ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຜູ້ບັນຊາການທະຫານອາກາດ ຕ້ອນຮັບການເຂົ້າຢ້ຽມ ຂ່ຳນັບຂອງທີ່ປືກສາທູດຝ່າຍປ້ອງກັນຊາດຍີ່ປຸ່ນ
ເວລາອອກຂ່າວ: 2022-05-24 10:14:02 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 509 | ຄວາມນິຍົມ:



ວັນທີ 20 ພຶດສະພາ ນີ້, ຢູ່ທີ່ ຫ້ອງຮັບແຂກກົມພົວພັນຕ່າງປະ ເທດ ກະຊວງປ້ອງກັນປະເທດ, ທ່ານ ພົນຈັດຕະວາ ຄຳເຫຼັກ ແສງ ພະຈັນ ຜູ້ບັນຊາການທະຫານອາ ກາດ ໄດ້ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງ ທ່ານ ພັນໂທ ຮາມະ ໂມະໂຕະ ມິຈິໂນລິ ທີ່ປືກສາທູດ ຝ່າຍປ້ອງກັນຊາດຍີ່ປຸ່ນ ປະຈຳ ຮ່າ ໂນຍ ສສ ຫວຽດນາມ ເນື່ອງ ໂອກາດທີ່ທ່ານ ພ້ອມຄະນະເດີນ ທາງມາຢ້ຽມຢາມ ແລະ ເຮັດ ວຽກ ຢູ່ ສປປ ລາວ. ໂອກາດນີ້ ທ່ານຜູ້ບັນຊາການ ທະຫານອາກາດ ກໍໄດ້ສະແດງ ຄວາມຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາຄືນໝາກຜົນການຮ່ວມມື ລະຫວ່າງ ສອງກອງທັບ ລາວ-ຍີ່ປຸ່ນ ໃນໄລຍະຜ່ານມາ ພ້ອມທັງ ໄດ້ສະແດງຄວາມຂອບໃຈຕໍ່ລັດ ຖະບານຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍ ເຫຼືອລັດຖະບານລາວໂດຍຕະ ຫຼອດມາ, ໂດຍສະເພາະ ການຊ່ວຍ ເຫຼືອດ້ານການຝຶກອົບຮົມໃຫ້ແກ່ ຂະແໜງສະກັດກັ້ນໄພພິບັດ, ການ ໃຫ້ທຶນແກ່ນັກສຶກສາທະຫານ ລາວ ໄດ້ໄປສຶກສາຢູ່ຍີ່ປຸ່ນ ກໍຄືການ ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນໃນ ລະດັບຕ່າງໆ. ທ່ານ ພັນໂທ ຮາມະ ໂມະໂຕະ ມິຈິໂນລິ ໄດ້ສະແດງຄວາມຂອບ ໃຈຕໍ່ທ່ານຜູ້ບັນຊາການທະຫານ ອາກາດ ທີ່ໄດ້ໃຫ້ການຕ້ອນຮັບອັນ ອົບອຸ່ນ ພ້ອມທັງໃຫ້ການຢືນຢັນ ວ່າ: ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ໃຫ້ແກ່ກອງທັບປະຊາຊົນລາວ ໃນດ້ານຕ່າງໆ ແນໃສ່ເພີ່ມພູນ ຄູນສ້າງສາຍພົວພັນຮ່ວມມືລະ ຫວ່າງ ສອງປະເທດ, ສອງກອງ ທັບ ລາວ-ຍີ່ປຸ່ນ ໃຫ້ນັບມື້ມີໃບໜ້າ ອັນໃໝ່.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ