ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບ-ຮັບອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກັບຄືນສູ່ປະເທດ
ເວລາອອກຂ່າວ: 2022-05-19 09:38:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 170 | ຄວາມນິຍົມ:



ພິທີມອບ-ຮັບອັດຖິທະ ຫານອາສາສະໝັກ ແລະ ຊ່ຽວ ຊານ ຫວຽດນາມ ກັບຄືນສູ່ປະ ເທດ ໄດ້ຈັດຂຶ້ນໃນວັນທີ 17 ພຶດສະພາ 2022 ນີ້, ຢູ່ທີ່ເຮືອນ ພັກ ກອງປະຕິບັດງານພິເສດ 589 ບ້ານໂພນສີທ່າ ເມືອງທ່າ ແຂກ ແຂວງຄຳມ່ວນ, ໂດຍມີ ສະຫາຍ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງຄຳມ່ວນ, ຜູ້ຊີ້ນຳວຽກງານການເມືອງ- ນຳ ພາແນວຄິດ, ສະຫາຍ ປອ ແກ້ວ ອຸດອນ ບຸດສິງຂອນ ຮອງເຈົ້າ ແຂວງ ແຂວງຄຳມ່ວນ, ຫົວໜ້າ ຄະນະປະຕິບັດງານພິເສດຂັ້ນ ແຂວງ ພ້ອມດ້ວຍບັນດາຄະນະ ການນໍາຂອງແຂວງ, ຄະນະປະ ຕິບັດງານພິເສດ ແຂວງຄຳມ່ວນ-ກວາງບິ່ງ ຕະຫຼອດຮອດຄະນະ ພັກ-ຄະນະບັນຊາ ກຳລັງ ປກຊ-ປກສ ແຂວງ, ພະແນກການ, ສະຫະພັນນັກຮົບເກົ່າ, ອົງການ ຈັດຕັ້ງມະຫາຊົນ ພ້ອມດ້ວຍພະ ນັກງານ-ນັກຮົບກອງປະຕິບັດ ງານພິເສດ 589 ເຂົ້າຮ່ວມ. ສະຫາຍ ວົງເພັດ ຈິດປັນຍາ ໄດ້ຜ່ານບົດ ສະດຸດີ ໂດຍມີເນື້ອ ໃນວ່າ: ໃນການຈັດພິທີມອບ-ສົ່ງ ອັດຖິຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ ເສຍຊີວິດໃນປາງສົງຄາມຢູ່ດິນແດນສະໝໍລະພູມ ແຂວງຄຳມ່ວນ ທີ່ສາມາດຂຸດຄົ້ນທ້ອນໂຮມໄດ້ ສົກປີ 2021-2022 ມີ 17 ອັດຖິ ເພື່ອ ກັບຄືນປະເທດ, ກັບຄືນບ້ານ ເກີດຂອງຕົນ ພວກເຮົາຂໍສະແດງ ຄວາມໄຫວ້ອາໄລ ແລະ ຮູ້ບຸນຄຸນ ຢ່າງໃຫຍ່ຫຼວງຕໍ່ດວງວິນຍານ ຂອງບັນດາພະນັກງານ-ນັກຮົບ ທະຫານອາສາສະໝັກ ແລະ ຊ່ຽວ ຊານຫວຽດນາມທີ່ເສຍຊີວິດ ໃນປາງສົງຄາມ ເຊິ່ງຕະຫຼອດໄລ ຍະຜ່ານມາ ປະຊາຊົນລາວບັນ ດາເຜົ່າ ເວົ້າລວມ, ເວົ້າສະເພາະ ປະຊາຊົນແຂວງຄຳມ່ວນ ມີ ຄວາມຊາບຊຶ້ງ ແລະ ຈົດຈຳຈາ ລຶກບຸນຄຸນຢ່າງບໍ່ມີວັນຫຼົງລືມ, ເປັນການປະກອບສ່ວນອັນສຳຄັນໃນການຮ່ວມມືສຳພັນສູ້ຮົບ ລະຫວ່າງສອງຊາດ ລາວ-ຫວຽດ ນາມ, ຫວຽດນາມ-ລາວ ເຊິ່ງ ເປັນສັນຍະລັກທີ່ສະຫວ່າງສະ ໄຫວ ແລະ ຢືນຢັນໄດ້ວ່າ: ການ ຮ່ວມ ມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງກອງທັບປະຊາຊົນ ລາວ ແລະ ກອງທັບປະຊາຊົນ ຫວຽດນາມ ແມ່ນການປະສານ ສົມທົບທີ່ມີປະສິດທິຜົນສູງ ເຊິ່ງ ຜົນງານ ແລະ ຄຸນງາມຄວາມ ດີຂອງບັນດາສະຫາຍພະນັກ ງານ-ນັກຮົບ ຈະກາຍເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ລູກຫຼານຄົນຮຸ່ນຫຼັງໄດ້ຮ່ຳຮຽນ. ຈາກນັ້ນ, ຄະນະຜູ້ແທນທັງ ສອງຝ່າຍ ແລະ ພາກສ່ວນທີ່ ກ່ຽວຂ້ອງ ໄດ້ຂຶ້ນວາງພວງມະ ລາ ເພື່ອລະນຶກເຖິງຄວາມຮູ້ບຸນ ຄຸນຂອງພະນັກງານ-ນັກຮົບ ທະຫານອາສາສະໝັກ ແລະ ຊ່ຽວ ຊານຫວຽດນາມ ທີ່ເສຍຊີວິດ ໃນປາງສົງຄາມ ໃນຄັ້ງນີ້, ພ້ອມ ນຳເອົາຮ່າງອັດຖິດັ່ງກ່າວຂຶ້ນ ລົດ ແລະ ນຳສົ່ງກັບຄືນປະເທດ ຫວຽດນາມຢ່າງສົມກຽດ. ໂດຍ: ລາກີ ພົມມີສິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ