ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 661 ເຜີຍແຜ່ຄໍາສັ່ງແນະນໍາວ່າດ້ວຍ ການເພີ່ມທະວີວຽກງານແຂ່ງຂັນ-ຍ້ອງຍໍໃນກອງທັບ
ເວລາອອກຂ່າວ: 2022-05-20 09:01:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 959 | ຄວາມນິຍົມ:



ໃນວັນທີ 19 ພຶດສະພາ 2022 ນີ້, ກອງພັນໃຫຍ່ 661 ໄດ້ຈັດຕັ້ງເຜີຍແຜ່ຄໍາສັ່ງແນະນໍາ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການເພີ່ມທະວີວຽກງານ ແຂ່ງຂັນ-ຍ້ອງຍໍໃນກອງທັບ ໂດຍ ການເປັນປະທານຂອງ ສະຫາຍ ພັນເອກ ຄຳປານ ແພງພັນ ຫົວ ໜ້າການເມືອງ ກອງພັນໃຫຍ່ 661, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, 5 ພະແນກການ, ກອງພັນ ພ້ອມດ້ວຍພະນັກງານ ຫຼັກແຫຼ່ງເຂົ້າຮ່ວມ. ສະຫາຍ ພັນຕີ ອຸ່ນເຮືອນ ດາລາທິບ ຮອງຫົວໜ້າພະແນກ ການເມືອງ ກອງພັນໃຫຍ່ 661 ໄດ້ເຜີຍແຜ່ຄໍາສັ່ງແນະນໍາຂອງ ລັດຖະມົນຕີ ກະຊວງປ້ອງກັນປະ ເທດ ວ່າດ້ວຍ ການເພີ່ມທະວີ ວຽກງານແຂ່ງຂັນ-ຍ້ອງຍໍໃນ ກອງທັບ. ເນື້ອໃນຄໍາສັ່ງແນະນໍາ ໄດ້ກຳນົດແຈ້ງຈຸດປະສົງ ແລະ ລະດັບຄາດໝາຍຂອງການແຂງ ຂັນ-ຍ້ອງຍໍ, ເນື້ອໃນ ແລະ ຮູບການ ແຂ່ງຂັນ-ຍ້ອງຍໍ, ລະດັບການ ຍ້ອງຍໍແຕ່ລະປະເພດ, ມາດຖານ ເງື່ອນໄຂສະເພາະການຍ້ອງ ຍໍປະເພດຕ່າງໆ ແລະ ວີທີການ ຈັດຕັ້ງປະຕິບັດວຽກງານແຂ່ງ ຂັນ-ຍ້ອງຍໍໃນກອງທັບ, ເພື່ອ ສຶກສາອົບຮົມໃຫ້ນາຍ ແລະ ພົນ ທະຫານໃນກອງທັບປະຊາຊົນ ລາວມີສະຕິຮັກຊາດ, ຍົກສູງ ຄວາມເປັນເຈົ້າຕົນເອງ, ມີຈິດ ໃຈປະຢັດ-ມັດທະຍັດ, ດຸໝັ່ນໃນ ການຄົ້ນຄວ້າຮໍ່າຮຽນ, ປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນການ ແຂ່ງຂັນ-ຍ້ອງຍໍ ພາຍໃຕ້ຄໍາຂວັນ “ຮັກຊາດ ແລະ ພັດທະນາ” ເພື່ອສ້າງໃຫ້ພະນັກງານ-ນັກຮົບ ມີຄຸນສົມບັດສິນທຳປະຕິວັດ, ມີນໍ້າໃຈຮັກຊາດ, ມີລະບຽບ ວິໄນເຂັ້ມງວດ, ມີຄວາມເປັນ ແບບຢ່າງອົງອາດກ້າຫານ, ຍອມ ເສຍສະຫຼະເພື່ອຊາດ ເພື່ອປະຊາ ຊົນ, ການແຂ່ງຂັນ-ຍ້ອງຍໍ ຜົນ ງານໄລຍະສັ້ນ ແລະ ປະຈໍາປີ ແມ່ນແນໃສ່ເສີມຂະຫຍາຍສະຕິ ປັນຍາ, ກໍາລັງແຮງສັງລວມຂອງ ບຸກຄົນ ກໍຄືກົມກອງລວມໝູ່, ເພື່ອປຸກລະດົມສ້າງຂະບວນການ ໃຫ້ຟົດຟື້ນ, ເຮັດສໍາເລັດ ໜ້າທີ່ ການເມືອງ ທີ່ພັກ-ລັດມອບໝາຍ ໃຫ້ໃນໄລຍະສັ້ນ, ບັ້ນໃດໜຶ່ງ ແລະ ປະຈໍາປີ, ອີກດ້ານໜຶ່ງ ເພື່ອ ຊົມເຊີຍ, ຈົດຈໍາ ແລະ ຕອບສະ ໜອງຜົນງານຄຸນງາມຄວາມ ດີຂອງພະນັກງານ-ນັກຮົບ ແລະ ກົມກອງລວມໝູ່ທີ່ໄດ້ປະກອບ ສ່ວນເຂົ້າໃນພາລະກິດປົກປົກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ, ເພື່ອຫັນເອົາວຽກ ງານແຂ່ງຂັນ-ຍ້ອງຍໍ ເຂົ້າສູ່ລະ ບົບລະບຽບທີ່ເປັນເອກະພາບ ໃນທົ່ວກອງທັບ, ເຮັດໃຫ້ການ ຍ້ອງຍໍຕິດພັນກັບການແຂ່ງຂັນ ເພື່ອຊຸກຍູ້, ສົ່ງເສີມວຽກດີຄົນເດັ່ນ ໂດຍຜ່ານການແຂ່ງຂັນທີ່ມີການ ຈັດຕັ້ງ, ມີເນື້ອໃນ ແລະ ຄາດໝາຍ ສູ້ຊົນຢ່າງຈະແຈ້ງ. ສະຫາຍ ພັນເອກ ຄຳປານ ແພງພັນ ໄດ້ເນັ້ນໜັກໃຫ້ຄະນະ ພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານຫຼັກແຫຼ່ງພາຍໃນກົມ ກອງ ຈົ່ງພ້ອມກັນນໍາເອົາເນື້ອ ໃນຈິດໃຈ ຄໍາສັ່ງແນະນໍາກ່ຽວກັບວຽກງານຂະບວນການແຂ່ງ ຂັນ-ຍ້ອງຍໍ ໄປຈັດຕັ້ງປະຕິບັດ ເຂົ້າສູ່ວຽກງານຕົວຈິງຢູ່ກົມກ ໃຫ້ມີຄວາມເປັນເອກະພາບ ເພື່ອ ຊຸກຍູ້ສົ່ງເສີມວຽກງານແຂ່ງ ຂັນ-ຍ້ອງຍໍໃຫ້ເປັນຂະບວນຟົດ ຟື້ນກວ້າງຂວາງ, ສ້າງໃຫ້ໄດ້ບຸກ ຄົນ ແລະ ກົມກອງລວມໝູ່ທີ່ດີເດັ່ນ ຖືກຕ້ອງຕາມມາດຖານເງື່ອນໄຂທີ່ກໍານົດໄວ້. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ