ຫົວໜ້າການທະຫານ ກອງພັນກໍ່ສ້າງ-ຂົວທາງ 587 ອວຍພອນທະຫານແຂວງຈໍາປາສັກ
ເວລາອອກຂ່າວ: 2022-05-19 09:33:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 227 | ຄວາມນິຍົມ:
ໃນວັນທີ 13 ພຶດສະພາ 2022
ນີ້, ສະຫາຍ ພັນໂທ ໂອພາດ
ທໍາມະທອງ ຫົວໜ້າການທະຫານ ກອງພັນກໍ່ສ້າງ-ຂົວທາງ 587 ພ້ອມດ້ວຍຄະນະໄດ້ນໍາເອົາກະຕ່າ ຂອງຂວັນ ແລະ ເງິນສົດຈໍານວນ ໜຶ່ງເຂົ້າອວຍພອນຄະນະກອງ ບັນຊາການທະຫານແຂວງຈໍາ
ປາສັກ ເນື່ອງໃນໂອກາດວັນ
ສ້າງຕັ້ງກອງບັນຊາການທະ ຫານແຂວງຈໍາປາສັກ ຄົບຮອບ
60 ປີ, (15 ພຶດສະພາ 1962-15 ພຶດສະພາ 2022), ໂດຍການ ຕ້ອນຮັບຂອງ ສະຫາຍ ພັນເອກ
ແຫວນຄໍາ ຈະເລີນວົງ ຫົວໜ້າ
ການເມືອງ ກອງບັນຊາການທະ ຫານແຂວງຈໍາປາສັກ, ມີຄະ
ນະພັກ-ຄະນະ ບັນຊາອົງການ 5 ຫ້ອງ ເຂົ້າຮ່ວມຕ້ອນຮັບ ດ້ວຍຄວາມອົບອຸ່ນ.
ສະຫາຍ ພັນໂທ ໂອພາດ
ທໍາມະທອງ ຫົວໜ້າການທະ ຫານກອງພັນ ກໍ່ສ້າງ-ຂົວທາງ
587 ກໍໄດ້ຕາງໜ້າໃຫ້ຄະນະ
ກ່າວອວຍພອນໄຊອັນປະເສີດ ມາຍັງ ສະຫາຍ ພັນເອກ ແຫວນຄໍາ ຈະເລີນວົງ ພ້ອມ ດ້ວຍຄະນະພັກ-ຄະນະບັນຊາ,
ຕະຫຼອດຮອດນາຍ ແລະ ພົນ ທະຫານທົ່ວກໍາລັງປະກອບອາ ວຸດທ້ອງຖິ່ນແຂວງຈໍາປາສັກ, ຈົ່ງມີສຸຂະພາບແຂງແຮງ, ມີພະ ລະນາໄມສົມບູນ ພ້ອມກັນເຮັດ ສໍາເລັດໜ້າທີ່ວຽກງານ ທີ່ພັກ-ລັດ
ການຈັດຕັ້ງຂັ້ນເທິງມອບໝາຍ ໃຫ້ເປັນຢ່າງດີໂດຍສະເພາະສືບ
ຕໍ່ຈັດງານສະເຫຼີມສະຫຼອງວັນ ສ້າງຕັ້ງກອງບັນຊາການທະ ຫານແຂວງຈໍາປາສັກ ຄົບຮອບ
60 ປີ, ທີ່ຈະມາເຖິງນີ້ ໄດ້ຮັບ ໝາກຜົນຢ່າງຈົບງາມ.
ໂອກາດດັ່ງກ່າວ, ສະຫາຍ
ພັນເອກ ແຫວນຄໍາ ຈະເລີນວົງ
ໄດ້ກ່າວສະແດງຄວາມຂອບ ໃຈ ແລະ ຮູ້ບຸນຄຸນເປັນຢ່າງ ສູງຕໍ່ຄະນະພັກ-ຄະນະບັນຊາ
ກອງພັນກໍ່ສ້າງ-ຂົວທາງ 587
ທີ່ຍາມໃດກໍເຫັນໄດ້ຄວາມໝາຍ,
ຄວາມສໍາຄັນຂອງວັນສໍາຄັນ
ດັ່ງກ່າວ ເຊິ່ງສະແດງໃຫ້ເຫັນ
ເຖິງຄວາມສາມັກຄີອັນແໜ້ນ
ແຟ້ນລະຫວ່າງກົມກອງຕໍ່ກົມ
ກອງໂດຍສະເພາະແມ່ນກອງ ພັນກໍ່ສ້າງ-ຂົວທາງ 587 ກັບ
ກອງບັນຊາການທະຫານ ແຂວງ
ຈໍາປາສັກ ມີຄວາມເບີກບານ ມ່ວນຊື່ນ ແລະ ມີຜົນສໍາເລັດ ເປັນກ້າວໆ.
ໂດຍ: ວິໄລພອນ ວົງວິສອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ