ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນ 612 ປິດຊຸດອົບຮົມທະຫານໃໝ່
ເວລາອອກຂ່າວ: 2022-05-20 09:00:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 891 | ຄວາມນິຍົມ:



ວັນທີ 12 ພຶດສະພາ 2022, ກອງພັນ 612 ກອງພົນທີ 3 ໄດ້ ປິດຊຸດອົບຮົມທະຫານໃໝ່ໄລ ຍະສັ້ນ, ໂດຍການເປັນທານຂອງ ສະຫາຍ ພັນເອກ ກິ່ງແກ້ວ ອຸ່ນມະນີວົງ ຫົວໜ້າຫ້ອງເສນາ ທິການ ກອງພົນທີ 3, ມີ ຄະນະ ພັກ-ຄະນະບັນຊາ ອົງການ 5 ຫ້ອງ, ພະແນກການທີ່ກ່ຽວຂ້ອງ, ກອງຮ້ອຍ ຕະຫຼອດຮອດທະ ຫານໃໝ່ ເຂົ້າຮ່ວມ. ສະຫາຍ ພັນໂທ ສົມດີ ອົນບຸນຄຳ ຮອງຫົວໜ້າການທະ ຫານ ກອງພັນ 612, ໄດ້ຜ່ານ ບົດສະຫຼຸບການອົບຮົມໄລຍະ ສັ້ນໃຫ້ທະຫານໃໝ່, ໂດຍຍົກ ໃຫ້ເຫັນດ້ານດີ, ດ້ານອ່ອນຂໍ້ ຄົງຄ້າງ ແລະ ບາງບົດຮຽນທີ່ ຖອດຖອດໄດ້ໃນການບັນຊາ, ການຮຽນ-ການສອນ, ການປະ ຕິບັດຂໍ້ກໍານົດ, ກົດລະບຽບຂອງ ກອງທັບ, ກໍຄືຂອງກົມກອງຕະ ຫຼອດໄລຍະຜ່ານມາ. ການອົບ ຮົມໃນຄັ້ງນີ້, ມີທະຫານໃໝ່ເຂົ້າ ຮວມທັງໝົດ 100 ສະຫາຍ. ສາມາດຕີລາຄາຜົນໄດ້ຮັບ ພາກ ການເມືອງ ບັນລຸ 85,11%; ການທະຫານ 97,3%, ລະບຽບ 80,17%, ສິລະປະຍຸດ 83,13% ແລະ ຍຸດທະວິທີ 97,3%. ໃນນີ້, ຂັ້ນດີ ປະເພດ I ຈຳນວນ 15 ສະຫາຍ, ປະເພດ II ຈຳນວນ 20 ສະຫາຍ. ໂອກາດດຽວກັນນີ້, ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການ ທຽບຊັ້ນ ຈາກ ຊັ້ນ II ຂຶ້ນຊັ້ນ I ແລະ ມອບໃບຢັ້ງຢືນ ໃຫ້ທະຫານ ໃໝ່ທີ່ຈົບຫຼັກສູດການອົບຮົມດັ່ງ ກ່າວຕື່ມອີກ. ສະຫາຍ ພັນເອກ ກິ່ງແກ້ວ ອຸ່ນມະນີວົງ ໄດ້ກ່າວສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຄະນະ ພັກ-ຄະນະບັນຊາ, ຄູ-ອາຈານ ແລະ ທະຫານໃໝ່ ທີ່ໄດ້ພ້ອມ ຜ່ານຜ່າອຸປະສັກຕ່າງໆ ເຮັດໃຫ້ ການອົບຮົມຄັງນີ້ ສຳເລັດຕາມ ແຜນການ, ຮັບປະກັນຄວາມ ປອດໄພ. ພ້ອມທັງ, ຮຽກຮ້ອງ ໃຫ້ທະຫານໃໝ່ມີແນວຄິດຫຼັກ ໝັ້ນອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນ ຕໍ່ການນຳພາຂອງພັກ, ເພີ່ມທະ ວີຄວາມສາມັກຄີພາຍໃນອົງ ການຈັດຕັ້ງທຸກຂັ້ນໃຫ້ແໜ້ນ ແຟ້ນ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມ ຕົນເອງໃນທຸກດ້ານ ປະກອບສ່ວນ ເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ນຳເອົາ ບົດຮຽນ ທີ່ຄູ-ອາຈານສິດສອນ ໄປຈັດຕັ້ງປະຕິບັດວຽກງານ ຕົວຈິງຢູ່ກົມກອງໃຫ້ມີຜົນສຳ ເລັດຢ່າງຈົບງາມ. ໂດຍ: ພອນແກ້ວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ