ແຂວງຈຳປາສັກ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີຢ່າງຄຶກຄື້ນ
ເວລາອອກຂ່າວ: 2019-01-30 09:06:11 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 563 | ຄວາມນິຍົມ:
ໃນຕອນເຊົ້າຂອງວັນທີ 28 ມັງກອນ 2019 ແຂວງຈຳປາສັກ ໄດ້ຈັດພິທີສະເຫຼີມສະຫຼອງວັນ ສ້າງຕັ້ງກອງທັບປະຊາຊົນລາວ
ວັນທີ 20 ມັງກອນ ຄົບຮອບ
70 ປີ ຢ່າງຄຶກຄື້ນ ຢູ່ເດີ່ນກີລາ
ຂອງແຂວງ, ໂດຍການໃຫ້ກຽດ ເຂົ້າຮ່ວມຂອງ ທ່ານ ທອງລຸນ
ສີສຸລິດ, ກໍາມະການກົມການ
ເມືອງສູນກາງພັກ, ນາຍົກລັດ ຖະມົນຕີ; ມີບັນດາລັດຖະມົນຕີ,
ຮອງລັດຖະມົນຕີ, ການນຳຂອງ
ແຂວງຈຳປາສັກ, ຜູ້ຕາງໜ້າບັນດາແຂວງໃກ້ຄຽງ, ແຂກຖືກ ເຊີນ, ສື່ມວນຊົນ ແລະ ປະຊາ ຊົນຊາວແຂວງຈຳປາສັກເຂົ້າ ຮ່ວມຢ່າງຫຼວງຫຼາຍ.
ໃນພິທີ, ເລີ່ມຕົ້ນດ້ວຍການສະ ແດງ ສິລະປະ ຮ້ອງເພງ, ຂັບລໍາ ໂດຍປະກອບບົດຟ້ອນລວມໝູ່ ຈາກກອງສິລະປະກອນກອງ ບັນຊາການທະຫານແຂວງ; ຮັບ ຊົມການສະແດງສິລະປະຍຸດ-ຍຸດ
ທະວິທີຂອງເຫຼົ່າຮົບຕີພິເສດ. ຫຼັງຈາກນັ້ນ, ທ່ານ ບຸນຖອງ ດີວິ
ໄຊ ເຈົ້າແຂວງໆຈຳປາສັກ ກໍໄດ້
ກ່າວຄຳປາໄສຕໍ່ພິທີ ໂດຍໄດ້ຍົກ
ໃຫ້ເຫັນຄວາມໝາຍຄວາມສຳ ຄັນ, ຜົນງານ ແລະ ມູນເຊື້ອ ຂອງກອງທັບປະຊາຊົນລາວ ນັບແຕ່ສ້າງຕັ້ງກອງທັບລາວອິດ ສະຫຼະ ກໍຄືກອງລາດຊະວົງໃນ
ວັນທີ 20 ມັງກອນ ປີ 1949,
ພາຍໃຕ້ການຊີ້ນຳ-ນຳພາອັນ
ປີຊາສາມາດ ແລະ ສະຫຼາດ
ສ່ອງໃສຂອງພັກປະຊາຊົນປະຕິ ວັດລາວ, ເຮັດໃຫ້ກອງທັບເຮົາ ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງຢ່າງຕໍ່ເນື່ອງ ໂດຍ ຜ່ານການເຝິກຝົນຫຼໍ່ຫຼອມ ແລະ
ທົດສອບ ໃນແປວໄຟຂອງສົງຄາມ ຕໍ່ສູ້ກູ້ຊາດ ເພື່ອຍາດເອົາເອກະ ລາດແຫ່ງຊາດ; ຜ່ານຂະບວນການ ອັນລະອິດລະອ້ຽວໃນຍ່ານປະ ຫວັດສາດ, ກອງທັບປະຊາ ຊົນ ລາວ ໄດ້ສ້າງວີລະກຳອັນລ້ຳເລີດ ໄວ້ໃນໜ້າປະຫວັດສາດຍຸກໃໝ່ ແລະ ມູນເຊື້ອວີລະຊົນຂອງຊາດ ລາວີລະຊົນຢ່າງສະຫງ່າງາມ.
ທ່ານເຈົ້າແຂວງ ກ່າວຕື່ມວ່າ: ໃນໄລຍະ 70 ປີ ຜ່ານມາ, ກອງ ທັບປະຊາຊົນລາວ ໄດ້ປະຕິບັດ ພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຜ່ານແປວໄຟແຫ່ງສົງຄາມ ຕໍ່ສູ້
ເພື່ອປົດປ່ອຍປະເທດຊາດຢ່າງລະອິດລະອ້ຽວ, ຕາມຄຳຮຽກຮ້ອງ
ຂອງສູນກາງພັກຂະບວນການ ລຸກຮືຂຶ້ນຢຶດອຳນາດການ ປົກຄອງເຂດເປັນກາງ ແລະ ເຂດ
ຄວບຄຸມຊົ່ວຄາວຂອງຝ່າຍ ວຽງຈັນ, ກອງທັບ ແລະ ປະຊາ ຊົນລາວ ໄດ້ບຸກໂຈມຕີດ້ວຍ 3
ບາດຄ້ອນຍຸດທະສາດຢ່າງແຂງ
ແຮງ, ສາມາດຢຶດອຳນາດຢູ່ແຕ່ ລະທ້ອງຖິ່ນ. ຜ່ານຂະບວນການ
ຢຶດອໍານາດ, ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ໄດ້ຕີ ລາຄາການຢຶດອຳນາດຂອງ ກອງທັບ ແລະປະຊາຊົນລາວວ່າ: ບົວບໍ່ຊ້ຳ ນ້ຳບໍ່ຂຸ່ນ ແຕ່ຈັບປາໄດ້ ທັງໝົດ, ຜົນສໍາເລັດດັ່ງກ່າວ ໄດ້ກາຍເປັນເງື່ອນໄຂໃຫ້ແກ່ການ
ສະຖາປະນາ ສປປ ລາວ ຂຶ້ນຢ່າງ ສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975 ເຮັດໃຫ້ປະເທດຊາດ ນັບ ມື້ໄດ້ຮັບການພັດທະນາຢ່າງ ຮອບດ້ານ, ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່ານັບມື້
ໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ ເນື່ອງ, ປະເທດຊາດມີຄວາມສະ ຫງົບໝັ້ນຄົງ, ສັງຄົມມີຄວາມສີ ວິໄລ ແລະ ຍຸຕິທຳ ເປັນກ້າວໆ.
ໃນພິທີ ໄດ້ມີການສະແດງ ກ້ອນກຳລັງ ສວນສະໜາມ ໂດຍ ປະກອບມີຈຳນວນ 18 ກ້ອນ ກຳ ລັງ ຄື: ກ້ອນນາຍທະຫານ, ກ້ອນ
ທະຫານຊາຍແດນ, ກ້ອນເຫຼົ່າ
ຮົບຕີພິເສດທະຫານແຂວງຈຳ ປາສັກ, ກ້ອນເຫຼົ່າຮົບຕີພິເສດ ທະຫານກອງພົນທີ 5, ກ້ອນເຫຼົ່າ ຮົບສື່ສານ, ກ້ອນທະຫານນາຍສິບ ຈາກກອງພັນໃຫຍ່ປ້ອງກັນອາ ກາດ 645, ກ້ອນໂຮງໝໍບໍລິເວນ 106, ກ້ອນກອງບັນຊາການ ປກສ ແຂວງຈຳປາສັກ, ກ້ອນ ນະຄອນປາກເຊ, ກ້ອນພະແນກ
ກະສິກຳ ແລະ ປ່າໄມ້, ກ້ອນພະ ແນກສາທາລະນະສຸກ, ກ້ອນພະ
ແນກການເງິນ, ກ້ອນວິທະຍາ
ໄລຄູປາກເຊ, ກ້ອນວິທະຍາໄລ ເຕັກນິກວິຊາຊີບ, ກ້ອນລັດວິ ສາຫະກິດໄຟຟ້າລາວ, ກ້ອນບໍລິ
ສັດນໍ້າປະປາ, ກ້ອນສະຫະພັນ
ແມ່ຍິງ ແລະ ຊາວໜຸ່ມ, ກ້ອນມະ ຫາວິທະຍາໄລຈຳປາສັກ.
ພາຍຫຼັງສຳເລັດການເດີນ ສວນສະໜາມ, ໄດ້ມີການສະ ແດງໂດດຈ້ອງ ຂອງກອງພັນໃຫຍ່ 703 ກອງທັບປະຊາຊົນລາວ ດ້ວຍບັນຍາກາດທີ່ເບີກບານມ່ວນ
ຊື່ນ, ມີເນື້ອໃນ ແລະ ໄດ້ພິທີການ ເປັນຢ່າງດີ.
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ