ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນ 617 ສຳເລັດການຍິງເປົ້າໝາຍດ້ວຍລູກປືນແທ້
ເວລາອອກຂ່າວ: 2022-05-20 08:59:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 542 | ຄວາມນິຍົມ:



ວັນທີ 6 ພຶດສະພາ 2022, ກອງພັນ 617 ກອງພົນທີ 4 ໄດ້ສຳເລັດການຍິງເປົ້າໝາຍ ດ້ວຍລູກປືນແທ້ ໃຫ້ທະຫານ ໃໝ່ ປະຈຳປີ 2022, ໂດຍການ ເປັນປະທານຂອງ ສະຫາຍ ພັນໂທ ບຸນຊົມ ເຮືອງສະຫວ່າງ ຮອງຫົວໜ້າຫ້ອງເສນາທິການ ກອງພົນທີ 4, ມີ ຄະນະພັກ-ຄະ ນະບັນຊາ, ຄູ-ອາຈານ ຕະຫຼອດ ຮອດທະຫານໃໝ່ ເຂົ້າຮວ່ມ. ຄະນະບັນຊາກອງພັນ 617, ໄດ້ຜ່ານແຜນການປະຕິບັດຍິງ ເປົ້າໝາຍດ້ວຍລູກປືນແທ້ ແລະ ປະກາດກົດລະບຽບໃນການ ອອກສະໜາມ ເພື່ອຮັບປະກັນ ຄວາມປອດໄພ, ໂດຍປະຕິບັດ ຕາມບົດຮຽນທີ່ໄດ້ຮຽນມາ ໃນ ໄລຍະເວລາ 90 ວັນ ຂອງພາກ ວິຊາການທະຫານ, ບົດເປີດ ສາກຍິງລູກປືນແທ້ ດ້ວຍປືນ ອາກາແອັມ ຜ່ານການຈັດຕັ້ງ ປະຕິບັດຕົວຈິງສາມາດຕີ ລາຄາ ຂັ້ນເກັ່ງ ມີ 1 ສະຫາຍ ເທົ່າກັບ 4,76%, ກາງ 2 ສະຫາຍ ເທົ່າກັບ 9,52% ແລະ ຄາດໝາຍມີ 10 ສະຫາຍ ເທົ່າກັບ 61,90%. ທັງນີ້, ເພື່ອເປັນການສະຫຼຸບ, ທົດສອບຄວາມຮູ້, ຄວາມສາ ມາດ ທີ່ໄດ້ຮຽນມາ ແລະ ເປັນ ການເຝິກທັກສະ ໃຫ້ທະຫານ ໃໝ່ມີຄວາມຊໍານິຊໍານານຄ່ອງ ແຄ້ວ ໃນການປະຕິບັດການຍິງ ເປົ້າໝາຍດ້ວຍລູກປືນແທ້ ໃນ ເວລາປະຕິບັດໜ້າທີ່ຕົວຈິງ ຢູ່ ກົມກອງທີ່ຂັ້ນເທີງມອບໝາຍ ໃຫ້. ໂດຍ: ບົວຄໍາ ທອງລັດສະໝີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ