ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສຳເລັດການອົບຮົມ-ຫັດແອບ ໃຫ້ກອງຫຼອນບ້ານນາແກ່ນຄຳ ແລະ ບ້ານແທ່ນຄຳ
ເວລາອອກຂ່າວ: 2022-05-19 09:30:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 377 | ຄວາມນິຍົມ:



ໃນຕອນເຊົ້າຂອງວັນທີ 10 ພຶດສະພາ 2022 ນີ້, ຢູ່ທີ່ຫ້ອງປະ ຊຸມ ບ້ານນາແກ່ນຄໍາ ເມືອງຫົງ ສາ ແຂວງໄຊຍະບູລີ ໄດ້ຈັດພິທີ ປິດຊຸດອົບຮົມ-ຫັດແອບການ ເມືອງ, ການທະຫານໃຫ້ກຳລັງ ກອງຫຼອນ ບ້ານນາແກ່ນຄຳ ແລະ ບ້ານແທ່ນຄຳ ປະຈຳປີ 2022, ໂດຍການເຂົ້າຮ່ວມຂອງ ສະຫາຍ ຄໍາຫຼ້າ ຜີວວັນນາ ເຈົ້າເມືອງໆ ຫົງສາ, ມີ ສະຫາຍ ພັນໂທ ສີວັນ ທະນຸງສິງ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງ, ມີຄະນະພັກ-ຄະນະບັນຊາ, ອຳ ນາດການປົກຄອງບ້ານ, ມີ ແຂກຖືກເຊີນ, ຄູເຝິກ ແລະ ນັກສໍາມະນາກອນ ເຂົ້າຮ່ວມ. ຊຸດອົບຮົມ-ຫັດແອບການ ເມືອງ-ການທະຫານ ປະຈໍາປີ 2022 ໃນຄັ້ງນີ້, ມີນັກສໍາມະ ນາກອນ ເຂົ້າຮ່ວມທັງໝົດ 99 ສະຫາຍ, ກອງບັນຊາການທະ ຫານເມືອງໄດ້ແຕ່ງຕັ້ງຄະນະ ຮັບຜິດຊອບຊີ້ນໍາ, ຄູ-ອາຈານ ເອົາໃຈໃສ່ຈັດຕັ້ງປະຕິບັດ ແລະ ໄດ້ ນໍາເອົາເອກະສານ, ບົດສອນ ມາຄົ້ນຄວ້າຮໍ່າຮຽນຕາມຫຼັກ ສູດ, ເຊັ່ນ: ພາກການເມືອງ, ພາກ ການທະຫານ, ພາກສິລະປະຍຸດ-ຍຸດທະວີ ແລະ ພາກລະບຽບການ, ຜ່ານການອົບຮົມ-ຫັດແອບ ໃຊ້ ເວລາ 5 ວັນ. ສາມາດຕີລາຄາ ຄວາມຮັບຮູ້ທາງດ້ານການ ເມືອງ-ແນວຄິດ ໄດ້ 97%, ດ້ານ ການທະຫານ ໄດ້ 90% ແລະ ພາກລະບຽບ 91%. ທັງນີ້, ເພື່ອເປັນການຍົກສູງ ເຮັດໃຫ້ກໍາລັງກອງຫຼອນ ທັງ ສອງບ້ານ ມີຄວາມສາມາດກໍາ ໄດ້ທັງພາກທິດສະດີ ແລະ ພາກ ປະຕິບັດຕົວຈິງ ໃນການປັບປຸງກໍາ ລັງທ້ອງຖິ່ນ-ກອງປ້ອງກັນຕົວ, ກໍາໄດ້ກົນອຸບາຍດ້ານຕ່າງໆ ການ ຫັນປ່ຽນໂດຍສັນຕິຂອງສັດຕູ, ເຮັດໃຫ້ອົງການປົກຄອງບ້ານ ມີ ຄວາມໜັກແໜ້ນທາງດ້ານການ ເມືອງ, ເຂັ້ມແຂງທາງດ້ານການ ຈັດຕັ້ງ, ເພີ່ມທະວີຄວາມຮັບຜິດ ຊອບວຽກງານ ປກຊ-ປກສ ໃຫ້ມີຄວາມເຂັ້ມແຂງ, ເປັນເຈົ້າ ການໃນການຈັດຕັ້ງປະຕິບັດໜ້າ ທີ່ວຽກງານວິຊາສະເພາະໃຫ້ຖືກ ຕ້ອງ, ມີຄວາມຊໍານິຊໍານານ, ພ້ອມກັນ ປົກປັກຮັກສາພາຫະ ນະອາວຸດ, ປະຕິບັດກົດລະບຽບ 7 ລະບອບ 18 ວຽກຂອງກອງ ທັບໃຫ້ເຂັ້ມແຂງເພື່ອຕອບສະ ໜອງກັບຄວາມຮຽກຮ້ອງການ ຂອງວຽກງານໃນໄລຍະໃໝ່. ໂອກາດດັ່ງກ່າວ, ສະຫາຍ ຄໍາຫຼ້າ ຜີວວັນນາ ປະທານປ້ອງ ກັນຊາດ-ປ້ອງກັນກັນຄວາມ ສະຫງົບເມືອງໄດ້ສະແດງຄວາມ ຊົມເຊີຍ ຕໍ່ການອົບຮົມ-ຫັດແອບ ໃນຄັ້ງນີ້: ພ້ອມ ນັ້ນຍັງໄດ້ເນັ້ນໜັກ ແລະ ຊີ້ນໍາຫຼາຍດ້ານ ເປັນຕົ້ນແມ່ນ ການປ້ອງກັນເວນຍາມວຽກງານ ປກຊ-ປກສ ຢູ່ພາຍໃນບ້ານໃຫ້ມີຄວາມສະຫງົບປອດໄພ, ຖ້າ ພົບບັນຫາຫຍຸ້ງຍາກໃຫ້ມີການລາຍງານສາຍຕັ້ງ ສາຍຂວາງ ພ້ອມແກ້ໄຂໃຫທັນກັບເວລາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ