ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມ 213 ສະຫຼຸບວຽກງານກວດກາພັກ-ລັດ ໄລຍະ 5 ປີຜ່ານມາ
ເວລາອອກຂ່າວ: 2022-05-23 08:46:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 101 | ຄວາມນິຍົມ:



ວັນທີ 20 ພຶດສະພາ 2022 ນີ້, ກົມ 213 ໄດ້ຈັດຕັ້ງສະຫຼຸບຖອດຖອນບົດຮຽນການເຄື່ອນໄຫວວຽກງານກວດກາພັກ-ລັດ ໄລຍະ 5 ປີ (2016-2021) ແລະ ວາງທິດທາງແຜນການ 5 ປີຕໍ່ໜ້າ (2021-2025), ໂດຍການເປັນປະທານຂອງ ສະຫາຍ ພົນຕີ ທອງວັນ ຈັນທະ ວົງ ກໍາມະການຄະນະພັກກະ ຊວງປ້ອງກັນປະເທດ, ຫົວໜ້າ ກົມ 213, ມີສະຫາຍ ພັນເອກ ສີສົມພູ ແກ້ວບຸນລ້ອມ ຮອງ ຫົວໜ້າກົມກວດກາກະຊວງ ປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາກົມ 213, ພະນັກ ງານຫຼັກແຫຼ່ງບັນດາຫ້ອງ ແລະ ກົມກອງຮາກຖານເຂົ້າຮ່ວມ. ສະຫາຍ ພັນໂທ ສັງຄົມ ຈະ ເລີນສັກ ຫົວໜ້າຫ້ອງການ ເມືອງ ກົມ 213 ໄດ້ສະຫຼຸບຕີລາ ຄາຄືນການເຄື່ອນໄຫວວຽກ ງານກວດກາ ພັກ-ລັດໄລຍະ 5 ປີຜ່ານມາ, ເຊິ່ງຄະນະພັກ-ຄະ ນະບັນຊາຂອງກົມ ໄດ້ເປັນເຈົ້າ ການຊີ້ນໍາ-ນໍາພາຈັດຕັ້ງປະຕິ ບັດວຽກງານດັ່ງກ່າວ ຕິດພັນກັບ ວຽກງານພັກ-ວຽກງານການ ເມືອງ, ຕ້ານ ສະກັດກັ້ນປະກົດການຫຍໍ້ທໍ້ບໍ່ໃຫ້ເກີດຂຶ້ນຢູ່ພາຍ ໃນກົມກອງ ຮັບປະກັນເຮັດໃຫ້ ກົມກອງມີຄວາມສະຫງົບປອດ ໄພໃນທຸກດ້ານ, ພ້ອມກັນນັ້ນ, ກໍໄດ້ຈັດຕັ້ງເຜີຍແຜ່ບັນດານິຕິກຳທີ່ກ່ຽວກັບວຽກງານກວດ ກາເປັນຕົ້ນແມ່ນຄໍາສັ່ງເລກທີ 01/ກມສພ ວ່າດ້ວຍ ການເພີ່ມ ທະວີການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ເອກະສານຍຸດທະສາດການສໍ້ ລາດບັງຫຼວງ, ມະຕິ ວ່າດ້ວຍ ການແກ້ໄຂພະຍາດອາດຍາສິດ, ສະກັດກັ້ນ ແລະ ຕ້ານການສໍ້ ລາດບັງຫຼວງ, ເພື່ອແນໃສ່ສຶກສາ ອົບຮົມໃຫ້ພະນັກງານນັກຮົບມີຄຸນທາດການ ເມືອງໜັກແໜ້ນ, ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ປຸກລະດົມຊຸກຍູ້ພະນັກງານ-ນັກ ຮົບເຂົ້າຮ່ວມຈັດຕັ້ງປະຕິບັດ ວຽກງານກວດກາພັກ-ລັດ ຖື ເອົາວຽກງານດັ່ງກ່າວໃຫ້ກາຍ ເປັນຄວາມຮັບຜິດຊອບຂອງແຕ່ ລະສະຫາຍ ແລະ ເປັນເຈົ້າການ ປ້ອງກັນຕົນເອງ ກໍຄືກົມກອງ ເຮັດໃຫ້ສະພາບການເມືອງພາຍ ໃນມີຄວາມສະຫງົບໜັກແໜ້ນ ໂດຍພື້ນຖານ. ໃນນີ້, ດ້ານວຽກ ງານກວດກາພັກໄລຍະ 5 ປີ ຜ່ານມາ ໄດ້ຊີ້ນໍາພະແນກການທີ່ກ່ຽວຂ້ອງເຄື່ອນໄຫວກວດກາພັກຢູ່ 7 ຫົວໜ່ວຍກົມກອງທີ່ຂຶ້ນກັບ, ມີທັງຫມົດ 50 ໜ່ວຍພັກ, ມີສະ ມາຊິກພັກທັງໝົດ 1.345 ສະ ຫາຍ, ສາມາດຮັບຮອງ ເປັນ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ 43 ໜ່ວຍພັກ, ບໍ່ໄດ້ ແບ່ງປະເພດມີ 2 ໜ່ວຍພັກ (ຍ້ອນສ້າງຕັ້ງໃໝ່), ມີສະມາ ຊິກພັກແຂງ 1.293 ສະຫາຍ, ກາງ 6 ສະຫາຍ ແລະ ບໍ່ໄດ້ແບ່ງ ປະເພດມີ 46 ສະຫາຍ, ດ້ານ ວຽກງານກວດກາລັດ ໄດ້ສຸມໃສ່ ກວດກາການເບີກຈ່າຍເງິນ ເດືອນ, ເງິນຮ່ວງງົບປະມານປະ ຈໍາປີ, ລາຍຮັບ-ລາຍຈ່າຍ ໃຫ້ຖືກ ຕ້ອງຕາມຫຼັກການທີ່ກົມການ ເງິນວາງອອກ, ກວດກາການຮັບ ແລະ ເບີກ-ຈ່າຍ ນໍ້າມັນເຊື້ອໄຟ, ເຄື່ອງອຸປະ ໂພກ-ບໍລິໂພກ, ເຄື່ອງຮັບໃຊ້ເຮືອນຄົວລວມ ທີ່ຂັ້ນເທິງປະກອບໃຫ້ ປະຕິບັດຖືກຕ້ອງຕາມຫຼັກການວິຊາສະເພາະ, ໄດ້ກວດກາພາຫະນະ-ອາວຸດລູກກະສຸນ ແລະ ຄຸ້ມຄອງ ຮັກສາ ຮັບປະກັນໃຫ້ແກ່ການ ປະຕິບັດໜ້າທີ່ການເມືອງຂອງ ກົມກອງໄດ້ເປັນຢ່າງດີ. ຜ່ານ ການຈັດຕັ້ງປະຕິບັດວຽກງານ ກວດກາພັກ-ລັດ ໃນໄລຍະຜ່ານ ມາເຫັນວ່າ: ຄະນະພັກ-ຄະນະ ບັນຊາແຕ່ລະຂັ້ນຮູ້ນໍາພາກົມ ກອງຈັດຕັ້ງປະຕິບັດວຽກງານ ດັ່ງກ່າວຢ່າງມີຈຸດສຸມ, ບັນດາ ປະກົດການຕ່າງທີ່ເກີດຂຶ້ນຖ້າ ທຽບໃສ່ຈໍານວນພົນແມ່ນມີໜ້ອຍ ແຕ່ກໍໄດ້ຮັບການແກ້ໄຂດ້ວຍ ຄວາມຍຸຕິທໍາ ແລະ ໄດ້ຮັບຜົນສໍາ ເລັດ, ການເປັນແບບຢ່າງຂອງຄະ ນະພັກ-ຄະນະບັນຊາແຕ່ລະຂັ້ນ ແມ່ນເຮັດໄດ້ດີມີການກວດກາຕົນ ເອງ, ກວດກາການຈັດຕັ້ງເປັນ ປົກກະຕິ, ສາມາດຕ້ານ ແລະ ສະ ກັດກັ້ນໄດ້ບັນດາປະກົດການ ຫຍໍ້ທໍ້ຕ່າງໆ ເຮັດໃຫ້ກົມກອງມີ ຄວາມປອດໃສ, ມີຄວາມສະຫງົບ ໜັກແໜ້ນເຂັ້ມແຂງ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມ ກັນປະກອບຄໍາຄິດເຫັນໃສ່ບົດ ສະຫຼຸບ ແລະ ທິດທາງແຜນການ, ຍົກໃຫ້ເຫັນດ້ານດີ, ບັນຫາທີ່ຍັງ ຄົງຄ້າງ ແລະ ຊອກວິທີການ-ມາດຕະການປັບປຸງແກ້ໄຂໃຫ້ ຂາດຕົວ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານກວດກາພັກ-ລັດຢູ່ກົມ 213 ໃນຕໍ່ໜ້າໄດ້ຮັບໝາກຜົນສູງກວ່າເກົ່າ. ໂອກາດນີ້, ສະຫາຍຫົວໜ້າ ກົມ 213 ໄດ້ເນັ້ນໜັກໃຫ້ຄະນະ ພັກ-ຄະນະບັນຊາ ຕະຫຼອດຮອດ ພະນັກງານວິຊາການແຕ່ລະຂັ້ນ ເອົາໃຈໃສ່ເກັບກຳ, ຄຸ້ມຄອງສະ ພາບການເມືອງພາຍໃນ ແລະ ປະກົດການຫຍໍ້ທໍ້ຕ່າງໆ, ຖືສໍາ ຄັນວຽກງານສຶກສາອົບຮົມການ ເມືອງແນວຄິດໃຫ້ພະນັກງານ-ນັກຮົບ ມີສະຕິລະວັງຕົວສູງຈໍາ ແນກໃຫ້ໄດ້ມິດສັດຕູຢ່າງຈະ ແຈ້ງ, ເປັນເຈົ້າການຕ້ານສະກັດ ກັ້ນປະກົດການຫຍໍ້ຕ່າງໆບໍ່ໃຫ້ ເກີດຂຶ້ນກັບຕົນເອງ ກໍຄືພາຍໃນ ກົມກອງ. ພ້ອມກັນນັ້ນ, ກໍຕ້ອງ ເພີ່ມທະວີວຽກງານກວດກາ ພັກ-ລັດໃຫ້ຮັດກຸມກວ່າເກົ່າ ເພື່ອເຮັດໃຫ້ກົມກອງມີຄວາມ ສະຫງົບໜັກແໜ້ນ ແລະ ບັນ ຫາສໍາຄັນແມ່ນພ້ອມກັນນໍາເອົາ ເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍຢູ່ກົມ ກອງຂອງຕົນໃຫ້ໄດ້ຮັບໝາກຜົນ ສູງ. ໂດຍ: ນ. ຍ້ອມເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ