ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງບັນຊາການທະຫານນະຄອນຫຼວງວຽງຈັນ ສະຫຼຸບວຽກງານການປ້ອງກັນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ
ເວລາອອກຂ່າວ: 2022-05-23 08:41:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 88 | ຄວາມນິຍົມ:



ຫວ່າງບໍ່ດົນນີ້, ຢູ່ທີ່ກອງພັນ 513 ກອງບັນຊາທະຫານນະ ຄອນຫຼວງວຽງຈັນ ໄດ້ຈັດກອງ ປະຊຸມສະຫຼຸບຜົນສຳເລັດ ວຽກງານການປ້ອງກັນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໄລຍະ 05 ປີ ( 2016-2021) ໂດຍການເປັນປະທານຂອງ ສະ ຫາຍ ພັນເອກ ບຸນວານ ພົມມະ ວົງ ຫົວໜ້າການທະຫານ ກອງ ບັນຊາການທະຫານນະຄອນ ຫຼວງວຽງຈັນ, ຄະນະພັກ-ຄະ ນະບັນຊາ, ພະແນການ, ພະນັກ ງານ-ນັກຮົບເຂົ້າຮ່ວມ. ສະຫາຍ ພັນໂທ ຄຳພູ ຄຳ ພະຈັນ ຫົວໜ້າພະແນກສູ້ຮົບ ທະ ຫານນະຄອນຫຼວງວຽງຈັນຂຶ້ນ ຜ່ານບົດສະຫຼຸບການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານປ້ອງ ກັນໂຄງການກໍ່ສ້າງເສັ້ນທາງລົດ ໄຟລາວ-ຈີນ ໄລຍະ 05 ປີ ( 2016-2021 ) ເຊິ່ງໄດ້ຍົກ ໃຫ້ເຫັນຜົນງານທີ່ພົ້ນເດັ່ນທີ່ຄະ ນະພັກ-ຄະນະບັນຊາທຸກຂັ້ນໄດ້ ເອົາໃຈໃສ່ເປັນບັນຫາສຳຄັນຕໍ່ ວຽກງານການປ້ອງກັນໂຄງການ ດັ່ງກ່າວເປັນຕົ້ນແມ່ນວຽກງານ ຮັບປະກັນເຮັດໃຫ້ຂອບເຂດ ກົມກອງຮັບຜິດຊອບມີຄວາມສະ ຫງົບໂດຍພື້ນຖານ ແລະ ເອື້ອອໍາ ນວຍຄວາມສະດວກໃຫ້ແກ່ການ ກໍ່ສ້າງໂຄງການດັ່ງກ່າວສໍາເລັດ ຕາມແຜນການທີ່ຂັ້ນເທິ່ງກໍາ ນົດ, ເຊິ່ງຍາມໃດຄະນະຊີ້ນໍາກໍຖືເອົາວຽກງານສຶກສາອົບຮົມ ການເມືອງ-ນໍາພາແນວຄິດເປັນ ກົກເຮັດໃຫ້ພະນັກງານ-ນັກຮົບ ມີຄວາມອຸ່ນອຽນທຸ່ນທ່ຽງ ໃນ ການເຮັດໜ້າທີ່ດັ່ງກ່າວຢ່າງ ເລິກເຊິ່ງ, ພ້ອມທັງ ປະສານສົບ ທົບແໜ້ນລະຫວ່າງກໍາລັງ ປກສ, ອໍານາດການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ກ່ຽວຂ້ອງໃນ ການຈັດຕັ້ງເຄື່ອນໄຫວປ້ອງກັນ ແລະ ແບ່ງຂອບເຂດຮັບຜິດຊອບ ຢ່າງລະອຽດຈະແຈ້ງ ເພື່ອຮັບ ປະກັນໃນການຈັດຕັ້ງກຳລັງ ອອກເຄື່ອນໄຫວສາລະເວ ປ້ອງ ກັນເວນຍາມ ຢູ່ຕາມຈຸດຕ່າງໆ ທີ່ໄດ້ຮັບມອບໝາຍ ໃຫ້ມີຄວາມ ສະຫງົບປອດໄພ 100%, ເພື່ອແນ ໃສ່ເຮັດໃຫ້ວຽກງານການປ້ອງ ກັນໂຄງການກໍ່ສ້າງເສັ້ນທາງ ລົດໄຟລາວ-ຈີນ ມີຄວາມຮັບປະ ກັນ ແລະ ຮັກສາໄດ້ຄວາມສະ ຫງົບປອດໄພ. ຈາກນັ້ນ, ສະຫາຍ ພັນເອກ ບຸນ ລິດ ສີສຸພອນ ຫົວໜ້າຫ້ອງເສນາ ທິການທະຫານນະຄອນຫຼວງ ວຽງຈັນ ກໍໄດ້ຂຶ້ນຜ່ານແຜນການ ປ້ອງກັນເສັ້ນທາງລົດໄຟລາວ-ຈີນ ໃນຂອບເຂດທີ່ກອງບັນຊາ ການທະຫານນະຄອນຫຼວງວຽງ ຈັນຮັບຜິດຊອບ ເພື່ອແນໃສ່ ຮັບປະກັນໃນການຈັດຕັ້ງກຳລັງ ປ້ອງກັນໃນແຕ່ລະຈຸດ ໃຫ້ມີຄວາມ ສະຫງົບປອດໄພເປັນຢ່າງດີ, ໃນ ພິທີຍັງໄດ້ຍ້ອງຍໍໃຫ້ກົມກອງ ແລະ ບຸກຄົນທີ່ເຮັດສຳເລັດໜ້າທີ່ ວຽກງານໃນການປ້ອງກັນໂຄງ ການກໍ່ສ້າງເສັ້ນທາງລົດໄຟ ລາວ- ຈີນ ເຊິ່ງໃນນັ້ນໄດ້ມອບ ຫຼຽນໄຊພິລະອາດຫານຊັ້ນ II ໃຫ້ ກອງພັນ 513 ຈຳນວນ 01 ໜ່ວຍ, ມອບຫຼຽນໄຊພິລະອາດຫານ ຊັ້ນ II ໃຫ້ແກ່ບຸກ ຄົນ 06 ສະຫາຍ, ຫຼຽນໄຊພິລະອາດຫານຊັ້ນ III ໃຫ້ບຸກຄົນ 07 ສະຫາຍ, ໃບຍ້ອງ ຍໍກະຊວງປ້ອງກັນປະເທດ ມີ 14 ສະຫາຍ ແລະ ໃບຍ້ອງ ຍໍ ກົມໃຫຍ່ການເມືອງກອງທັບ 23 ສະຫາຍ. ໂອກາດດຽວກັນນັ້ນ ກອງບັນຊາການທະຫານນະ ຄອນຫຼວງວຽງຈັນຍັງໄດ້ມອບ ລົດຈັກ ຍີ່ຫໍ້ ຮອນດ້າ ໃຫ້ແກ່ ກອງພັນ 513 ເພື່ອຊຸກຍູ້ເຂົ້າ ໃນການເຄື່ອນໄຫວເຮັດໜ້າ ທີ່ວຽກງານປ້ອງກັນເສັ້ນທາງ ລົດໄຟລາວ-ຈີນ ໃຫ້ມີຄວາມ ສະດວກ ແລະ ຮັບປະກັນດີ. ໂດຍ: ແສງດາລາ ໄຊຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ