ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຊາວໜຸ່ມໂຮງຮຽນທິດສະດີການເມືອງກອງທັບ ສະຫຼຸບວຽກງານຂະບວນການ ປະຈຳປີ 2021
ເວລາອອກຂ່າວ: 2022-05-23 08:58:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 71 | ຄວາມນິຍົມ:



ວັນທີ 10 ພຶດສະພາ 2022 ນີ້, ພະແນກຊາວໜຸ່ມໂຮງ ຮຽນທິດສະດີການເມືອງກອງ ທັບ ໄດ້ເປີດກອງປະຊຸມສະຫຼຸບ ວຽກງານຂະບວນການ ແລະ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2021 ແລະ ຜ່ານທິດທາງແຜນການ ປະຈຳ ປີ 2022 ຂຶ້ນ, ໂດຍການເປັນ ປະທານຂອງ ສະຫາຍ ພັນເອກ ປອ ວິໄລ ເພັດມີໄຊ ຮອງຫົວ ໜ້າການເມືອງ, ຫົວໜ້າຫ້ອງ ການເມືອງ ໂຮງຮຽນທິດສະ ດີການເມືອງກອງທັບ, ມີຄະ ນະຫ້ອງ, ຄະນະວິຊາຄູ, ກອງ ພັນ, ກອງຮ້ອຍ ພ້ອມດ້ວຍສະມາ ຊິກຊາວໜຸ່ມໃນທົ່ວໂຮງຮຽນ ເຂົ້າຮ່ວມ. ສະຫາຍ ພັນໂທ ບຸນທົງ ຈັນທະ ວົງ ຫົວໜ້າພະແນກຊາວໜຸ່ມ ໂຮງຮຽນທິດສະດີການເມືອງ ກອງທັບ ໄດ້ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານຂະ ບວນການໃນໄລຍະ 1 ປີຜ່ານ ມາ, ເຊິ່ງພະແນກຊາວໜຸ່ມ ກໍຄື ໜ່ວຍຊາວໜຸ່ມໄດ້ເອົາໃຈ ໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ສະມາຊິກ ຊາວໜຸ່ມຂັ້ນຕົນເປັນປົກກະຕິ ສອດຫ້ອຍເຂົ້າໃນທຸກຂົງ ເຂດວຽກງານລວມຂອງກົມ ກອງ ຕິດພັນກັບການເຮັດໜ້າທີ່ ວິຊາສະເພາະ ໄປພ້ອມກັບ ການຈັດຕັ້ງເຂົ້າຮ່ວມເຊື່ອມ ຊຶມບັນດາມູນເຊື້ອວັນສໍາຄັນ ຕ່າງໆ ຂອງຊາດ, ຂອງພັກ, ຂອງ ກອງທັບ, ມະຕິ, ຄໍາສັ່ງ, ຂໍ້ກໍາ ນົດກົດລະບຽບຂອງກອງທັບ ກໍຄືສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະ ຂອງກອງ ທັບວາງອອກ, ຄຽງຄູ່ກັບການ ຊຸກຍູ້ວຽກງານ 4 ບຸກຂອງຊາວ ໜຸ່ມຕາມແຜນການທີ່ວາງໄວ້. ເຮັດໃຫ້ສະມາຊິກຊາວໜຸ່ມແຕ່ ລະສະຫາຍ ມີຄຸນທາດການເມືອງ ໜັກແໜ້ນ, ມີຄຸນສົມບັດສິນທໍາ ປະຕິວັດມີສະຕິເຄົາລົບ ແລະ ປະ ຕິບັດລະບຽບກົດໝາຍຂອງ ລັດ, ຂໍ້ກໍານົດຂອງກົມກອງວາງ ອອກ, ເປັນແບບຢ່າງນໍາໜ້າ ແລະ ເປັນກໍາລັງຫຼັກແຫຼ່ງໃນການປະ ຕິບັດໜ້າທີ່ປົກປັກຮັກສາລະ ບອບໃໝ່ຂອງພັກ, ພ້ອມກັນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນການກໍ່ສ້າງກອງທັບປະຕິວັດ, ມີແບບແຜນທັນສະໄໝ. ປັດຈຸ ບັນທົ່ວໂຮງຮຽນທິດສະດີການ ເມືອງ ກອງທັບ ມີ 7 ໜ່ວຍຊາວ ໜຸ່ມ, ມີສະມາຊິກທັງໝົດ 272 ສະຫາຍ, ຍິງ 94 ສະຫາຍ (ເພີ່ມຂຶ້ນ 48,71%) ສະເໜີຂັ້ນ ເທິງອະນຸມັດນາມມະຍົດ 4 ບຸກ ຂັ້ນພະແນກ ມີ 1 ພະແນກ, ຂັ້ນ ໜ່ວຍ 5 ໜ່ວຍ, ບຸກຄົນ 4 ບຸກ 138 ສະຫາຍ, ຍິງ 36 ສະ ຫາຍ, ແຂງ ຂັ້ນໜ່ວຍ 1 ໜ່ວຍ, ສາມາດຕີລາຄາດ້ານແນວຄິດ ຂອງສະມາຊິກຊາວໜຸ່ມທັງໝົດ ບັນລຸໄດ້ 90%. ນອກນັ້ນ, ໄດ້ສະເໜີຂັ້ນເທິງອະນຸມັດສະມາ ຊິກຊາວໜຸ່ມໄປຮຽນຕໍ່ຢູ່ພາຍໃນ ແລະ ຕ່າງປະເທດ ຈຳນວນ 12 ສະຫາຍ. ໃນພິທີຍັງໄດ້ມອບ ໃບຢັ້ງຢືນ 4 ບຸກ ແລະ ພ້ອມ ກັນຈັບມືຮັບຮອງເອົາຂໍ້ແຂ່ງຂັນ ໃນຊຸມປີຕໍ່ໜ້າຕື່ມອີກ. ໂດຍ: ເກດແກ້ວ ໄຊສົມພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ