
ກອງພັນ 617 ສຳເລັດການຍິງເປົ້າໝາຍດ້ວຍລູກປືນແທ້
ເວລາອອກຂ່າວ: 2022-05-20 08:59:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 146 | ຄວາມນິຍົມ:
ວັນທີ 6 ພຶດສະພາ 2022,
ກອງພັນ 617 ກອງພົນທີ 4
ໄດ້ສຳເລັດການຍິງເປົ້າໝາຍ ດ້ວຍລູກປືນແທ້ ໃຫ້ທະຫານ
ໃໝ່ ປະຈຳປີ 2022, ໂດຍການ
ເປັນປະທານຂອງ ສະຫາຍ
ພັນໂທ ບຸນຊົມ ເຮືອງສະຫວ່າງ
ຮອງຫົວໜ້າຫ້ອງເສນາທິການ ກອງພົນທີ 4, ມີ ຄະນະພັກ-ຄະ
ນະບັນຊາ, ຄູ-ອາຈານ ຕະຫຼອດ
ຮອດທະຫານໃໝ່ ເຂົ້າຮວ່ມ.
ຄະນະບັນຊາກອງພັນ 617, ໄດ້ຜ່ານແຜນການປະຕິບັດຍິງ ເປົ້າໝາຍດ້ວຍລູກປືນແທ້ ແລະ ປະກາດກົດລະບຽບໃນການ ອອກສະໜາມ ເພື່ອຮັບປະກັນ ຄວາມປອດໄພ, ໂດຍປະຕິບັດ
ຕາມບົດຮຽນທີ່ໄດ້ຮຽນມາ ໃນ
ໄລຍະເວລາ 90 ວັນ ຂອງພາກ
ວິຊາການທະຫານ, ບົດເປີດ
ສາກຍິງລູກປືນແທ້ ດ້ວຍປືນ
ອາກາແອັມ ຜ່ານການຈັດຕັ້ງ
ປະຕິບັດຕົວຈິງສາມາດຕີ ລາຄາ ຂັ້ນເກັ່ງ ມີ 1 ສະຫາຍ ເທົ່າກັບ 4,76%, ກາງ 2 ສະຫາຍ ເທົ່າກັບ 9,52% ແລະ ຄາດໝາຍມີ 10 ສະຫາຍ ເທົ່າກັບ 61,90%.
ທັງນີ້, ເພື່ອເປັນການສະຫຼຸບ, ທົດສອບຄວາມຮູ້, ຄວາມສາ ມາດ ທີ່ໄດ້ຮຽນມາ ແລະ ເປັນ
ການເຝິກທັກສະ ໃຫ້ທະຫານ
ໃໝ່ມີຄວາມຊໍານິຊໍານານຄ່ອງ
ແຄ້ວ ໃນການປະຕິບັດການຍິງ
ເປົ້າໝາຍດ້ວຍລູກປືນແທ້ ໃນ
ເວລາປະຕິບັດໜ້າທີ່ຕົວຈິງ ຢູ່
ກົມກອງທີ່ຂັ້ນເທີງມອບໝາຍ ໃຫ້.
ໂດຍ: ບົວຄໍາ ທອງລັດສະໝີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ