ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າກົມກໍ່ສ້າງ-ຄຸ້ມຄອງຊັບສິນ ລົງກວດກາ ການກໍ່ສ້າງພື້ນຖານໂຄງລ່າງ ຢູ່ກອງພັນໃຫຍ່ 661
ເວລາອອກຂ່າວ: 2022-05-19 09:16:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 407 | ຄວາມນິຍົມ:



ວັນທີ 18 ພຶດສະພາ 2022, ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ຫົວໜ້າກົມກໍ່ສ້າງ-ຄຸ້ມຄອງຊັບສິນ ກົມໃຫຍ່ພະລາ ທິການກອງທັບ ພ້ອມດ້ວຍຄະ ນະ, ໄດ້ລົງກວດກາ, ຊຸກຍູ້ການ ກໍ່ສ້າງພື້ນຖານໂຄງລ່າງ ແລະ ການຄຸ້ມຄອງວັດຖຸອຸປະກອນ ທີ່ຂັ້ນເທິງປະກອບໃຫ້ຢູ່ກອງ ພັນໃຫຍ່ 661 ແລະ ບັນດາກົມ ກອງທີ່ຂຶ້ນກັບ, ໂດຍມີ ສະຫາຍ ພັນເອກ ບຸນປອນ ລົມພະຈັນ ຫົວ ໜ້າການທະຫານ ແລະ ສະຫາຍ ພັນເອກ ຄໍາປານ ແພງພັນ ຫົວ ໜ້າການເມືອງກອງພັນໃຫຍ່ 661 ຕະຫຼອດຮອດພະນັກງານຫຼັກ ແຫຼ່ງ ແລະ ຂະແໜງການທີ່ກ່ຽວຂ້ອງໃຫ້ການຕ້ອນຮັບ. ສະຫາຍ ພັນໂທ ວຽງແກ້ວ ວົງວຽງຄໍາ ຫົວໜ້າພະແນກພະ ລາທິການ ກອງໃຫຍ່ 661 ໄດ້ ລາຍງານສະພາບການຈັດຕັ້ງປະ ຕິບັດວຽກງານການກໍ່ສ້າງພື້ນ ຖານໂຄງລ່າງ ແລະ ຄຸ້ມຄອງຊັບ ສິນ ໃນໄລຍະຜ່ານມາ, ກົມໃຫຍ່ ພະລາທິການກອງທັບໂດຍສະ ເພາະຄະນະກົມກໍ່ສ້າງ-ຄຸ້ມຄອງ ຊັບສິນ ໄດ້ລົງໃກ້ຊິດຕິດແທດ, ຊີ້ ນໍາຂະແໜງວິຊາສະເພາະກໍ່ສ້າງ ຂອງກົມກອງຕະຫຼອດມາ, ຄະ ນະພັກ-ຄະນະບັນຊາກອງພັນ ໃຫຍ່ໄດ້ອໍານວຍຄວາມສະດວກ ໃຫ້ພະແນກພະລາທິການ ກໍຄື ຂະແໜງກໍ່ສ້າງເຄື່ອນໄຫວຕາມ ພາລະບົດບາດຂອງຕົນໃນການ ຕິດຕາມກວດກາບັນດາ ໂຄງການ ກໍ່ສ້າງທີ່ຂັ້ນເທິງຕອບສະໜອງ ໃຫ້ແຕ່ລະໄລຍະເຫັນວ່າໄດ້ຮັບ ໝາກຜົນສູງພໍສົມຄວນ, ໄປພ້ອມ ກັນນັ້ນ, ຍັງໄດ້ຕິດຕາມກວດກາ ການນໍາໃຊ້ໄຟຟ້າ-ນໍ້າປະປາ ແລະ ການນໍາໃຊ້ວັດຖຸອຸປະກອນ ທີ່ຂັ້ນເທິງປະກອບໃຫ້ເປັນປົກ ກະຕິ, ມາຮອດປັດຈຸບັນ, ບັນດາ ພື້ນຖານໂຄງລ່າງກອງພັນໃຫຍ່ 661 ເປັນຕົ້ນ ແມ່ນເຮືອນນອນ ໂສດ, ເຮືອນຄົວ, ເຮືອນກິນເຂົ້າ ບັນດາກອງພັນນ້ອຍ, ສະໂມ ສອນ, ຫ້ອງການ, ກະລາລົດ ສູ້ ຮົບ, ລົດຂົນສົ່ງ ສ່ວນຫຼາຍແມ່ນ ຢູ່ໃນລະດັບຖາວອນ, ໄຟຟ້າ-ນໍ້າ ປະປາ ສາມາດຮັບປະກັນນໍາໃຊ້ ໄດ້ເປັນປົກກະຕິ, ສໍາລັບໂຄງການ ຂອງຂັ້ນເທິງຕອບສະໜອງໃຫ້ ນັບແຕ່ປີ 2014-2019 ທີ່ກໍ່ສ້າງ ສໍາເລັດແລ້ວມີສະໂມສອນ 1 ຫຼັງ, ເຮືອນຄົວກອງພັນ 162 ຈໍານວນ 1 ຫຼັງ, ໄຟຟ້າ-ນໍ້າປະ ປາຢູ່ກອງພັນໃຫຍ່, ກອງພັນ 162 ແລະ ກອງພັນ161, ເຮືອນນອນ 4 ຫຼັງ, ສາງອຸປະໂພກກອງພັນ 161, ສາງອາວຸດກອງພັນ 161 ແລະ ໂຄງການໄຟຟ້າ-ນໍ້າປະປາ ຢູ່ກອງພັນ 174 (ແຂວງຊຽງ ຂວາງ). ສ່ວນໂຄງການທີ່ກຳລັງ ດໍາເນີນການກໍ່ສ້າງປະກອບມີ: ປະຕູໂຂງກອງພັນໃຫຍ່ສໍາເລັດ ແລ້ວປະມານ 20%, ໂຄງການກໍ່ ສ້າງສາງອາວຸດກອງພັນໃຫຍ່ ສໍາເລັດແລ້ວ 8% ແລະ ໂຄງ ການກໍ່ສ້າງເຮືອນຄົວກອງພັນ 161 ສໍາເລັດແລ້ວ 30%, ແຕ່ລະ ໂຄງການຄາດວ່າຈະສໍາເລັດ ຕາມ ຄາດໝາຍທີ່ວາງໄວ້. ຈາກນັ້ນ, ຍັງໄດ້ສະເໜີຂໍງົບປະມານເຂົ້າ ໃນການກໍ່ສ້າງຫ້ອງການ ແລະ ສາງອຸປະໂພກ-ບໍລິໂພກກອງພັນ ໃຫຍ່, ກໍ່ສ້າງຫ້ອງການ, ສະໂມ ສອນ, ເຮືອນຄົວ ແລະ ເຮືອນ ນອນ ໃຫ້ກອງພັນທີ່ຂຶ້ນກັບອີກຈໍາ ນວນໜຶ່ງ. ໂອກາດນີ້, ສະຫາຍຫົວໜ້າກົມ ກໍ່ສ້າງ-ຄຸ້ມຄອງຊັບສິນ ໄດ້ຍົກ ໃຫ້ເຫັນສະພາບການຂອງໂລກ ແລະ ສະພາບເສດຖະກິດຢູ່ປະ ເທດເຮົາໃນປັດຈຸບັນ, ພ້ອມທັງ ໄດ້ມີຄໍາເຫັນຊີ້ນໍາໃຫ້ຄະນະພັກ-ຄະນະບັນຊາກອງພັນໃຫຍ່ຕະ ຫຼອດຮອດພະແນກ, ຂະແໜງ ການທີ່ກ່ຽວຂ້ອງເອົາໃຈໃສ່ຕໍ່ ວຽກງານຄຸ້ມຄອງການນໍາໃຊ້ ໄຟຟ້າ-ນໍ້າປະປາຢ່າງເປັນລະບົບ ຮັດກຸມກວ່າເກົ່າ ເນື່ອງຈາກ ວ່າຄ່າໄຟຟ້າມີທ່າອ່ຽງເພີ່ມຂຶ້ນ, ສືບຕໍ່ປົກປັກຮັກສາວັດຖຸອຸປະກອນທີ່ຂັ້ນເທິງປະກອບໃຫ້ສາ ມາດນໍາໃຊ້ໄດ້ຍາວນານ, ເອົາ ໃຈໃສ່ຕິດຕາມກວດກາບັນດາ ໂຄງ ການທີ່ພວມດໍາເນີນການກໍ່ສ້າງໃຫ້ສໍາເລັດຕາມແຜນການ ແລະ ຮັບປະກັນຄຸນນະພາບສູງ, ພ້ອມກັນນັ້ນ, ກໍຕ້ອງໝູນໃຊ້ທ່າແຮງບົ່ມຊ້ອນພາຍໃນກົມກອງ ເຂົ້າໃນການກໍ່ສ້າງຂະໜາດນ້ອຍ ເພື່ອປັບປຸງພັດທະນາກົມກອງ ໃຫ້ນັບມື້ມີໂສມໜ້າອັນໃໝ່. ໂດຍ: ນາງ ຍ້ອມເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ