ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 584 ສະຫຼຸບຂະບວນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ
ເວລາອອກຂ່າວ: 2022-05-19 09:37:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 196 | ຄວາມນິຍົມ:



ກອງປະຊຸມສະຫຼຸບຂະບວນ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2021 ແລະ ວາງທິດທາງແຜນ ການ ປະຈໍາປີ 2022 ຂອງຄະນະ ພັກ ກອງພັນໃຫຍ່ 584 ໄດ້ຈັດຂຶ້ນ ໃນວັນທີ 16 ພຶດສະພາ 2022 ນີ້, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນຕາ ສິນນະວົງ ເລຂາຄະນະພັກ ຫົວໜ້າການ ເມືອງ ກອງພັນໃຫຍ່ 584, ມີຄະ ນະພັກ-ຄະນະບັນຊາພະແນກ ການ, ກອງພັນ, ຄະນະພັກຮາກ ຖານ, ໜ່ວຍພັກຕະຫຼອດຮອດພະ ນັກງານ-ສະມາຊິກພັກເຂົ້າຮ່ວມ. ສະຫາຍ ພັນໂທ ບຸນຊູ ມີຈັນຄໍາ ຄະນະພັກ ຮອງຫົວໜ້າການເມືອງ ກອງພັນໃຫຍ່ 584 ໄດ້ສະຫຼຸບ ຖອດຖອນບົດຮຽນ ການກໍ່ສ້າງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາສົກ 2020-2021, ໃນໄລຍະຜ່ານມາ ຄະນະພັກແຕ່ລະຂັ້ນຍາມໃດກໍ ໄດ້ຖືສຳຄັນວຽກງານສຶກສາ ອົບຮົມການເມືອງ-ນໍາພາແນວ ຄິດ ເຮັດໃຫ້ສະມາຊິກພັກ-ພະນັກ ງານມີຄຸນທາດການເມືອງໜັກ ແໜ້ນ, ມີສະຕິຕໍ່ການຈັດຕັ້ງ, ເຄົາລົບ ແລະ ປະຕິບັດບັນດາຂໍ້ ກໍານົດ, ກົດລະບຽບຂອງກອງ ທັບ, ກົດໝາຍຂອງລັດຢ່າງ ເຂັ້ມງວດ, ມີຄວາມຮັບຜິດຊອບ ສູງ ແລະ ເຮັດສຳເລັດໜ້າທີ່ວຽກ ງານທີ່ໄດ້ຮັບມອບໝາຍເປັນ ຢ່າງດີ, ເອົາໃຈໃສ່ປັບປຸງກໍ່ສ້າງ ພັກໂດຍຍຶດໝັ້ນ ແລະ ປະຕິບັດ ຢ່າງເຂັ້ມງວດຕາມ 5 ຫຼັກການ 3 ທິດນຳໃນການກໍ່ສ້າງ ແລະ ປັບປຸງພັກຕິດພັນກັບການກໍ່ສ້າງ ກອງປອດໃສ ປອດໄພ ປອດຄະດີ ໃຫ້ເປັນຂະບວນການຢ່າງກວ້າງ ຂວາງ. ປັດຈຸບັນນີ້, ຄະນະພັກ ກອງພັນໃຫຍ່ 584 ມີ 2 ຄະນະ ພັກ ຮາກຖານ, ມີ 13 ໜ່ວຍພັກ, ມີສະມາຊິກພັກທັງໝົດ 243 ສະຫາຍ. ສາມາດຕີລາຄາ ແລະ ຮັບຮອງເອົາໜ່ວຍພັກແຂງ 3 ໜ່ວຍພັກ, ກາງ 10 ໜ່ວຍ ພັກ, ສະມາຊິກພັກແຂງກວມ 55,98%, ກາງ 33,33% ແລະ ອ່ອນ 0,42 %, ບໍ່ໄດ້ແບ່ງປະ ເພດ 10,25 %, ສາມາດຕີລາຄາ ແລະ ຮັບຮອງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 3 ຄັ້ງຕິດ ຕໍ່ກັນ ມີ 2 ໜ່ວຍພັກ, ຮັບຮອງໃໝ່ ມີ 1 ໜ່ວຍພັກ ພ້ອມທັງມອບ ໃບຢັ້ງຢືນໃຫ້ບັນດາໜ່ວຍພັກ ທີ່ໄດ້ຮັບການຢັ້ງຢືນເປັນໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາສົກປີ 2020-2021 ຢ່າງ ສົມກຽດ. ໂອກາດດຽວກັນນີ້, ຍັງເປີດ ຂະບວນການແຂ່ງຂັນ ປະຈໍາປີ 2022 ຕື່ມອີກ. ໂດຍ: ນາງ ດວງມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ