ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າການທະຫານ ກອງພັນກໍ່ສ້າງ-ຂົວທາງ 587 ອວຍພອນທະຫານແຂວງຈໍາປາສັກ
ເວລາອອກຂ່າວ: 2022-05-19 09:33:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 226 | ຄວາມນິຍົມ:



ໃນວັນທີ 13 ພຶດສະພາ 2022 ນີ້, ສະຫາຍ ພັນໂທ ໂອພາດ ທໍາມະທອງ ຫົວໜ້າການທະຫານ ກອງພັນກໍ່ສ້າງ-ຂົວທາງ 587 ພ້ອມດ້ວຍຄະນະໄດ້ນໍາເອົາກະຕ່າ ຂອງຂວັນ ແລະ ເງິນສົດຈໍານວນ ໜຶ່ງເຂົ້າອວຍພອນຄະນະກອງ ບັນຊາການທະຫານແຂວງຈໍາ ປາສັກ ເນື່ອງໃນໂອກາດວັນ ສ້າງຕັ້ງກອງບັນຊາການທະ ຫານແຂວງຈໍາປາສັກ ຄົບຮອບ 60 ປີ, (15 ພຶດສະພາ 1962-15 ພຶດສະພາ 2022), ໂດຍການ ຕ້ອນຮັບຂອງ ສະຫາຍ ພັນເອກ ແຫວນຄໍາ ຈະເລີນວົງ ຫົວໜ້າ ການເມືອງ ກອງບັນຊາການທະ ຫານແຂວງຈໍາປາສັກ, ມີຄະ ນະພັກ-ຄະນະ ບັນຊາອົງການ 5 ຫ້ອງ ເຂົ້າຮ່ວມຕ້ອນຮັບ ດ້ວຍຄວາມອົບອຸ່ນ. ສະຫາຍ ພັນໂທ ໂອພາດ ທໍາມະທອງ ຫົວໜ້າການທະ ຫານກອງພັນ ກໍ່ສ້າງ-ຂົວທາງ 587 ກໍໄດ້ຕາງໜ້າໃຫ້ຄະນະ ກ່າວອວຍພອນໄຊອັນປະເສີດ ມາຍັງ ສະຫາຍ ພັນເອກ ແຫວນຄໍາ ຈະເລີນວົງ ພ້ອມ ດ້ວຍຄະນະພັກ-ຄະນະບັນຊາ, ຕະຫຼອດຮອດນາຍ ແລະ ພົນ ທະຫານທົ່ວກໍາລັງປະກອບອາ ວຸດທ້ອງຖິ່ນແຂວງຈໍາປາສັກ, ຈົ່ງມີສຸຂະພາບແຂງແຮງ, ມີພະ ລະນາໄມສົມບູນ ພ້ອມກັນເຮັດ ສໍາເລັດໜ້າທີ່ວຽກງານ ທີ່ພັກ-ລັດ ການຈັດຕັ້ງຂັ້ນເທິງມອບໝາຍ ໃຫ້ເປັນຢ່າງດີໂດຍສະເພາະສືບ ຕໍ່ຈັດງານສະເຫຼີມສະຫຼອງວັນ ສ້າງຕັ້ງກອງບັນຊາການທະ ຫານແຂວງຈໍາປາສັກ ຄົບຮອບ 60 ປີ, ທີ່ຈະມາເຖິງນີ້ ໄດ້ຮັບ ໝາກຜົນຢ່າງຈົບງາມ. ໂອກາດດັ່ງກ່າວ, ສະຫາຍ ພັນເອກ ແຫວນຄໍາ ຈະເລີນວົງ ໄດ້ກ່າວສະແດງຄວາມຂອບ ໃຈ ແລະ ຮູ້ບຸນຄຸນເປັນຢ່າງ ສູງຕໍ່ຄະນະພັກ-ຄະນະບັນຊາ ກອງພັນກໍ່ສ້າງ-ຂົວທາງ 587 ທີ່ຍາມໃດກໍເຫັນໄດ້ຄວາມໝາຍ, ຄວາມສໍາຄັນຂອງວັນສໍາຄັນ ດັ່ງກ່າວ ເຊິ່ງສະແດງໃຫ້ເຫັນ ເຖິງຄວາມສາມັກຄີອັນແໜ້ນ ແຟ້ນລະຫວ່າງກົມກອງຕໍ່ກົມ ກອງໂດຍສະເພາະແມ່ນກອງ ພັນກໍ່ສ້າງ-ຂົວທາງ 587 ກັບ ກອງບັນຊາການທະຫານ ແຂວງ ຈໍາປາສັກ ມີຄວາມເບີກບານ ມ່ວນຊື່ນ ແລະ ມີຜົນສໍາເລັດ ເປັນກ້າວໆ. ໂດຍ: ວິໄລພອນ ວົງວິສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ