ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າ ຄຕພ ຕີລາຄາສູງຕໍ່ການຮ່ວມມື ຮອບດ້ານ ລາວ-ຫວຽດນາມ
ເວລາອອກຂ່າວ: 2022-05-23 08:44:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 140 | ຄວາມນິຍົມ:



ໃນໂອກາດກຽມສະເຫຼີມສະ ຫຼອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2022 ນີ້, ສະຫາຍ ທອງສະ ຫວັນ ພົມວິຫານ ກໍາມະການສູນ ກາງພັກ ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ (ຄຕພ) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນ ວັນທີ 17 ພຶດສະພາ 2022 ໂດຍ ໄດ້ຕີລາຄາສູງຕໍໍ່ສາຍພົວພັນ ມິດຕະພາບທີ່ຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ກໍຄືການ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນ ໄລຍະຜ່ານມາຈົນເຖິງປັດຈຸບັນ ວາ່: ສປປ ລາວ ແລະ ສສ ຫວຽດ ນາມ ເປັນເພື່ອນມິດຍຸດທະສາດ ທີ່ຕິດພັນກັນທາງດ້ານພູມສາດ ແລະ ປະຫວັດສາດ, ມີສາຍນ້ຳ, ສາຍພູຕິດຈອດກັນ, ປະຊາຊົນ ສອງປະເທດມີການພົວພັນອັນ ສະໜິດສະໜົມ ເປັນຕົ້ນ ໃນໄລຍະ ຕໍ່ສູ້ກູ້ຊາດ ຂອງສອງປະເທດລາວ- ຫວຽດນາມ ພາຍໃຕ້ການ ນໍາພາຊີ້ນໍາຂອງພັກກອມມູນິດ ອິນດູຈີນ ທີ່ໄດ້ສ້າງຕັ້ງຂຶ້ນໃນປີ 1930 ເຊິ່ງເປັນຕົ້ນກຳເນີດຂອງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນ ປະຕິວັດລາວ, ສອງຊາດ ລາວ ແລະ ຫວຽດນາມ ໄດ້ຜູກແໜ້ນຄວາມສາມັກຄີ ແລະ ຮ່ວມສຳພັນສູ້ຮົບ, ຄຽງບ່າຄຽງ ໄຫຼ່ໃນການຕໍ່ສູ້ຕ້ານສັດຕູໂຕ ດຽວກັນ ຢ່າງດຸເດືອດຂ້ຽວຂາດ, ຍືດເຍື້ອຍາວນານ ແລະ ເຕັມ ໄປດ້ວຍການເສຍ ສະຫຼະອັນ ສູງສົ່ງ ເພື່ອປົດປ່ອຍຊາດອອກ ຈາກແອກປົກຄອງ ຂອງພວກ ຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ຈົນຍາດໄດ້ໄຊຊະ ນະຢ່າງສົມບູນ ໃນປີ 1975. ສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດ ລາວ-ຫວຽດ ນາມ ໄດ້ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອ ແຫ່ງສາຍພົວພັນມິດຕະພາບ, ຈົນກາຍເປັນມໍລະດົກລວມ ອັນລໍ້າຄ່າ, ເປັນກົດເກນແຫ່ງ ການຄົງຕົວ, ຂະຫຍາຍຕົວ ແລະ ເປັນໜຶ່ງໃນປັດໄຈຕັດສິນ ໄຊຊະນະຂອງພາລະກິດການ ປະຕິວັດຢູ່ແຕ່ລະປະເທດ, ການ ນໍາຂັ້ນສູງຂອງສອງປະເທດ ໄດ້ກຳນົດເອົາປີ 2022 ເປັນປີ ສາມັກຄີມິດຕະພາບ ລາວ-ຫວຽດ ນາມ ທີ່ມີຄວາມໝາຍສຳຄັນ ຢ່າງຍິ່ງທາງດ້ານປະຫວັດສາດ ແຫ່ງສາຍພົວພັນທີ່ເປັນມູນເຊື້ອ ມິດຕະພາບທີ່ຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມ ມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ເປັນປີຄົບ ຮອບເລກມົນ ຫຼື ຄົບຮອບໃຫຍ່ ເພື່ອສະຫຼອງ 2 ວັນສໍາຄັນ ດັ່ງກ່າວ, ເຊິ່ງທັງສອງຝ່າຍຈະ ຮ່ວມກັນສະເຫຼີມສະຫຼອງໃຫ້ມີບັນຍາກາດ, ມີເນື້ອໃນ ແລະ ເປັນຂະບວນຟົດຟື້ນ ເພື່ອ ໂຄສະນາປະຫວັດສາດ-ສຶກສາ ອົບຮົມ ມູນເຊື້ອແຫ່ງສາຍພົວ ພັນມິດຕະພາບທີ່ຍິ່ງໃຫຍ່ໃຫ້ ພະນັກງານ-ລັດຖະກອນ, ທະ ຫານ, ຕໍາຫຼວດ ແລະ ປະຊາຊົນ ໂດຍສະເພາະແມ່ນຄົນຮຸ່ນ ໜຸ່ມຂອງສອງປະເທດໃຫ້ມີ ຄວາມເຂົ້າໃຈຢ່າງຖືກຕ້ອງ, ເລິກ ເຊິ່ງ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ລະຫວ່າງ ລາວ-ຫວຽດນາມ. ສະຫາຍ ທອງສະຫວັນ ພົມວິຫານ ຍັງກ່າວອີກວ່າ: ໃນໄລຍະຜ່ານ ມາ ຄະນະພົວພັນຕ່າງ ປະເທດສູນ ກາງພັກ ລາວ-ຫວຽດນາມ ໄດ້ ມີການພົວພັນຮ່ວມມື ແລະ ປະ ສານສົມທົບກັນຢ່າງແໜ້ນແຟ້ນ ໃນການເປັນໃຈກາງປະສານ ງານ ແລະ ອໍານວຍຄວາມສະ ດວກໃຫ້ການນຳຂັ້ນສູງ ພັກ, ລັດ ແລະ ຂັ້ນຕ່າງໆທັງສູນກາງ ແລະ ທ້ອງຖິ່ນໃນສາຍພັກ, ອົງການຈັດຕັ້ງມະຫາຊົນ, ແນວ ໂຮມ, ສະມາຄົມມິດຕະພາບ ກໍຄື ການທູດປະຊາຊົນຂອງ 2 ຝ່າຍ ໃນການຢ້ຽມຢາມ ແລະ ໄປມາ ຫາສູ່ກັນ, ລວມທັງການຕິດ ຕາມ-ຊຸກຍູ້ຜັນຂະຫຍາຍບັນ ດາຂໍ້ຕົກລົງຂອງການນຳຂັ້ນ ສູງຂອງ ສອງພັກ, ສອງລັດ ກໍຄື ຂໍ້ຕົກລົງການຮ່ວມມືລະຫວ່າງ ສອງຄະນະພົວພັນຕ່າງປະ ເທດສູນກາງພັກ ລາວ-ຫວຽດ ນາມ. ເຖິງຈະມີຄວາມຫຍຸ້ງ ຍາກໃນການເຄື່ອນໄຫວວຽກ ງານຕ່າງປະເທດໃນໄລຍະການ ແຜ່ລະບາດຂອງ ໂຄວິດ-19 ແຕ່ການພົວພັນລະຫວ່າງ ຄະນະ ພົວພັນຕ່າງປະເທດຂອງສອງ ສູນກາງພັກ ລາວ-ຫວຽດນາມ ກໍຍັງສືບຕໍ່ໄດ້ຮັບການເສີມຂະ ຫຍາຍ ແລະ ເປັນໃຈກາງໃນ ການປະສານງານ-ອໍານວຍ ຄວາມສະດວກໃຫ້ແກ່ການພົບ ປະ ລະຫວ່າງ ການນໍາຂັ້ນສູງ ຂອງສອງຝ່າຍ ລາວ-ຫວຽດ ນາມ, ປະສານສົມທົບຢ່າງແໜ້ນ ແຟ້ນກັບບັນດາອົງການກ່ຽວ ຂ້ອງ ຜ່ານລະບົບວິດີໂອທາງໄກ, ພ້ອມນັ້ນ ຍັງໄດ້ມີການແລກ ປ່ຽນສານອວຍພອນ, ສານຊົມ ເຊີຍ ແລະ ໃຫ້ການສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນໂອກາດ ສໍາຄັນຕ່າງໆ ຂອງສອງຝ່າຍ. ສ່ວນການແລກປ່ຽນຄະນະຜູ້ ແທນ, ເຖິງບໍ່ມີຫຼາຍຄືໄລຍະຜ່ານ ມາກໍຕາມ, ແຕ່ສອງຝ່າຍກໍຍັງ ຮັກສາໄດ້ລັກສະນະພິເສດ ແລະ ຄວາມໃກ້ຊິດເຊິ່ງກັນ ແລະ ກັນ, ການນໍາສອງຝ່າຍໄດ້ມີການສົນ ທະນາທາງໂທລະສັບ, ມີການ ພົບປະຜ່ານລະບົບທາງໄກ,ພົບປະເຊິ່ງໜ້າ ແລະ ຮູບແບບອື່ນໆ ໃນໂອກາດທີ່ເໝາະສົມຕາມສະ ພາບການຕົວຈິງ, ພິເສດ ສອງ ຝ່າຍ ຍັງໄດ້ມີການປະສານສົມທົບ ແລະ ອໍານວຍຄວາມສະດວກໃຫ້ ຄະນະຊ່ຽວຊານແພດໝໍ ຫວຽດ ນາມ ມາປິ່ນປົວສຸຂະພາບ, ຊ່ວຍ ເຫຼືອອຸປະກອນການແພດ ແລະ ວັກຊີນປ້ອງກັນ ໂຄວິດ-19 ໃຫ້ ສປປ ລາວ ໃນໄລຍະຫຍຸ້ງຍາກ ດັ່ງກ່າວ. ປີ 2022 ແມ່ນປີທີ່ມີຄວາມ ໝາຍສໍາຄັນຍິ່ງໃນການພົວພັນ ລາວ-ຫວຽດນາມ, ສອງຝ່າຍ ຈະໄດ້ຮ່ວມກັນສະເຫຼີມສະຫຼອງ ສອງວັນປະຫວັດສາດ ລາວ- ຫວຽດນາມ ໃຫ້ມີບັນຍາກາດ, ມີເນື້ອໃນ ແລະ ເປັນຂະບວນຟົດ ຟື້ນ ເພື່ອໃຫ້ທຸກຊັ້ນຄົນໃນສັງຄົມ ກໍຄື ຄົນຮຸ່ນໜຸ່ມຂອງສອງປະເທດ ໄດ້ເຂົ້າໃຈເຖິງມູນເຊື້ອອັນພິລະ ອາດຫານ ແລະ ສະຫງ່າງາມຂອງສາຍພົວພັນອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງ ລາວ- ຫວຽດນາມ. ໂດຍ ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ