ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮອງຫົວໜ້າກົມໂຄສະນາອົບຮົມ ເຄື່ອນໄຫວກວດກາ ຂະບວນການສ້າງນັກຮົບ ແລະ ກອງວັດທະນະທຳ
ເວລາອອກຂ່າວ: 2022-05-18 09:20:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 177 | ຄວາມນິຍົມ:



ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ຮອງຫົວໜ້າກົມ ໂຄສະນາອົບຮົມກົມໃຫຍ່ການ ເມືອງກອງທັບ ພ້ອມຄະນະໄດ້ ເຄື່ອນໄຫວກວດກາການສ້າງ ນັກຮົບ ແລະ ກອງວັດທະນະທໍາຢູ່ ກອງພັນ 605 ກອງພັນໃຫຍ່ 644 ໃນວັນ ທີ 9 ພຶດສະພາ 2022 ນີ້, ມີຄະນະພັກ-ຄະນະບັນ ຊາ ກອງພັນໃຫຍ່, ພະແນກການ ທີ່ກ່ຽວຂ້ອງ, ຄະນະກອງພັນ ແລະ ພະນັກງານ-ນັກຮົບໃຫ້ການ ຕ້ອນຮັບ. ສະຫາຍ ພັນຕີ ວຽງສະຫວັນ ສຸວັນນະສານ ຮອງຫົວໜ້າການ ເມືອງ ກອງພັນ 605 ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດຂະບວນການ ສ້າງນັກຮົບ ແລະ ກອງວັດທະນະ ທຳ ຕາມຂໍ້ກຳນົດຂອງກະຊວງ ປ້ອງກັນປະເທດ ກໍຄືກົມໃຫຍ່ ການເມືອງກອງທັບວາງອອກ ນັ້ນ, ຄະນະພັກ-ຄະນະບັນຊາ ຍາມໃດກໍຖືເອົາວຽກງານດັ່ງ ກ່າວ ເປັນໃຈກາງສືກສາອົບຮົມ ການເມືອງ-ນໍາພາແນວຄິດໃຫ້ ພະນັກງານ-ນັກຮົບມີຄວາມສະ ດຸ້ງໄວຕາມເນື້ອໃນ 5 ມາດຖານ ດັ່ງນີ້ : ມີນໍ້າໃຈຮັກຊາດ, ຮັກລະ ບອບໃໝ່, ຮັກບ້ານເກີດເມືືອງ ນອນ, ມີນໍ້າໃຈບໍລິສຸດຕໍ່ພັກ-ລັດ, ຕໍ່ປະຊາຊົນ ແລະ ເຊື່ອໝັ້ນຕໍ່ ການນຳພາຂອງພັກ ຍາມໃດກໍ ມີນໍ້າໃຈອົດທົນຜ່ານຜ່າຄວາມ ຫຍຸ້ງຍາກ ຕີລາຄາໄດ້ 91%; ມີຄວາມຮັບຜິດຊອບສູງຕໍ່ໜ້າ ທີ່ການເມືອງທີ່ໄດ້ຮັບການມອບ ໝາຍ, ເປັນເຈົ້າການປະຕິບັດ ບັນດາກົດໝາຍຂອງລັດ ແລະ ບັນດາຂໍ້ກຳນົດ, ກົດລະບຽບ ຂອງກອງທັບຢ່າງເຂັ້ມງວດ ຕີລາຄາໄດ້ 91,3% ; ດຸໝັ່ນໃນ ການຄົ້ນຄວ້າຮໍ່າຮຽນທາງດ້ານ ທິດສະດີການເມືອງ, ການທະ ຫານ ແລະ ເຕັກນິກວິທະຍາສາດ ອື່ນໆທີ່ມີຜົນປະໂຫຍດໃຫ້ແກ່ ສ່ວນລວມ ແລະ ຕົນເອງຕີລາ ຄາ ໄດ້ 90,1%; ມີນໍ້າໃຈເອື້ອ ເຝື້ອເພື່ອແຜ່, ມີຄວາມສາມັກ ຄີພາຍໃນ-ພາຍນອກດີ ຕີລາຄາ ໄດ້ 90,8% ; ມີແບບແຜນດໍາລົງ ຊີວິດທີ່ປອດໃສ, ກະທັດຮັດລຽບ ງ່າຍເປັນເຈົ້າການຕີຖອຍບັນ ດາປະກົດການຫຍໍ້ທໍ້ໃນສັງຄົມ ແລະ ປະຕິບັດໄດ້ 6 ບໍ່ ຕີລາຄາໄດ້ 90,1 % , ປະຕິບັດໄດ້ກົມກອງ 3 ງາມ ( ຄ້າຍຄູງາມ , ນັກຮົບງາມ ແລະ ການພົວພັນງາມ) ທັງນີ້, ກໍເພື່ອແນໃສ່ການສ້າງນັກຮົບ ແລະ ກອງວັດທະນະທໍາຕາມທີ່ ຂັ້ນເທິງກໍານົດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ