ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປາຖະກະຖາລະນຶກວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນ ຄົບຮອບ 63 ປີ
ເວລາອອກຂ່າວ: 2022-05-20 08:53:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 537 | ຄວາມນິຍົມ:



ວັນທີ 19 ພຶດສາພາ 2022 ນີ້, ກະຊວງປ້ອງກັນປະເທດ, ໄດ້ຈັດຕັ້ງປາຖະກະຖາລະນຶກວັນ ກອງພັນທີ 2 ວິລະຊົນ ຜ່າວົງປິດ ລ້ອມ ທີ່ທົ່ງໄຫຫີນ ແຂວງຊຽງ ຂວາງ ຄົບຮອບ 63 ປີ (18 ພຶດ ສະພາ 1959-18 ພຶດສະພາ 2022), ໂດຍມີສະຫາຍ ພົນຕີ ຈັນທອງ ສອນຕະອາດ ກໍາມະ ການຄະນະປະຈໍາພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ, ມີຄະນະນໍາບັນດາ ກົມໃຫຍ່, ຫ້ອງວ່າການກະຊວງ, ກົມກອງອ້ອມຂ້າງກະຊວງປ້ອງ ກັນປະເທດ, ພະນັກງານປະຕິວັດ ອາວຸໂສບໍານານ ແລະ ພະນັກ ງານ-ນັກຮົບເຂົ້າຮ່ວມຮັບຟັງ. ສະຫາຍ ທອງສະຫວັດ ໄຂ ຄຳພິທູນ ອະດີດຮອງຫົວໜ້າ ການເມືອງກອງພັນທີ 2 ໄດ້ທົບ ທວນຫວນຄືນສະພາບການທີ່ ຖືກປິດລ້ອມຂອງກອງພັນທີ 2 ແລະ ການຜ່າວົງປິດລ້ອມຂອງກອງພັນທີ 2 ໄດ້ເລີ່ມຕົ້ນໃນ ເວລາ 19:30 ໂມງຂອງວັນທີ 18 ພຶດສະພາ 1959, ຄະນະພັກ- ຄະນະບັນຊາກອງພັນ ໄດ້ຮຽກ ຮ້ອງພະນັກງານສະມາຊິກພັກ ທັງໝົດໃນກອງພັນ ເພື່ອປະ ກາດລຶບຊື່ຮູບການຈັດຕັ້ງຂອງ ກອງທັບລາຊະອານາຈັກ ແລ້ວ ສ້າງຕັ້ງຄະນະບັນຊາໃໝ່ຂຶ້ນ ແທນ ໂດຍໄດ້ແຕ່ງຕັ້ງໃຫ້ທ່ານ ຈໍານຽນ ບຸນລອດ ເປັນຫົວ ໜ້າ ກອງພັນ, ທ່ານ ທອງສະຫວັດ ໄຂຄໍາພິທູນ ເປັນກໍາມະການ-ການເມືອງ, ທ່ານ ສວຍ ບຸນຈະ ເລີນ ເປັນຮອງກອງພັນ, ທ່ານ ຫຼວຍແສນຄຳ ກົມມະດໍາ ເປັນ ຮອງກໍາມະການ-ການເມືອງ ແລ້ວອອກຄໍາສັ່ງໃຫ້ ບັນດາກົມ ກອງ ເລີ່ມຕົ້ນປະຕິບັດແຜນການຖອນທັບໄປທາງທິດ ບ້ານໂຕນ ແລະ ໄດ້ຜັນຂະຫຍາຍຄໍາສັ່ງ ຖອນກໍາລັງຄັ້ງນັ້ນໃຫ້ທົ່ວເຖິງ ທຸກກອງຮ້ອຍຢ່າງວ່ອງໄວ ແລະ ປິດລັບທີ່ສຸດ. ຕົກມາຮອດຄໍ່າຄືນຂອງວັນ ທີ 18 ພຶດສະພາ 1959 ພາຍໃຕ້ ການບັນຊາຂອງຄະນະພັກກອງ ພັນ, ແຕ່ລະກົມກອງພ້ອມກັບ ຄອບຄົວພະນັກງານ-ນັກຮົບທັງ ໝົດ ໄດ້ນໍາໃຊ້ຄວາມມືດຖອນ ທັບໄປທາງທິດບ້ານໂຕນ-ນາ ແຖງ-ໜອງເຕີ້ ແລ້ວເຂົ້າໄປຕາມ ທິດບ້ານມາຍ (ທິດຕາເວັນຕົກ ສຽງໃຕ້ປະມານ 15 ກິໂລແມັດ) ຢ່າງປິດລັບ. ມາຮອດ 7 ໂມງເຊົ້າ ຂອງມື້ຕໍ່ມາພວກສັດຕູເຂົ້າປົດ ອາວຸດກອງພັນທີ 2 ແຕ່ພວກເຂົາ ຕົກສະເງີ້ເພາະຢູ່ໃນຄ້າຍມີແຕ່ ຄວາມມິດງຽບ-ຫວ່າງເປົ່າ ນັບ ທັງເຮືອນຫ້ອງແຖວຄອບຄົວ ພະນັກງານກໍບໍ່ມີຮອດເງົາຄົນ, ພາຍຫຼັງກອງພັນທີ 2 ອອກຈາກ ທົ່ງໄຫຫີນແລ້ວ ກໍໄດ້ເຄື່ອນ ທັບໄປຕາມທົ່ງຫຍ້າປ່າຄັງອັນ ຕຶບໜາ ເພື່ອໃຫ້ຫວິດຈາກວົງ ປິດລ້ອມຂອງພວກສັດຕູ ໂດຍມີ ກອງຮ້ອຍທີ 3 ເຊິ່ງເປັນກອງ ຮ້ອຍເຂັ້ມແຂງອາດຫານ ນໍາໜ້າ ເດີນທາງໄປກ່ອນ. ສັງລວມແລ້ວ ໃນໄລຍະເຄື່ອນທັບ 10 ກວ່າວັນ, ກອງພັນທີ 2 ໄດ້ສູ້ຮົບກັບສັດຕູ ທັງນ້ອຍ ແລະ ໃຫຍ່ 10 ຄັ້ງ, ສຸດ ທ້າຍກອງພັນທີ 2 ພ້ອມກັບ 91 ຄອບຄົວ ກໍສາມາດຜ່າວົງປິດ ລ້ອມທີ່ແໜ້ນໜາຂອງສັດຕູໄປສູ່ ເຂດທີ່ໝັ້ນດ້ວຍຄວາມປອດໄພ. ການຜ່າວົງປິດລ້ອມຂອງ ກອງພັນທີ 2 ວິລະຊົນ ແມ່ນມີ ຄວາມສໍາຄັນສ່ອງແສງໃຫ້ເຫັນ ເຖິງການນໍາພາຖືກຕ້ອງສະ ຫຼາດສ່ອງໃສຂອງພັກ, ແມ່ນ ໄຊຊະນະອັນໃຫຍ່ຫຼວງຂອງກໍາລັງປະກອບອາວຸດເຮົາທີ່ຢູ່ພາຍໃຕ້ການນໍາພາຂອງພັກ, ເປັນເຫດການປະຫວັດສາດອັນ ສໍາຄັນຂອງຊາດ, ຂອງພັກ, ຂອງ ກອງທັບເຮົາ ແລະ ເປັນບົດຮຽນ ອັນລໍ້າຄ່າທີ່ສຸດໃຫ້ແກ່ຂະບວນ ຕໍ່ສູ້ຂອງກອງທັບ ແລະ ປະຊາຊົນ ເຮົາ, ພ້ອມທັງໄດ້ສະແດງໃຫ້ ເຫັນເຖິງຄວາມບໍລິສຸດຜຸດຜ່ອງ, ຄວາມຈົງຮັກພັກດີ, ຄວາມ ສາ ມັກຄີເປັນຈິດໜຶ່ງໃຈດຽວ, ຄວາມ ອົດທົນໝັ້ນໜຽວ, ບໍ່ຄອນແຄນ ຕໍ່ການນາບຂູ່, ຫຼອກລວງຂອງ ສັດຕູ, ນໍ້າໃຈສູ້ຮົບ ແລະ ພິກໄຫວ ຂອງກອງພົນທີ 2 ໄດ້ເປັນແວ່ນ ແຍງ, ເປັນການປຸກລະດົມອັນ ແຮງກ້າໃຫ້ແກ່ຂະບວນການປະ ຕິວັດ, ພ້ອມດຽວກັນນັ້ນ, ກໍເຮັດ ໃຫ້ກຳລັງປະຕິວັດ, ໂດຍສະເພາະ ກຳລັງປະກອບອາວຸດປະຊາ ຊົນນັບມື້ເຕີບໃຫຍ່ຂະຫຍາຍ ຕົວເຮັດໃຫ້ຊື່ສຽງຂອງກຳລັງ ຝ່າຍປະເທດລາວ(ແນວລາວ ຮັກຊາດ) ນັບມື້ພົ້ນເດັ່ນໃນເວ ທີສາກົນ. ໂດຍ: ພອນໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ