ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວປກ ຈັດຕັ້ງປ້ອງກັນບົດວິທະຍານິພົນ ປະລິນຍາໂທ ການທະຫານ-ການເມືອງ ຊຸດທີ 13
ເວລາອອກຂ່າວ: 2022-05-19 09:11:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 121 | ຄວາມນິຍົມ:



ວັນທີ 17 ພຶດສະພາ 2022, ວິທະຍາຄານປ້ອງກັນຊາດ ໄກ ສອນ ພົມວິຫານ (ວປກ), ໄດ້ ຈັດຕັ້ງປ້ອງກັນບົດວິທະຍານິພົນ ປະລິນຍາໂທ ການທະຫານ-ການ ເມືອງ ຊຸດທີ 13 ສົກຮຽນ 2021- 2022 ສາຂາວິຊາຍຸດທະສາດ, ຍຸດທະບັ້ນຮົບ, ບັນຊາ-ເສນາ, ປັດຊະຍາມາກ-ເລນິນ, ເສດຖະສາດ ແລະ ສາຂາກໍ່ສ້າງພັກ. ໂດຍ ການເປັນປະທານຂອງ ສະຫາຍ ພົນຈັດຕາວາ ສົມພອນ ສີສຸວັນນະ ຮອງຫົວໜ້າການເມືອງ ວປກ, ມີ ອະນຸກຳມະການ, ຄະນະຮັບຜິດ ຊອບພ້ອມດ້ວຍນັກສຶກສາເຂົ້າ ຮ່ວມ. ນັກສຶກສາແຕ່ລະສະຫາຍ ໄດ້ຜັດປ່ຽນກັນສະເໜີບົດປ້ອງ ກັນວິທະຍານິພົນຂອງຕົນ ປະ ກອບມີທັງໝົດ 21 ຫົວບົດໃນນີ້, ປະລີນຍາໂທການທະຫານ ມີ 10 ຫົວບົດ ຄື: ວິທີການສູ້ຮົບປ້ອງກັນ ຍຸດທະສາດສະໜາມຮົບພາກໃຕ້, ຕ້ານ-ແກ້ໄຂຜົນກະທົບຂອງຍຸດທະສາດຫັນປ່ຽນໂດຍສັນຕິຂອງ ອິດທິກຳລັງປໍລະປັກຕໍ່ກຳລັງ ຫຼວງ, ສົມທົບລະຫວ່າງກຳລັງ ຫຼວງກັບກຳລັງປະກອບອາວຸດ ທ້ອງຖິ່ນຕີສັດຕູຮັກສາແໜ້ນ ຂອບເຂດສະໜາມຈຸດໜັກໃນຍຸດ ທະບັ້ນຮົບຈັ້ງທ່າ, ຄົ້ນຄວ້າການ ຂະຫຍາຍຕົວທິດສະດີຍຸດທະບັ້ນຮົມຈັ້ງທ່າໃນສົງຄາມປົກ ປັກຮັກສາປະເທດຊາດ, ຈັດຕັ້ງ-ນຳໃຊ້ກຳລັງຍຸດທະບັ້ນຮົບ ສົມ ທົບກຳລັງປະກອບອາວຸດທ້ອງ ຖິ່ນສູ້ຮົບ ຮັກສາເຂດປ້ອງກັນ ຈັ້ງທ່າຈຸດໜັກຂອງແຂວງ, ນຳ ໃຊ້ກຳລັງລົດຕັງ-ຍານເກາະຕີ ບັ້ນຮົບ ເປີດສາກໃນຍຸດທະບັ້ນ ຮົບບຸກຕີຢູ່ພາກກາງ, ການເຄືອນ ໄຫວຂອງກຳລັງປະກອບອາວຸດທ້ອງຖິ່ນສູ້ຮົບສົມທົບໃນທິດສຳ ຄັນຂອງຍຸດທະບັ້ນຮົບຈັ້ງທ່າ, ວຽກງານເສນາໃນໄລຍະຈັດຕັ້ງສູ້ຮົບຍຸດທະບັ້ນຮົບບຸກຕີຢູ່ພູມີປະເທດພາກກາງ, ຄົ້ນຄວ້າຈັດຕັ້ງ-ເຄື່ອນໄຫວຂອງຄະນະຊີ້ນຳຊ້ອມຮົບບັນຊາ-ອົງການຍຸດທະບັ້ນຮົບບຸດຕີຢູ່ພູມີປະເທດພາກກາງ ແລະ ຈັດຕັ້ງຊີ້ນຳຊ້ອມຮົບປ້ອງກັນ ຈັ້ງທ່າຂອງແຂວງ. ປະລິນຍາໂທ ການເມືອງ ມີ 11 ຫົວບົດຄື: ໝູນ ໃຊ້ວິທີສັດຈະວິພາກວັດຖຸນິຍົມ ເຂົ້າໃນການຍົກສູງຄຸນນະພາບ ການຄຸ້ມຄອງພະນັກງານຢູ່ກອງ ພົນທີ 2, ເສີມຂະຫຍາຍຄວາມສາ ມາດ ໃນການຈັດຕັ້ງປະຕິບັດ ວຽກງານຕົວຈິງຂອງພະນັກ ງານການເມືອງຢູ່ທະຫານແຂວງ ຫຼວງນ້ຳທາ, ຍົກສູງລະດັບຈິນ ຕະນາການທິດສະດີໃຫ້ຖັນແຖວ ຄູ-ອາຈານເຂົ້າ ໃນການສຶກສາ ອົບຮົມ ຢູວິທະຍາຄານເຕັກນິກ ກອງທັບ, ເສີມຂະຫຍາຍປັດໄຈ ອັດຕະວິໄສຂອງຄູ-ອາຈານເຂົ້າ ໃນການປັບປຸງການຮຽນ-ການ ສອນຢູ່ໂຮງ ຮຽນປ້ອງກັນຄວາມ ສະຫງົບເລກ 4 ຈຳປາສັກ, ໝູນ ໃຊ້ສາຍພົວພັນລະຫວ່າງທິດ ສະດີກັບພຶດຕິກຳເຂົ້າໃນການກໍ່ ສ້າງຮາກຖານການເມືອງຕາມ ທິດສາມສ້າງຢູ່ກອງບັນຊາການ ທະຫານນະຄອນຫຼວງວຽງ ຈັນ, ເສີມຂະຫຍາຍປັດໄຈຄົນ ໃນການຍົກສູງກຳລັງແຮງສູ້ຮົບ ຂອງກອງພັນໃຫຍ່ 102 ກອງ ພົນທີ 1, ບົດບາດຂອງບັນດາວິທະຍາຄານກອງທັບໃນການພັດ ທະນາຊັບພະຍາກອນມະນຸດໃຫ້ ແກ່ການຫັນເປັນອຸດສະຫະກຳ ແລະ ທັນສະໄໜຢູ່ປະເທດເຮົາໃນ ປັດຈຸບັນ, ຍົກສູງຄຸນນະພາບຄຸ້ມ ຄອງສະມາຊິກພັກຂອງບັນດາ ການຈັດຕັ້ງຮາກຖານພັກ ຢູ່ອົງ ຄະນະພັກກອງພົນທີ 5 ໃນປັດ ຈຸບັນ, ຍົກສູງຄຸນທາດການເມືອງ ຂອງຖັນແຖວພະນັກງານນຳພາ-ບັນຊາຢູ່ກອງບັນຊາການທະ ຫານນະຄອນຫຼວງວຽງຈັນໃນ ປັດຈຸບັນ, ຍົກສູງຄຸນນະພາບວຽກ ງານແນວຄິດໃນໜ້າທີ່ອົບຮົມສູ້ ຮົບຢູ່ກອງພົນທີ 1 ໃນປັດຈຸບັນ ແລະ ຍົກສູງຄຸນນະພາບວຽກ ງານກວດກາຂອງຄະນະພັກຮາກ ຖານຢູ່ອົງຄະນະພັກ ກອງພັນ ໃຫຍ່ 279 ໃນປັດຈຸບັນ. ທັງນີ້, ເພື່ອເປັນການຕີລາຄາ ຄືນຄວາມຮູ້ຄວາມສາມາດ ແລະ ການເຂົ້າໃຈຕໍ່ບັນດາເນື້ອໃນພື້ນ ຖານ, ເຫັນໄດ້ຄວາມໝາຍ, ຄວາມ ສຳຄັນ ແລະ ຄວາມຮັບຮູ້ຕໍ່ລັດທິ ສັງຄົມນິຍົມວິທະຍາສາດ, ກຳ ແໜ້ນ ແລະ ມີຄວາມຮັບຮູ້ຢ່າງ ເປັນລະບົບກ່ຽວກັບວຽກງານຍຸດ ທະບັ້ນຮົບ-ຍຸດທະສາດ, ວຽກ ງານພັກ-ວຽກງານການເມືອງ ຫຼັກມູນທິດສະດີທີ່ມີລັກສະນະຫຼັກ ການຂອງການເຄື່ອນໄຫວວຽກ ງານພັກ-ວຽກງານການເມືອງຢູ່ ໃນກອງທັບ, ທັງເຫັນໄດ້ບັນຫາ ສໍາຄັນ. ພ້ອມທັງ, ເປັນການປັບປຸງ ວິທະຍານິພົນທີ່ນໍາມາປ້ອງກັນ ໃນຄັ້ງນີ້, ໃຫ້ມີເນື້ອໃນຮັດກຸມ, ແທດເໝາະກັບສະພາບການຕົວ ຈິງໃນ ໄລຍະໃໝ່ໃຫ້ ໄດ້ຮັບຜົນດີ. ໂດຍ: ດາວວີນ ໂສພາພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ