ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຫະພັນນັກຮົບເກົ່າແຫ່ງຊາດລາວ ປາຖະກະຖາ 2 ວັນປະຫວັດສາດ
ເວລາອອກຂ່າວ: 2022-05-23 08:42:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 122 | ຄວາມນິຍົມ:



ວັນທີ 19 ພຶດສະພາ 2022 ນີ້, ສະຫະພັນນັກຮົບເກົ່າແຫ່ງ ຊາດລາວປາຖະກະຖາມູນເຊື້ອ 2 ວັນປະຫວັດສາດຄື: ວັນມູນ ເຊື້ອວິລະກໍາຂອງກອງພັນທີ 2 ຜ່າ ວົງປິດລ້ອມຂອງສັດຕູຢູ່ທົ່ງ ໄຫຫີນແຂວງຊຽງຂວາງ ຄົບ ຮອບ 63 ປີ ( 18/5/1959-18/ 5/2022 ) ແລະ ວິລະກຳໂຕນ ຄຸກຢ່າງມະຫັດສະຈັນຂອງຜູ້ນຳ ແນວລາວຮັກຊາດ ( 24/5/ 1960-24/5/2022 ) ໂດຍການ ເປັນປະທານ ແລະ ປາຖະກະຖາ ຂອງ ສະຫາຍ ພົນໂທ ແສງນວນ ໄຊຍະລາດ ປະທານສະຫະພັນນັກ ຮົບເກົ່າແຫ່ງຊາດລາວ, ມີຮອງ ປະທານ, ຫົວໜ້າກົມ, ຄະນະກົມ, ຫ້ອງການ, ພະແນກການ, ສະມາ ຊິກພັກ, ພະນັກງານ-ລັດຖະກອນ ທົ່ວສະຫະພັນນັກຮົບເກົ່າແຫ່ງຊາດລາວເຂົ້າຮ່ວມ. ສະຫາຍ ພົນໂທ ແສງນວນ ໄຊຍະລາດ ໄດ້ຫວນຄືນມູນເຊື້ອ ວັນຜ່າວົງປິດລ້ອມກອງພັນທີ 2 ວີລະຊົນທີ່ທົ່ງໄຫຫີນແຂວງ ຊຽງຂວາງ ແລະ ວີລະກຳໂຕນ ຄຸກຢ່າງມະຫັດສະຈັນຂອງບັນ ດາທ່ານຜູ້ນຳຂອງພັກ ແລະ ແນວ ລາວຮັກຊາດ ຜົນງານການເຄື່ອນ ໄຫວດັ່ງກ່າວເປັນການຕໍ່ສູ້ກູ້ ຊາດ, ການຊີ້ນຳ-ນຳພາຂອງຜູ້ນຳ ໃນແຕ່ລະໄລຍະທີ່ສາມາດຍາດ ເອົາໄຊຊະນະຍິ່ງໃຫຍ່ ແລະ ຄວາມ ອົງອາດກ້າຫານເດັດດ່ຽວ, ຄວາມອົດທົນແໜ້ນໜຽວບໍ່ຄອນ ແຄນຕໍ່ການນາບຂູ່ຫຼອກຫຼວງ ຂອງສັດຕູ, ນ້ຳໃຈສູ້ຮົບພິລາດ ອາດຫານ ແລະ ມີໄຫວພິບໃນການ ຕໍ່ສູ້ກູ້ຊາດຂອງທ່ານຜູ້ນຳ ກໍຄື ການນຳພາຂອງພັກອັນເປັນ ແວ່ນແຍງແຮງກ້າໃຫ້ແກ່ຂະບວນ ການປະຕິວັດ ເພື່ອຕີເອົາຊະນະກັບ ຈັກກະພັດອາເມຣິກາ ແລະ ລູກ ແຫຼ່ງຕີນມືຢ່າງສະຫຼາດສ່ອງໃສ ເຮັດໃຫ້ໄຊຊະນະອັນໃຫຍ່ຫຼວງ ຂອງກຳລັງປະກອບອາວຸດໃນແຕ່ ລະຂົງເຂດເປັນເຫດການປະ ຫວັດສາດສຳຄັນຂອງຊາດ, ຂອງ ພັກ, ຂອງກອງທັບເຮົາ ແລະ ບົດ ຮຽນອັນລໍ້າຄ່າໃຫ້ແກ່ຂະບວນ ການຕໍ່ສູ້ຂອງກອງທັບ ແລະ ປະ ຊາຊົນບັນດາເຜົ່າ ພ້ອມດຽວກັນ ນັ້ນ, ກໍເຮັດໃຫ້ກຳລັງປະກອບອາ ວຸດປະຊາຊົນນັບມື້ເຕີບໃຫຍ່ຂະ ຫຍາຍຕົວ ເຮັດໃຫ້ຊື່ສຽງຂອງ ກຳລັງຝ່າຍປະເທດລາວ( ແນວ ລາວຮັກຊາດ ) ນັບມື້ພົ້ນເດັ່ນ ໃນເວທີສາກົນ ທັງນີ້ກໍເພື່ອເຮັດ ໃຫ້ພະນັກງານ-ນັກຮົບຮັບຮູ້ ແລະ ເຂົ້າໃຈກຳແໜ້ນບັນດາມູນເຊື້ອ ວັນປະຫວັດສາດຂອງຊາດ, ຂອງ ພັກກໍຄືຂອງກອງທັບ ແລະ ພ້ອມ ກັນຊອກຮູ້ຮ່ຳຮຽນເອົາແນວທາງ ຂອງພັກ ແລະ ແນວຄິດທິດສະ ດີຂອງ ປະທານ ໄກສອນ ພົມວິ ຫານ ເປັນເຂັມຊີ້ທິດເຍືອງທາງ ໃຫ້ຄົນຮຸ່ນຫຼັງສືບທອດພາລະກິດ ປະຕິວັດຕະຫຼອດມາ ປະກອບ ສ່ວນສໍາຄັນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດໃຫ້ ຈະເຈີນກ້າວໜ້າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ