ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງບັນຊາການ ທະຫານແຂວງເຊກອງ ກັບ ທະຫານແຂວງເທື່ອທຽນເຫວ້ ເຊັນບົດບັນທຶກວຽກງານປ້ອງກັນຊາດ ປະຈຳປີ
ເວລາອອກຂ່າວ: 2022-05-20 08:48:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 493 | ຄວາມນິຍົມ:



ວັນທີ 16 ພຶດສະພາ 2022 ນີ້, ຢູ່ທີ່ກອງບັນຊາການ ທະຫານແຂວງເຊກອງ ໄດ້ຈັດ ພິທີລົງນາມເຊັນບົດບັນທຶກ ການຈັດຕັ້ງປະຕິບັດປະສານ ສົມທົບວຽກງານປ້ອງກັນຊາດ ປະຈຳສົກປີ 2022-2023, ເຊິ່ງຝ່າຍ ລາວ ມີສະຫາຍ ພົນຈັດ ຕະວາ ສົມທອງ ດອນກັນນ້ອຍ ເລຂາຄະນະພັກ, ຫົວໜ້າການ ເມືອງກອງບັນຊາການ ທະຫານ ແຂວງເຊກອງ ພ້ອມດ້ວຍຄະ ນະ ແລະ ຝ່າຍ ຫວຽດນາມ ມີ ສະຫາຍ ພັນເອກ ຮ່ວງວັນເຍິນ ຮອງເລຂາຄະນະພັກ, ຫົວໜ້າ ການເມືອງກອງບັນຊາການທະ ຫານແຂວງເທື່ອທຽນເຫວ້ ພ້ອມດ້ວຍ ຄະນະ ເຂົ້າຮ່ວມ. ໃນພິທີລົງນາມເຊັນບົດບັນທຶກ ດັ່ງກ່າວ ທັງສອງຝ່າຍໄດ້ເປັນ ເອກະພາບສະຫຼຸບລາຍງານ ແລະ ຕີລາຄາສູງຕໍ່ໝາກຜົນຂອງການ ຈັດຕັ້ງປະຕິບັດໜ້າທີ່ວຽກງານ ປ້ອງກັນຊາດໃນໄລຍະຜ່ານມາ ແລະ ວາງທິດທາງແຜນການ ໃນການຈັດຕັ້ງປະຕິບັດໜ້າທີ່ ປ້ອງກັນຊາດ ປະຈຳສົກປີ 2022-2023, ຕະຫຼອດໄລຍະ ການຈັດຕັ້ງປະຕິບັດຜ່ານມາ ຄະນະພັກກອງບັນຊາການທະ ຫານແຂວງເຊກອງ-ແຂວງເທື່ອ ທຽນເຫວ້, ໄດ້ພ້ອມກັນປະສານ ສົມທົບແໜ້ນກັບຄະນະພັກຂັ້ນ ເທິງຂອງສອງຝ່າຍ, ບົນພື້ນຖານ ສຳຄັນແມ່ນຖືເອົາການພົວພັນ ຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ອັນສະຫງ່າງາມ ລະຫວ່າງສອງ ພັກ-ສອງລັດ, ສອງກອງທັບ ເວົ້າ ລວມ, ເວົ້າສະເພາະ ແມ່ນກຳລັງ ປະກອບອາວຸດທັງສອງແຂວງ ເຊກອງ-ແຂວງເທື່ອທຽນເຫວ້, ໄດ້ພ້ອມກັນເອົາໃຈໃສ່ຈັດຕັ້ງ ເຊື່ອມຊຶມຜັນຂະຫຍາຍບັນດາ ໝາກຜົນ-ຜົນງານໄຊຊະນະໃນ ການປະຕິບັດໜ້າທີ່ການເມືອງ ໃນໄລຍະໃໝ່, ຕະຫຼອດຮອດ ວຽກງານການພົວພັນຕ່າງປະ ເທດ, ເພື່ອສືບຕໍ່ຈັດຕັ້ງປະຕິບັດ ປະສານສົມທົບແໜ້ນກັບອຳ ນາດການປົກຄອງຂັ້ນແຂວງ, ເມືອງ ແລະ ບ້ານ,ຈິ່ງສາມາດ ເຮັດໃຫ້ວຽກງານປ້ອງກັນຊາດ ໄດ້ຮັບຜົນດີຂື້ນໃນປີ 2022 ແລະ ໃນຊຸມປີຕໍ່ໜ້າ, ສາມາດຕອບ ສະໜອງໄດ້ກັບຄວາມຮຽກຮ້ອງ ຕ້ອງການໃນການປະຕິບັດໜ້າ ທີ່ການປ່ຽນແປງໃໝ່ຢ່າງຮອບ ດ້ານຂອງສອງພັກ-ສອງລັດ ລາວ-ຫວຽດນາມ ໃຫ້ມີຄວາມ ໜັກແໜ້ນ-ເຂັ້ມແຂງກ້າວຂຶ້ນ ຢ່າງບໍ່ຢຸດຢັ້ງ. ໃນໂອກາດນີ້ ທັງສອງຝ່າຍ ໄດ້ພ້ອມກັນເອກະພາບ ແລະ ໄດ້ ລົງນາມເຊັນບົດບັນທຶກສັນຍາ ຮ່ວມກັນ,ໂດຍປະຕິບັດເນື້ອໃນ ການປະສານສົມທົບ, ການສືບຕໍ່ ປະຕິບັດແຜນການຮ່ວມມືຮອບ ດ້ານໃນສົກປີ 2022-2023 ແລະ ໃນຊຸມປີຕໍ່ໜ້າມີເນື້ອໃນດັ່ງ ນີ້: 1. ສືບຕໍ່ເສີມສ້າງ ແລະ ເສີມ ຂະຫຍາຍສາຍພົວພັນອັນດີງາມ ທີ່ເປັນມູນເຊື້ອອັນຍິ່ງໃຫຍ່ລະ ຫວ່າງກຳລັງປະກອບອາວຸດ ຂອງສອງແຂວງເຊກອງ-ເທື່ອ ທຽນເຫວ້, ຕ້ອງໄດ້ເພີ່ມທະວີ ຄວາມເອົາໃຈໃສ່ ແລະ ຍົກສູງ ໝາກຜົນການປະສານສົມທົບວຽກງານປ້ອງກັນຊາດໃນສະ ພາບການປ່ຽນແປງໃໝ່ໃຫ້ມີ ຄວາມໜັກແໜ້ນ; 2. ສືບຕໍ່ໂຄສະ ນາທົ່ວປວງຊົນໃຫ້ຮັບຮູ້-ເຂົ້າໃຈ ຢ່າງເລິກເຊິ່ງເຖິງຖອງກ່ຽວກັບ ມູນເຊື້ອ 2 ວັນປະຫວັດສາດ, ໃນ ໂອກາດທີ່ມີຄວາມໝາຍ-ຄວາມ ສຳຄັນໃນການຈັດຕັ້ງເຄື່ອນ ໄຫວຕ້ອນຮັບປີສາມັກຄີຫວຽດ ນາມ-ລາວ ປີ 2022, ວັນສ້າງ ຕັ້ງສາຍພົວພັນການທູດຄົບຮອບ 60 ປີ ( 5 ກັນຍາ 1962-5 ກັນ ຍາ 2022 ) ແລະ ວັນເຊັນສົນທິ ສັນຍາມິດຕະພາບການຮ່ວມມື ຫວຽດນາມ-ລາວ ຄົບຮອບ 45 ປີ ( 18 ກໍລະກົດ 1977-18 ກໍ ລະກົດ 2022 ); 3. ສືບຕໍ່ແລກ ປ່ຽນດ້ານຂໍ້ມູນຂ່າວສານ, ເກັບ ກຳຂໍ້ມູນສະພາບການຮອບດ້ານ ທັງພາຍໃນ ແລະ ຕ່າງປະເທດ, ເພື່ອແນໃສ່ຕ້ານ ແລະ ສະກັດກັ້ນ ຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິ, ການສະກັດກັ້ນບັນດາອາຊະຍາກຳຂ້າມຊາດ, ຂ້າມແດນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການຕອບຕ້ານຕີຖອຍພະຍາດຕິດແປດ, ໄພພິບັດທຳມະຊາດ ແລະ ອື່ນໆທີ່ອາດຈະເກີດຂື້ນ; 4. ສືບຕໍ່ປະສານສົມທົບຊຸກຍູ້ ຄວາມຄືບໜ້າໃນການຊອກຄົ້ນ ຮ່າງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງ ຄາມທີ່ມີຢູ່ໃນແຂວງເຊກອງກັບ ຄືນປະເທດເພື່ອບັນຈຸເຂົ້າສຸສານ ນັກຮົບນິລະນາມແຂວງເທື່ອ ທຽນເຫວ້; 5. ຈັດຕັ້ງແລກປ່ຽນ ຄະນະທັງສອງຝ່າຍໄປຢ້ຽມ ຢາມທັດສະນະສຶກສາເປັນປະ ຈຳ ເພື່ອແລກປ່ຽນຄຳຄິດ-ຄຳ ເຫັນໃນການຮ່ວມມືມິດຕະພາບ ໃນທຸກຂົງເຂດວຽກງານ, ເປັນ ຕົ້ນແມ່ນວຽກງານເສດຖະກິດ- ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; 6. ສຳ ລັບແຜນການຈັດຕັ້ງປະຕິບັດ ນະໂຍບາຍອູ້ມຊູຊ່ວຍເຫຼືອທາງ ດ້ານອຸປະກອນຕ່າງໆຈຳນວນ ໜຶ່ງກອງບັນຊາການທະຫານ ແຂວງເທື່ອທຽນເຫວ້ ຈະຊ່ວຍ ເຄື່ອງອຸປະໂພກ-ບໍລິໂພກໃຫ້ກຳ ລັງປະກອບອາວຸດທ້ອງຖິ່ນ ແຂວງເຊກອງ, ເພື່ອປະກອບ ສ່ວນໝູນໃຊ້ເຂົ້າໃນວຽກງານ ປ້ອງກັນຊາດ ນຳອີກ. ໂດຍ: ທອງມີ ຈັນທະວີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ