້ເຕີບໃຫຍ່ເຂັ້ມ ແຂງ ແລະ ໄດ້ນຳພາການຕໍ່ສູ້ໃນ ແຕ່ລະສະໄໝ, ແຕ່ລະໄລຍະຢ່າງ ເດັດດ່ຽວໜຽວແໜ້ນດຸເດືອດ ຂ້ຽວຂາດ, ມີຄວາມສາມັກຄີຕໍ່ ສູ້ກັບສັດຕູຢ່າງເຂັ້ມແຂງ, ສູ້ຮົບ ມີໄຊຍິ່ງຕີກໍຍິ່ງໄດ້ຮັບໄຊຊະນະ, ຈົນສາມາດຍາດເອົາໄຊຊະນະ ໃນຫຼາຍບັ້ນຮົບ ຈາກໄຊຊະນະນີ້ ໄປສູ່ໄຊຊະນະໃໝ່ ໃນຕະຫຼອດ ໄລຍະ 60 ປີແຫ່ງການສ້າງຕັ້ງ ກອງບັນຊາການທະຫານແຂວງ ຈໍາປາສັກ ນັບທັງອະດີດຈົນເຖິງ ປັດຈຸບັນ ມີຄະນະກອງບັນຊາ ການ 14 ຊຸດຄະ ແລະ 5 ອົງຄະ ນະພັກ, ທັງໜົດນັ້ນ ໄດ້ສ້າງວິ ລະກຳອັນລໍ້າເລີດໄວ້ໃນປະຫວັດ ສາດຂອງແຂວງ ແລະ ຂອງ ຊາດສືບຕໍ່ຍຶດໝັ້ນ, ຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອ ກອງທັບປະຊາຊົນລາວໄປຄຽງ ບ່າ ຄຽງໄຫຼ່ກັບທຸກເຫຼົ່າຮົບກົມ ກອງໃນຂອບເຂດທົ່ວປະເທດ ສົມແລ້ວກັບຄຳຂວັນທີ່ວ່າ: ສະ ອາດ, ສວຍງາມ, ກ້າຫານ, ອົດ ທົນ, ສາມັກຄີ, ມີວິໄນແມ່ນມູນ ເຊື້ອອັນໂດດເດັ່ນຂອງຄົນຈໍາ ປາສັກ. ການປາຖະກະຖາໃນຄັ້ງນີ້, ກໍ ເພື່ອເຮັດໃຫ້ພະນັກງານ-ລັດຖະ ກອນ, ນັກຮຽນ-ນັກສຶກສາຄົນ ຮຸ່ນໃໝ່ທີ່ເຂົ້າຮ່ວມຮັບຟັງໄດ້ຮັບ ຮູ້ເຂົ້າໃຈແຈ້ງ ແລະ ເຊື່ອມຊຶມກຳ ແໜ້ນເຖິງເຫດການ, ການເຄື່ອນ ໄຫວໃນແຕ່ລະໄລຍະບົນເສັ້ນ ທາງອັນລະອິດລະອ້ຽວ, ເສຍສະ ຫຼະເລືອດເນື້ອເພື່ອການປະຕິວັດ ໃນແຕ່ລະໄລຍະການຕໍ່ສູ້ບໍ່ຍອມ ຈຳນົນ ແລະ ຮັກສາຜືນແຜ່ນດິນ ລາວໄວ້ໄດ້ຢ່າງຄົບຖ້ວນ, ເພື່ອ ສືບຕໍ່ນຳໄປຈັດຕັ້ງຜັນຂະຫຍາຍ ໃນວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຜົນສຳເລັດເປັນກ້າວໆ. ໂດຍ: ວິໄລພອນ ວົງວິສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ