ກອງທັບປະຊາຊົນລາວ

ວັນພະຫັດ, ວັນທີ 01 ມິຖຸນາ 2023



ກອງພົນທີ 1 ເປີດງານວາງສະແດງຜະລິດຕະພັນສິນຄ້າຂອງຕົນ
ເວລາອອກຂ່າວ: 2019-01-30 09:15:21 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 2 | ຄວາມນິຍົມ:



ເນື່ອງໃນໂອກາດສະເຫຼີມສະ ຫຼອງ 70 ປີ ແຫ່ງການເຕີບໃຫຍ່ ຂະຫຍາຍຕົວຂອງກອງທັບປະ ຊາຊົນລາວ, ໃນ 20 ມັງກອນ 2019 ນີ້, ກອງພົນທີ 1 ໄດ້ເປີດພິ ທີວາງສະແດງຜະລິດຕະພັນສິນ ຄ້າ ແລະ ຮູບພາບ ການເຄື່ອນໄຫວ ຂອງກົມກອງຂອງຕົນ. ໂດຍ ເຂົ້າຮ່ວມເປັນປະທານຂອງທ່ານ ຄໍາຜອງ ດວງວິໄລ ກໍາມະການ ພັກແຂວງ ເລຂາພັກເມືອງເຈົ້າ ເມືອງໆວັງວຽງ, ມີພັນເອກສົມ ເພັດ ແກ້ວວັນທອງ ຄະນະພັກ ກອງພົນ ຫົວຫນ້າຫ້ອງພະລາທິ ການ, ມີແຂກຖືກເຊີນ ຈາກບໍລິສັດ ຫ້າງຮ້ານ ແລະ ອໍານາດການປົກ ຄອງອ້ອມຂ້າງເຂົ້າຮ່ວມ. ຜະລິດຕະພັນທີ່ນໍາມາສະແດງ ໃນຄັ້ງນີ້ມີຮູບພາບການເຄື່ອນ ໄຫວຂອງກອງພົນ ແລະ ກົມກອງ ຮາກຖານຈໍານວນໜຶ່ງ ເຊິ່ງເປັນ ພາບຄວາມຊົງຈໍາໃນການເຄື່ອນ ໄຫວປະຕິບັດໜ້າທີ່ທຸກຂົງເຂດ ວຽກງານຂອງຄະນະນໍາທຸກຂັ້ນ ແລະ ອ້າຍນ້ອງທະຫານທຸກສະ ຫາຍ, ວຽກງານເສນາຮັກເຊັ່ນ ການວາງສະແດງ ແລະ ໂຄສະ ນາສິນຄ້າເປັນຕົ້ນຢາບໍາລຸງຮ່າງ ກາຍ; ຢາປິ່ນປົວພະຍາດ; ການ ກວດກາຕັງຊົງ ແລະ ກວດກາພະ ຍາດກັບທີ່, ວຽກງານການຜະລິດ ກ່ຽວກັບການເພີ່ມພູນຜະລິດຜົນ ເພື່ອແກ້ໄຂຊີວິດການເປັນຢູ່ເປັນ ຕົ້ນພືດຜັກ; ໝາກໄມ້; ເບ້ຍໄມ້ກິນ ໝາກ ແລະ ເບ້ຍໄມ້ປະປະດັບເອ້ ແລະ ພຶກສານາໆພັນອີກຫຼາຍ ຊະນິດ, ວຽກງານຫັດຖະກໍາຈັກ ສານ ເຊັ່ນ: ແຫ, ມອງ,ຂ້ອງໃສ່ປາ, ຫວດໜຶ່ງເຂົ້າ, ຕິບເຂົ້າ, ພາເຂົ້າ, ຊຸ້ມໄກ່, ຟອຍປັດໜ້າບ້ານ ແລະ ຟອຍບັດຫ້ອງການ ແລະ ອື່ນໆ, ວຽກງານເຟີນີເຈີ ເຊັ່ນ: ໂຕະ, ຕັ່ງ, ດິນບ໋ອກ ແລະ ເຄື່ອງໃຊ້ຫ້ອງການ ແລະ ຄົວເຮືອນອີກຈໍານວນໜຶ່ງ, ການສະແດງ ແລະ ຂາຍຜະລິດຕະ ພັນສິນຄ້າ ຈະໄດ້ດໍາເນີນເປັນເວ ລາ 4 ວັນ ນັບແຕ່ວັນທີ 20-23 ມັງກອນ 2019. ເຊິ່ງທັງໝົດເຫຼົ່າ ນັ້ນມັນໄດ້ສ່ອງແສງໃຫ້ເຫັນມູນ ເຊື້ອຄວາມທະນົງອົງອາດ; ຄວາມເດັດດ່ຽວໜຽວແໜ້ນ; ຄວາມມີມານະຈິດອົດທົນຜ່ານ ຜ່າຄວາມຫຍຸ້ງຍາກ; ຄວາມດຸໝັ່ນ ຂະຫຍັນພຽນຂອງພະນັກງານ-ນັກຮົບປະຕິວັດ ເຊິ່ງໄດ້ສະແດງ ເຖິງການກໍາເນີດ ແລະ ເຕີບໃຫຍ່ ຂະຫຍາຍຕົວຂອງກອງທັບປະ ຊາຊົນລາວ ຕະຫຼອດໄລຍະ 70 ປີບົນເສັ້ນທາງການປະຕິວັດ, ພາຍໃຕ້ຮົ່ມທຸງຂອງພັກ ກ່າວສູ່ ເສັ້ນທາງສັງຄົມນິິຍົມຢ່າງສະ ຫວ່າງສະໄຫວ ແລະ ສະຫງ່າຜ່າ ເຜີຍ. ນອກຈາກນັ້ນກອງພົນທີ 1 ຍັງ ອະນຸຍາດໃຫ້ຄອບຄົວຂອງພະ ນັກງານ-ນັກຮົບ ແລະ ຊາວຄ້າ ຂາຍຕະຫຼອດຮອດພໍ່ແມ່ປະຊາ ຊົນນໍາສິນຄ້າຂອງຕົນເຂົ້າມາ ຂາຍ ແລະ ນໍາເອົາອຸປະກອນການ ຫຼິ້ນທີ່ເສີມສ້າງບັນຍາກາດຄວາມ ເບີກບານມ່ວນຊື່ນ ແລະ ເພີ່ມເຕີມ ຄວາມສວຍສົດງົດງາມເຂົ້າມາ ຮັບໃຊ້ໃນງານວາງສະແດງຜະ ລິດຕະພັນສິນຄ້າຕື່ມອີກ. ໂດຍ: ໂກຮັງ ພັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ