ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການພົບປະແລກປ່ຽນລະຫວ່າງກອງບັນຊາການ ທະຫານແຂວງຄຳມ່ວນ ທະຫານແຂວງກວາງບິ່ງ ສສ ຫວຽດນາມ
ເວລາອອກຂ່າວ: 2022-05-20 08:50:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 311 | ຄວາມນິຍົມ:



ກອງປະຊຸມພົບປະແລກ ປ່ຽນສະພາບລະຫວ່າງກອງບັນ ຊາການທະຫານແຂວງຄຳມ່ວນ ສປປ ລາວ ແລະ ກອງບັນຊາ ການທະຫານແຂວງ ກວາງບິ່ງ ສສ ຫວຽດນາມ, ໄດ້ຈັດຂຶ້ນໃນ ວັນທີ 15-16 ພຶດສະພາ 2022 ນີ້, ຢູ່ທີ່ ແຂວງຄຳມ່ວນ, ໂດຍ ການຕ້ອນຮັບຢ່າງອົບອຸ່ນຂອງ ສະຫາຍ ພົນຈັດຕະວາ ສົມແຄນ ອັບປະສອນ ກຳມະການຄະນະປະຈຳພັກແຂວງ, ເລຂາຄະນະ ພັກ, ຫົວໜ້າການເມືອງ ກອງບັນ ຊາການທະຫານແຂວງຄຳມ່ວນ, ຝ່າຍຫວຽດນາມນຳໂດຍ ສະ ຫາຍ ພັນໂທ ດວ່ານ ຊິງ ຮ່ວາ, ກຳມະການປະຈຳພັກແຂວງ, ຫົວ ໜ້າການທະຫານ ກອງບັນຊາ ການທະຫານແຂວງ ກວາງບິ່ງ ສສ ຫວຽດນາມ ພ້ອມດ້ວຍຄະ ນະຜູ້ແທນທັງສອງຝ່າຍເຂົ້າ ຮ່ວມ. ໃນກອງປະຊຸມທັງສອງຝ່າຍ ໄດ້ຜັດປ່ຽນກັນຂຶ້ນລາຍງານສະ ພາບການ, ຜົນສຳເລັດການຮ່ວມ ມືລະຫວ່າງ 2 ກອງບັນຊາການ ທະຫານແຂວງ ໃນປີ 2021 ແລະ ຕົ້ນປີ 2022 ພ້ອມທັງສະເໜີ ບາງວຽກງານສືບຕໍ່ຮ່ວມມືໃນ ສົກປີ 2022-2023, ເຊິ່ງໄລຍະ ຜ່ານມາ ເຖິງແມ່ນວ່າຈະໄດ້ຮັບ ຜົນກະທົບຈາກສະພາບການ ແຜ່ລະບາດຂອງພະຍາດຕ່າງໆ ໂດຍສະເພາະພະຍາດໂຄວິດ-19, ແຕ່ ຄະນະພັກ-ຄະນະບັນຊາທັງ ສອງແຂວງ ກໍ່ໄດ້ເອົາໃຈໃສ່ປະ ຕິບັດມາດຕະການຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດ ຂອງພະຍາດດັ່ງກ່າວຢ່າງເຂັ້ມ ງວດ ເພື່ອເຮັດໃຫ້ການແຜ່ລະ ບາດຂອງພະຍາດໄດ້ຫຼຸດໜ້ອຍ ຖອຍລົງ, ດ້ວຍຄວາມເປັນເຈົ້າ ການຂອງທຸກພາກສ່ວນໃນສັງ ຄົມຕະຫຼອດຮອດພໍ່ແມ່ປະຊາ ຊົນພາຍໃນແຂວງ ໄດ້ພ້ອມກັນ ຜັນຂະຫຍາຍແນວທາງ, ມະຕິ ຂອງພັກແຕ່ລະຂັ້ນ, ເຮັດໃຫ້ບັນ ດາຄາດໝາຍສູ້ຊົນດ້ານເສດຖະ ກິດ-ສັງຄົມ, ເຖິງວ່າບໍ່ໄດ້ຄາດ ໝາຍທີ່ວາງໄວ້ແຕ່ມີທ່າອ່ຽງ ຂະຫຍາຍຕົວເປັນກ້າວໆ, ສະ ເພາະ 6 ເດືອນຕົ້ນປີ 2022 ຍັງ ສືບຕໍ່ຂະຫຍາຍຕົວໃນລະດັບດີ ເສດຖະກິດ-ສັງຄົມ ໄດ້ຮັບການ ພັດທະນາ ແລະ ມີການຫັນປ່ຽນ ຫຼາຍດ້ານ, ການແກ້ໄຂຊີວິດການ ເປັນຢູ່ຂອງປະຊາຊົນໄດ້ຮັບການ ພັດທະນາດີຂຶ້ນ, ສັງຄົມມີຄວາມ ສະຫງົບ, ມີສະຖຽນລະພາບທາງ ດ້ານການເມືອງ, ເອົາໃຈໃສ່ອຳນວຍຄວາມສະດວກຮ່ວມມືໃຫ້ຄະນະປະຕິບັດງານພິເສດ 589 ແຂວງກວາງບິ່ງ ສສ ຫວຽດນາມ ເຄື່ອນໄຫວ ສຳຫຼວດ, ຂຸດຄົ້ນ, ທ້ອນໂຮມອັດຖິທະຫານອາສາ ສະໝັກ ແລະ ຊ່ຽວຊານຫວຽດ ນາມ ທີ່ເສຍສະຫຼະຊີວິດໃນປາງ ສົງຄາມຢູ່ຂອບເຂດແຂວງຄຳ ມ່ວນເຊິ່ງໃນລະດູແລ້ງ ສົກປີ 2021-2022, ສາມາດຂຸດຄົ້ນ ໄດ້ 17 ອັດຖິ ພ້ອມຈັດພິທີສົ່ງ ກັບຄືນປະເທດຫວຽດນາມຢ່າງ ສົມກຽດ, ເອົາໃຈໃສ່ກວດກາ, ຕິດຕາມເກັບກຳສະພາບການ ຮອບດ້ານ, ສະກັດກັ້ນຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດ ຂຶ້ນຕາມບໍລິເວນຊາຍແດນ, ປົກປັກຮັກສາຫຼັກໝາຍຊາຍ ແດນ, ເຮັດໃຫ້ຊາຍແດນກາຍ ເປັນຊາຍແດນແຫ່ງສັນຕິພາບ, ມີໄມຕີຈິດມິດຕະພາບ, ເສີມຂະ ຫຍາຍຄວາມສາມັກຄີແບບພິ ເສດລະຫວ່າງສອງພັກ-ສອງ ລັດ, ສອງກອງທັບ ແລະ ປະຊາ ຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ-ເວົ້າສະເພາະ ສອງ ກອງບັນຊາການທະຫານແຂວງ ຄຳມ່ວນ-ກວາງບິ່ງ ມີຄວາມ ສາມັກຄີແໜ້ນແຟ້ນຍິ່ງໆຂຶ້ນໄປເລື້ອຍໆ. ໂອກາດດັ່ງກ່າວ, ຄະນະຜູ້ ແທນທັງສອງຝ່າຍຍັງໄດ້ລົງ ນາມ ເຊັນບົດບັນທຶກຊ່ວຍຈຳ ຮ່ວມກັນ ພ້ອມທັງໄດ້ຜັດປ່ຽນກັນ ມອບຂອງຂວັນເປັນທີ່ລະນຶກ ເຊິ່ງກັນ ແລະ ກັນຕື່ມອີກ. ໂດຍ: ລາກີ ພົມມີສິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ