ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງຊຽງຂວາງ ປາຖະກະຖາ 4 ວັນປະຫວັດສາດທີ່ສຳຄັນ
ເວລາອອກຂ່າວ: 2022-05-20 08:49:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 426 | ຄວາມນິຍົມ:



ກອງບັນຊາການທະຫານ ແຂວງຊຽງຂວາງ ໄດ້ຈັດພິທີປາ ຖະກະຖາວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນທີ່ ທົ່ງໄຫຫີນ ແຂວງຊຽງຂວາງ ຄົບຮອບ 63 ປີ, ວິລະກຳໂຕນ ຄຸກຢ່າງມະຫັດສະຈັນຂອງບັນ ດາຜູ້ນຳພັກ ແລະ ແນວລາວຮັກ ຊາດ ຄົບຮອບ 62 ປີ, ວັນສ້າງ ຕັ້ງກຳລັງປ້ອງກັນຄວາມສະ ຫງົບ ປະຊາຊົນລາວ ຄົບຮອບ 61 ປີ ແລະ ວັນສ້າງຕັ້ງອົງການ ກວດກາພັກ-ລັດ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ ຂຶ້ນໃນວັນທີ 18 ພຶດສະພາ 2022 ນີ້, ໂດຍການ ເປັນປະທານຂອງ ສະຫາຍ ພົນ ຈັດຕະວາ ຂັນທອງ ວົງອຳຄາ ເລ ຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ຊຽງຂວາງ, ສະຫາຍ ພັນເອກ ວົງສອນ ຢ່າຈົງຕົວ ຫົວໜ້າຫ້ອງ ການເມືອງ, ມີບັນດາສະຫາຍຄະ ນະພັກ-ຄະນະບັນຊາໃນອົງການ 5 ຫ້ອງ, ກອງພັນນ້ອຍ, ກອງ ຮ້ອຍເອກະລາດ ແລະ ພະນັກ ງານນາຍທະຫານຊັ້ນຮ້ອຍເອກ ຂຶ້ນໄປເຂົ້າຮ່ວມ. ໃນພິທີ ສະຫາຍ ພົນຈັດຕະວາ ຂັນທອງ ວົງອຳຄາ ແລະ ສະຫາຍ ພັນເອກ ວົງສອນ ຢ່າຈົງຕົວ ຄະ ນະປະທານ ໄດ້ຜັດປ່ຽນກັນຂຶ້ນເລົ່າຫວນຄືນມູນເຊື້ອວັນຜ່າວົງປິດລ້ອມກອງພັນທີ 2 ວິລະຊົນ ເຊິ່ງໄດ້ຍົກໃຫ້ເຫັນໃນວັນທີ 18 ພຶດສະພາ 1959 ສະແດງໃຫ້ ເຫັນເຖິງຄວາມບໍລິສຸດພຸດຜ່ອງ, ຄວາມຈົງຮັກພັກດີ, ຄວາມສາ ມັກຄີເປັນຈິດໜຶ່ງໃຈດຽວ, ຄວາມ ອົດທົນໜຽວແໜ້ນບໍ່ຄອນແຄນ ຕໍ່ການນາບຂູ່, ຫຼອກລວງຂອງ ສັດຕູ, ນໍ້າໃຈສູ້ຮົບພິລະອາດຫານ ແລະ ໄຫວພິກຂອງກອງພັນທີ 2 ໄດ້ເປັນແວ່ນແຍງ, ເປັນການ ປຸກລະດົມອັນແຮງກ້າໃຫ້ແກ່ຂະ ບວນການປະຕິວັດເພື່ອຕີເອົາ ຊະນະກັບຈັກກະພັດອາເມຣິກາ ແລະ ລູກແຫຼ້ງຕີນມື, ແມ່ນໄຊຊະ ນະອັນໃຫຍ່ຫຼວງ ຂອງກໍາລັງ ປະກອບອາວຸດເຮົາທີ່ຢູ່ພາຍໃຕ້ ການນໍາພາຂອງພັກ, ເປັນເຫດ ການປະຫວັດສາດອັນສໍາຄັນ ຂອງຊາດ, ຂອງພັກ, ຂອງກອງ ທັບເຮົາ ແລະ ເປັນບົດຮຽນອັນລໍ້າ ຄ່າທີ່ສຸດໃຫ້ແກ່ຂະບວນການຕໍ່ ສູ້ຂອງກອງທັບ ແລະ ປະຊາຊົນ ລາວບັນດາເຜົ່າ ເພືີ່ອຍາດເອົາ ໄຊຊະນະໃນໄລຍະຕໍ່ມາ. ພ້ອມດຽວກັນນັ້ນ ຍັງໄດ້ຍົກ ໃຫ້ເຫັນເຖີງການໂຕນຄຸກຢ່າງ ມະຫັດສະຈັນຂອງບັນດາຜູ້ນໍາ ເຮົາ ແລະ ຄວາມສະຫຼາດຫຼັກ ແຫຼມຂອງເພິ່ນທີ່ໄດ້ຂົນຂວາຍ ເອົາກໍາລັງຕໍາຫຼວດ, ທະຫານ ແລະ ສາລະວັດທະຫານ ທີ່ມາ ປ້ອງກັນເວນຍາມຂອບເຂດຄຸມ ຂັງທ່ານຜູ້ນໍາເຮັດໃຫ້ເຂົາເຈົ້າມີ ຄວາມຕື່ນຕົວ, ມີນໍ້າໃຈຮັກຊາດ ອັນແຮງກ້າ, ຍອມເສຍສະຫຼະທຸກສິ່ງຢ່າງເພື່ອປະເທດຊາດ, ເພື່ອເຂົ້າຮ່ວມການນໍາພາຜູ້ນໍາ ພັກ ແລະ ແນວລາວຮັກຊາດໂຕນ ອອກຈາກຄຸກໂພນເຄັງໄດ້ຢ່າງ ປອດໄພ ແລະ ເຫດການໃນຄັ້ງ ນັ້ນ ໄດ້ສ້າງວິລະກໍາອັນມະຫັດ ສະຈັນທາງປະຫວັດສາດ ດ້ວຍ ນໍ້າໃຈເສຍສະຫຼະຢ່າງພິລາດ ອາດຫານ. ພ້ອມນີ້ ກໍໄດ້ຍົກໃຫ້ ເຫັນເຖິງມູນເຊື້ອການເຕີບໃຫຍ່ ຂະຫຍາຍຕົວ ແລະ ເຂັ້ມແຂງ ຂອງກຳລັງປ້ອງກັນຄວາມສະ ຫງົບ ປະຊາຊົນລາວ ກຳລັງປ້ອງ ກັນຄວາມສະຫງົບ ປະຊາຊົນລາວ ແມ່ນກຳລັງປະກອບອາວຸດປະຕິ ວັດ ອັນແຫລມຄົມຂອງພັກ ໂດຍແມ່ນພັກປະຊາຊົນປະຕິວັດ ລາວເປັນຜູ້ສ້າງຕັ້ງ ນຳພາເດັດ ຂາດໂດຍກົງຮອບດ້ານເປັນກຳ ລັງທີ່ມາຈາກປະຊາຊົນ ໂດຍປະ ຊາຊົນ ແລະ ຮັບໃຊ້ສິດຜົນປະ ໂຫຍດຂອງປະຊາຊົນລາວບັນ ດາເຜົ່າ ທີ່ໄດ້ກຳເນີດເຕີບໃຫຍ່ ຂະຫຍາຍຕົວໃນຂະບວນການ ຕໍ່ສູ້ປົດປ່ອຍຊາດ ຕ້ານຈັກກະ ພັດຜູ້ຮຸກຮານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວລາໃດກໍມີມູນເຊື້ອອັນອົງອາດ ກ້າຫານ ມີນ້ຳໃຈເສຍສະຫຼະເດັດ ດ່ຽວໜຽວແໜ້ນບໍ່ຍອມຈຳນົນ ມີຄວາມສັດຊື່ບໍລິສຸດມີຄວາມ ສາມັກຄີເປັນປຶກແຜ່ນແໜ້ນ ໜາ ແລະ ໄດ້ທົບທວນຫວນຄືນ ວັນກວດກາພັກ-ລັດ ເຊິ່ງໄດ້ຍົກ ໃຫ້ເຫັນເຖິງ ຂະບວນວິວັດໃນ ການເພີ່ມທະວີບົດບາດການນໍາ ພາຂອງພັກ ໃນການຄຸ້ມຄອງ ລັດ, ຄຸ້ມຄອງສັງຄົມຕາມກົດ ໝາຍຢູ່ປະເທດເຮົານັບແຕ່ມື້ ສ້າງຕັ້ງອົງການກວດກາພັກ-ລັດ ວັນທີ 16 ກຸມພາ 1982 ເປັນ ຕົ້ນມາພັກເຮົາຖືວຽກງານກວດ ກາພາຍໃນເປັນໜຶ່ງໃນພາລະບົດ ບາດນໍາພາທີ່ຂາດບໍ່ໄດ້ໂດຍຍຶດ ໝັ້ນທັດສະນະທີ່ວ່າການນໍາພາ ຕ້ອງຕິດພັນກັບການກວດກາຖ້າ ບໍ່ມີວຽກງານກວດກາກໍເໝືອນ ບໍ່ມີການນໍາພາ. ໂດຍ: ສົມຮັກ ຈັນທະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ