ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ເຄື່ອນໄຫວເຮັດວຽກຢູ່ ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ
ເວລາອອກຂ່າວ: 2022-05-19 09:18:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 275 | ຄວາມນິຍົມ:



ວັນທີ 16 ພຶດສະພາ 2022, ສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ ເສນາທິການກອງທັບ, ໄດ້ເຄື່ອນ ໄຫວເຮັດວຽກຢູ່ ໂຮງຮຽນກໍ່ສ້າງ ນາຍສິບເລກ 2 ວຽງໄຊ, ໂດຍ ການຕ້ອນຮັບຂອງ ສະຫາຍ ພັນ ເອກ ພູເວີນ ວົງຄຳຊາວ ຫົວໜ້າ ການເມືອງໂຮງຮຽນພ້ອມຄະນະ, ມີ ຄະນະພັກ-ຄະນະບັນຊາ, ພະ ນັກງານຫຼັກແຫຼ່ງ ແລະ ນັກຮຽນ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ວັນ ທອງ ບຸດຕະວົງ ໄດ້ຍົກໃຫ້ເຫັນ ສະ ພາບ ການ ຂອງໂລກ ແລະ ພາກ ພື້ນທີ່ຜັນແປໄປຢ່າງສະຫຼັບສັບ ຊ້ອນ, ທີ່ມີທັງສິ່ງທີ່ເອື້ອອຳນວຍ, ທ້າທາຍ ແລະ ທົດສອບຫຼາຍປະ ການທີ່ສົ່ງຜົນກະທົບຕໍ່ ສປປ ລາວ. ພ້ອມທັງ, ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະອໍານວຍການ, ຄະນະບັນຊາ, ພະນັກງານຫຼັກ ແຫຼ່ງຕ້ອງເພີ່ມທະວີບົດບາດການ ນໍາພາ-ຊີ້ນໍາສຶກສາອົບຮົມການ ເມືອງ-ນໍາພາແນວຄິດ ໃຫ້ນາຍ ແລະ ພົນທະຫານ ໃນທົ່ວໂຮງຮຽນ ໃຫ້ມີຄຸນທາດການເມືອງໜັກ ແໜ້ນ, ເຊື່ອໝັ້ນຕໍ່ການນຳພາ ຂອງພັກ, ມີຄວາມຕັ້ງຕໍ່ບໍລິສຸດ, ມີຄວາມຈົ່ງຮັກພັກດີ ຕໍ່ພັກ-ລັດ, ຕ້ານແນວຄິດຄອນແຄນ ຂີ້ຄ້ານ ມັກງ່າຍ ແນວຄິດອາດຍາສິດ, ເພື່ອໃຫ້ມີຄວາມກະຕືລືລົ້ນໃນ ການປະຕິບັດໜ້າທີ່ການເມືອງ, ຍອມເສຍສະຫຼະເພື່ອຜົນປະ ໂຫຍດສ່ວນລວມ, ເພື່ອປະເທດ ຊາດ, ປັບປຸງແບບແຜນວິທີເຮັດ ວຽກໃຫ້ມີວິທະຍາສາດເຄົາລົບ ແລະ ປະຕິບັດຫຼັກການ ນຳພາ ຂອງພັກ ເຮັດວຽກແບບລວມ ສູນປະຊາທິປະໄຕ ນຳພາເປັນ ໝູ່ຄະນະແບ່ງວຽກບຸກຄົນຮັບ ຜິດຊອບ, ກ້າຄິດ, ກ້າເຮັດ, ກ້າ ຮັບຜິດຊອບ, ເອົາໃຈໃສ່ຍົກລະດັບ ປັບປຸງການຮຽນ-ການສອນ ໃຫ້ ມີຄຸນນະພາບດີຂຶ້ນ, ປັບປຸງຄ້າຍ ຄູ, ແກ້ໄຂຊີວິດການເປັນຢູ່ຂອງ ກົມກອງຂອງໂຮງຮຽນ, ປະຕິ ບັດຕາມທິດກຸ້ມຕົນເອງ, ເພິ່ງຕົນ ເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍເອງ ຕາມເງື່ອນໄຂຄວາມ ອາດສາມາດ. ສະເພາະ ນັກຮຽນ ຕ້ອງອອກແຮງແຂ່ງຂັນກັນດຸ ໝັ່ນຄົ້ນຄ້ວາຮໍ່າຮຽນ ເຝິກຝົນ ຫຼໍ່ຫຼອມຕົນເອງໃນທຸກດ້ານ, ປະ ຕິບັດບັນດາຂໍ້ກໍານົດກົດລະບຽບ ຂອງກອງທັບ ກໍຄື ຂອງໂຮງຮຽນ ໃຫ້ເຂັ້ມງວດ ເພື່ອສ້າງຕົນເອງໃຫ້ ກາຍເປັນຜູ້ສືບທອດປ່ຽນແທນ ທີ່ດີມີຄຸນນະພາບ ໃຫ້ກອງທັບປະ ຊາຊົນລາວ. ໂດຍ: ຄຳແປງ ຟອງສາຍໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ