ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ພິິທີເຊັນບົດບັນທຶກການຮ່ວມມື ດ້ານວິຊາສະເພາະພິສູດຫຼັກຖານ ວິໄຈຕົວຢ່າງ
ເວລາອອກຂ່າວ: 2022-05-24 10:17:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 610 | ຄວາມນິຍົມ:



ພິທີເຊັນບົດບັນທຶກການຮ່ວມ ມືດ້ານວຽກງານວິຊາສະເພາະ ພິສູດຫຼັກຖານລະຫວ່າງ ກົມຕໍາ ຫຼວດນິຕິວິທະຍາກົມໃຫຍ່ຕໍາ ຫຼວດກະຊວງປ້ອງກັນຄວາມສະ ຫງົບ ແລະ ກົມເຄມີສາດ ກົມໃຫຍ່ ເສນາທິການກອງທັບ ໄດ້ຈັດຂຶ້ນ ໃນວັນທີ 20 ພຶດສະພາ 2022 ນີ້, ຢູ່ທີ່ກົມຕໍາຫຼວດນິຕິວິທະຍາ ໂດຍການເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ກໍາມະການຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ສະ ຫາຍ ພົນຈັດຕະວາ ນິລະວົງ ເຈື່ອງຕະວະລາດ ກໍາມະການ ຄະນະພັກກະຊວງ, ຮອງຫົວໜ້າ ກົມໃຫຍ່ຕໍາຫຼວດກະຊວງປ້ອງ ກັນຄວາມສະຫງົບ, ມີຫົວໜ້າກົມ, ຮອງກົມ, ກົມກອງ, ພະ ແນກການ, ຂະແໜງການ ແລະ ພະນັກງານວິຊາສະເພາະທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. ສະຫາຍ ພັນຕີ ກອງສິນ ພົມວົງ ໄຊ ຫົວໜ້າພະແນກບໍລິຫານ-ສັງລວມ ກົມຕໍາຫຼວດນິຕິວິທະຍາ ໄດ້ຜ່ານບົດບັນທຶກຊ່ວຍຈໍາການ ຮ່ວມມືດ້ານວຽກງານວິຊາສະ ເພາະ ( ພິສູດຫຼັກຖານ, ເກັບຕົວ ຢ່າງ, ຮັກສາ ແລະ ວິໄຈຕົວຢ່າງ) ລະຫວ່າງກົມຕໍາຫຼວດນິຕິວິທະ ຍາ ແລະ ກົມເຄມີສາດ ກົມໃຫຍ່ ເສນາທິການກອງທັບ. ອີງຕາມ ຂໍ້ຕົກລົງວ່າດ້ວຍພາລະບົດບາດ ຂອງກົມເຄມີສາດ ກົມໃຫຍ່ເສນາ ທິການກອງທັບ, ອີງຕາມຂໍ້ຕົກ ລົງຂອງລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ວ່າດ້ວຍ ການຈັດຕັ້ງເຄື່ອນໄຫວຂອງກົມຕໍາຫຼວດນິຕິວິທະຍາ ແລະ ກອງປະຊຸມແລກປ່ຽນບົດຮຽນດ້ານວຽກງານວິຊາສະເພາະລະຫວ່າງ ກົມຕໍາຫຼວດນິຕິວິທະຍາ ແລະ ກົມເຄມີສາດ ກົມໃຫຍ່ເສນາທິ ການກອງທັບ ຈຸດປະສົງເພື່ອຊ່ວຍ ຈໍາ ແລະ ອໍານວຍຄວາມສະດວກໃນການພົວພັນປະສານງານ, ກຽມພ້ອມແກ້ໄຂບັນຫາທີ່ຈະ ເກີດຂຶ້ນ ທີ່ກ່ຽວຂອງກັບພາລະ ບົດບາດ-ໜ້າທີ່ທັງສອງຝ່າຍ, ເພື່ອເປັນບ່ອນອີງໃນການຈັດຕັ້ງ ປະຕິບັດວຽກງານວິຊາສະເພາະ ຮັບປະກັນໄດ້ຄວາມວ່ອງໄວ, ຊັດ ເຈນ, ມີປະສິດທິຜົນ, ເປັນເສນາທິການໃຫ້ແກ່ຂັ້ນເທິງໄດ້ດີຂຶ້ນ, ເປັນການຮ່ວມມືຂອງສອງກໍາລັງ ປະກອບອາວຸດດ້ານເຕັກນິກ-ວິ ຊາການ, ການສະໜອງຂໍ້ມູນ ຮ່ວມກັນກວດກາ, ພິສູດຫຼັກຖານ, ຊັນນະສູດ ເກັບຕົວຢ່າງ, ຮັກສາ ແລະ ວິໄຈຕົວຢ່າງສ້າງຄວາມ ອາດສາມາດ ແລະ ແລກປ່ຽນ ຄວາມຮູ້, ຂໍ້ມູນ, ການເຝິກອົບຮົມ, ສະຫຼຸບຖອດຖອນບົດຮຽນໃນຂົງ ເຂດວຽກງານທີ່ກ່ຽວຂ້ອງ ແລະ ການແກ້ໄຂບັນຫາເຫດການທາງ ເຄມີ. ຈາກນັ້ນທັງສອງຝ່າຍໄດ້ ຕົກລົງເຫັນດີເປັນເອກະພາບເຊັນ ບົດບັນທຶກຊ່ວຍຈໍາຮ່ວມກັນລະ ຫວ່າງ ສະຫາຍ ພັນເອກ ທຽມ ຫອມຊະນະ ຫົວໜ້າກົມເຄມີສາດ ກົມໃຫຍ່ເສນາທິການກອງທັບ ແລະ ສະຫາຍ ພັນເອກ ບຸນຖິ່ນ ແກ້ວມົນລັດຊີ ຫົວໜ້າກົມຕໍາ ຫຼວດນິຕິວິທະຍາກົມໃຫຍ່ຕໍາ ຫຼວດ ກະຊວງປ້ອງກັນຄວາມ ສະຫງົບ ໂດຍມີຄະນະນໍາທັງສອງ ກໍາລັງ ພ້ອມດ້ວຍພະນັກງານ, ວິຊາການທີ່ກ່ຽວຂອ້ງ ເຂົ້າຮ່ວມ ເປັນສັກຂີພິຍານ. ໂດຍ: ເກດຕະວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ