ຄວາມຮູ້ສຶກຂອງຊັ້ນຄົນຕ່າງໆຕໍ່ກອງທັບປະຊາຊົນລາວ
ເວລາອອກຂ່າວ: 2019-01-30 08:55:47 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 239838842 | ຄວາມນິຍົມ:
ພັນເອກ ທອງພັນ ແກ້ວມະນີຈັນ ຮອງເລຂາ
ຄະນະພັກ ຫົວໜ້າການເມືອງໂຮງຮຽນກໍ່ສ້າງ ນາຍສິບເລກ 2 ວຽງໄຊ ໄດ້ສະແດງຄວາມຮູ້ສຶກຂອງ
ຕົນຕໍ່ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ
70 ປີວ່າ:ກອງທັບປະຊາຊົນລາວນັບແຕ່ມື້ສ້າງ ຕັ້ງຂຶ້ນມາໄດ້ເປັນກໍາລັງຫຼັກແຫຼ່ງແກ່ນສານໃນ
ຂະບວນການປະຕິວັດຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າເພື່ອຕ້ານກັບພວກລ່າເມືອງຂຶ້ນ ແບບເກົ່າ ແລະ ແບບໃໝ່ ແລະ ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງຕົນໄວ້ ຢ່າງໝັ້ນຄົງ.
ນັບແຕ່ປະເທດຊາດກ້າວເຂົ້າສູ່ ລະບອບໃໝ່ກອງທັບເຮົາກໍເປັນກໍາລັງຫຼັກແຫຼ່ງໃນການຮັກສາ ເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດຊາດ ເຊິ່ງເປັນໜ້າ
ທີ່ອັນໜັກໜ່ວງ ແລະ ມີກຽດສະ ຫ່ງາທີ່ພັກ-ລັດ ແລະ ປະຊາຊົນ ລາວບັນດາເຜົ່າມອບໝາຍໃຫ້, ເວລາໃດກອງທັບກໍຖືສໍາຄັນ ແລະ ຕັ້ງໜ້າປະຕິບັດພາລະບົດຂອງ ຕົນສໍາເລັດຜົນເປັນກ້າວໆມາສາ ມາດສ້າງໄດ້ບັນດາຜົນງານອັນ
ໃຫຍ່ຫຼວງ ພ້ອມກັບປະຊາຊົນ ລາວບັນດາເຜົ່າປັກປັກຮັກສາ ໝາກຜົນຂອງການປະຕິວັດໄວ້ ຢ່າງໝັ້ນຄົງ, ປະກອບສ່ວນສ້າງ ສາພັດທະນາປະເທດຊາດ ເຮັດ
ໃຫ້ເສດຖະກິດ ແລະ ຊີວິດການ ເປັນຢູ່ຂອງພະນັກງານ-ນັກຮົບ ແລະ ປະຊາຊົນບັນດາເຜົ່າດີຂຶ້ນ, ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ , ໃນປັດຈຸບັນກອງ ທັບເຮົາໄດ້ເຕີບໃຫຍ່ເຂັ້ມແຂງ ທາງດ້ານປະລິມານ ແລະ ຄຸນະ ພາບກໍາລັງກ້າວຂື້ນເປັນກອງທັບທີ່ມີລະບຽບແບບແຜນ ແລະ ທັນສະໄໝ ສ້າງໄດ້ຄວາມເຊື່ອໝັ້ນໄວ້ເນື້ອເຊື່ອໃຈແກ່ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ.
ພັນເອກ ທອງພັນ ແກ້ວມະນີຈັນ ຍັງຍົກໃຫ້ເຫັນປະຫວັດຄວາມເປັນມາຂອງໂຮງຮຽນກໍ່ສ້າງ ນາຍສິບເລກ 2 ວຽງໄຊວ່າ: ກ່ອນ ໜ້ານີ້ໂຮງຮຽນກໍ່ສ້າງນາຍສິບ
ເລກ 2 ວຽງໄຊໄດ້ຮັບການສ້າງ ຕັ້ງສ້າງຕັ້ງຢູ່ຊວນທັນ ເມືອງ ກຸຍເຮີບ ແຂວງເຫງ້ອານ ສສ
ຫວຽດນາມໃນວັນທີ 22 ມິຖຸນາ
ປີ1962 ໃສ່ຊື່ວ່າໂຮງຮຽນວັດ
ທະນະທໍາຊວນທັນມາຮອດປີ
1976 ໄດ້ຍົກຍ້າຍໂຮງຮຽນມາ ຕັ້ງຢູ່ນາໄກ ເມືອງວຽງໄຊ ແຂວງ
ຫົວພັນ ເຊິ່ງແມ່ນຖານທີ່ໝັ້ນ
ການປະຕິວັດໃສ່ຊື່ວ່າ: ໂຮງຮຽນ
ວັດທະນະທຳກອງທັບວຽງໄຊ
ຄຳວ່າ(ວຽງໄຊ) ແມ່ນຊື່ລັບ ຂອງປະທານໄກສອນ ພົມວິຫານ
ຜູ້ປະກາດສ້າງຕັ້ງ ແລະ ບັນຊາ
ໂດຍກົງກອງທັບລາວອິດສະຫຼະ
ຫຼື ກອງທັບປົດປ່ອຍປະຊາຊົນ
ລາວໃນເມື່ອກ່ອນ ແລະ ປັດຈຸ
ບັນແມ່ນກອງທັບປະຊາຊົນ ລາວທັງແມ່ນວິລະບຸລຸດຂອງ
ຊາດລາວເຮົາ, ມາຮອດທ້າຍ
ປີ 1988 ກະຊວງປ້ອງກັນປະ ເທດ ໄດ້ຍົກຍ້າຍໂຮງຮຽນດັ່ງ
ກ່າວໄປຕັ້ງຢູ່ເມືອງບາຈຽງຈະ
ເລີນສຸກ ແຂວງຈຳປາສັກຈົນ ຮອດປັດຈຸບັນນີ້. ໂຮງຮຽນແຫ່ງ ນີ້ມີໂຄງການຫຼັກສູດສິດສອນຄື:ລະບົບກໍ່ສ້າງຈົບມັດທະຍົມ ຕອນປາຍ , ລະບົບກໍ່ສ້າງນາຍສິບ, ລະບົບບໍາລຸງການທະຫານ6
ເດືອນ, ລະບົບກໍສ້າງເລັ່ງລັດ ການທະຫານ-ການເມືອງຂັ້ນ ໝວດ-ກອງຮ້ອຍ 10 ເດືອນ ແລະ ລະບົບວິທະຍາໄລ ວິທະຍາ
ສາດພື້ນຖານ (ວ.ວ.ພ) ໄດ້ 06
ຊຸດ, ຈາກນັ້ນ, ຊຸດຮຽນດັ່ງກ່າວ ໄດ້ຍົກຍ້າຍໄປຢູ່ໂຮງຮຽນວິທະ
ຍາຄານກົມມະດໍາ. ໂຮງຮຽນ
ກໍ່ສ້າງນາຍສິບເລກ 2 ວຽງໄຊ ໄດ້ສຶກສາອົບຮົມ ແລະ ເຝິກຝົນ ຫຼໍ່ຫຼອມໃຫ້ພະນັກງານ-ນັກຮົບ ຜູ້ສືບທອດໃຫ້ກອງທັບ ໄດ້ຫຼາຍ 10 ພັນກວ່າຄົນແລ້ວ. ສ່ວນວຽກ ງານປັບປຸງຟື້ນຖານໂຄງລ່າງກໍໄດ້ດຳເນີນການສະຖິດຮູບປັ້ນຫຼໍ່ ພ້ອມທັງສ້າງສວນອະນຸສອນສະ ຖານ ປະທານ ໄກສອນ ພົມວິຫານ
ໄວ້ທີ່ໂຮງຮຽນສໍາເລັດນອກນີ້
ບັນດາອາຄານຕ່າງໆ ແລະ ຖະ ໜົນຫົນທາງແມ່ນໄດ້ປັບປຸງດີ ຂຶ້ນ
ເປັນກ້າວໆ. ບັນຫາສໍາຄັນອີກອັນໜຶ່ງໂຮງຮຽນໄດ້ນໍາພາສ້າງ
ຂະບວນການຕ່າງໆເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງທັບປະຊາຊົນລາວ ຄົບຮອບ 70 ປີ ຢ່າງ ເປັນຂະບວນຟົດຟື້ນ ໃນນັ້ນໄດ້ຈັດຕັ້ງອະນາໄມສະຖານທີ່ຄ້າຍຄູໃຫ້ມີຄວາມສະອາດຈົບງາມ ,
ຈັດຕັ້ງຂະບວນແຂ່ງຂັນກີລາ ມວນຊົນ, ຂະບວນການສິລະປະ-ວັນນະຄະດີ ແລະ ເຝິກຊ້ອມສວນ ສະໜາມຢ່າງມີບັນຍາກາດຄຶກ ຄື້ນ ແລະ ເບີກບານມ່ວນຊື່ນ.
ໂດຍ: ພັນຕີ ບຸນທະວີໄຊ ກຸລະວົງ ສາຍໄຈປະຕິວັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ