ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກຸ່ມຊຽງມວກ ນະຄອນ ຫຼວງພະບາງຖືກຮັບຮອງ ເປັນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ
ເວລາອອກຂ່າວ: 2022-05-17 08:36:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 107 | ຄວາມນິຍົມ:



ວັນທີ 11 ພຶດສະພາ 2022 ນີ້, ກອງບັນຊາການທະຫານ ນະ ຄອນຫຼວງພະບາງ ໄດ້ຈັດພິທີປະ ກາດ ແລະ ຮັບຮອງເອົາກຸ່ມຊຽງ ມວກ ເປັນຄອບຄົວ ແລະ ບ້ານ ປ້ອງກັນຊາດເຂັ້ມແຂງ, ຢູ່ທີ່ສະ ໂມສອນຂອງບ້ານຊຽງມວກ, ໂດຍການເຂົ້າຮ່ວມຂອງ ທ່ານ ບຸນລ້ຽງ ແກ້ວມະນີ ຮອງເລຂາ ຄະນະພັກນະຄອນ, ປະທານກວດກາພັກ-ລັດນະຄອນ, ສະມາຊິກ ສະພາປະຊາຊົນແຂວງຫຼວງພະ ບາງ, ມີສະຫາຍ ພັນໂທ ທອງພັນ ພິຜາວົງ ກໍາມະການ ຄະນະພັກ ນະຄອນ, ຫົວໜ້າການເມືອງ ກອງບັນຊາການທະຫານນະ ຄອນຫຼວງພະບາງ, ມີພະແນກ ການ, ຂະແໜງການທີ່ກ່ຽວຂ້ອງ, ອໍານາດການປົກຄອງບັນດາ ບ້ານ, ແຂກຮັບເຊີນ ແລະ ພໍ່ແມ່ປະຊາຊົນພາຍໃນກຸ່ມເຂົ້າຮ່ວມ. ທ່ານ ຫຸມເພັງໄຊ ອະນະຕະ ພອນ ຮອງເລຂາພັກບ້ານ, ຮອງ ນາຍບ້ານ ບ້ານຊຽງມວກ ໄດ້ໃຫ້ ຮູ້ວ່າ: ກຸ່ມຊຽງມວກ ເປັນກຸ່ມບ້ານ ໜຶ່ງ, ເຊິ່ງຢູ່ນອກເຂດເທສະບານ ນະຄອນຫຼວງພະບາງ, ຫ່າງ ອອກຈາກຕົວເມືອງ 8 ກິໂລແມັດ. ໃນນັ້ນ, ປະກອບມີ 9 ບ້ານຄື: ບ້ານຊຽງມວກ, ບ້ານຊາດ, ບ້ານຫ້ວຍທອງ, ບ້ານນາໄຊ, ບ້ານປ່າໜໍ່, ບ້ານຕີນຜາ, ບ້ານ ລອງເລົ່າ I ແລະ ລອງເລົ່າ II, ທິດເໜືອຕິດກັບບ້ານຫຼັກ 10 ກຸ່ມພູໝອກ, ທິດຕາເວັນອອກ ຕິດກັບບ້ານໜອງຄວາຍ ເມືອງ ຊຽງເງິນ, ທິດຕາເວັນຕົກຕິດກັບ ບ້ານນາຊາວ-ນາໂພ ກຸ່ມເມືອງ ຂາຍ ແລະ ທິດໃຕ້ຕິດກັບບ້ານຢ່າງ ກຸ່ມເມືອງຂາຍ 2, ກຸ່ມຊຽງມວກ ເປັນກຸ່ມດັ່ງເດີມທີ່ມີປະຫວັດ ສາດ ທາງດ້ານວັດທະນະທໍາ, ມີ ແຫຼ່ງທ້ອງທ່ຽວທໍາມະຊາດປູລິ ຍະສະຖານ ແລະ ມີຮີດຄອງປະ ເພນີອັນດີງາມມາແຕ່ດັ້ງເດີມ, ມີມູນເຊື້ອຮັກແພງສາມັກຄີ, ຮັກຊາດ ແລະ ບ້ານເກີດເມືອງ ນອນ, ມີຄວາມດຸໝັ່ນຂະຫຍັນພຽນໃນການອອກແຮງງານ, ຜະ ລິດເປັນສິນຄ້າ, ປະຊາຊົນສ່ວນ ໃຫຍ່ຍຶດຖືເອົາອາຊີບຄ້າຂາຍ- ບໍລິການເປັນຫຼັກ, ປູກຝັງ-ລ້ຽງ ສັດ ແລະ ອາຊີບອິດສະຫຼະ, ມີ ລະບົບຂົນສົ່ງທາງບົກສະດວກ ສະບາຍ, ປະຊາຊົນທົ່ວກຸ່ມມີລະ ບົບໄຟຟ້າ ແລະ ນໍ້າປະປາຊົມ ໃຊ້ຢ່າງທົ່ວເຖິງ. ທົ່ວກຸ່ມມີ 900 ຄອບຄົວ. ໃນນີ້, ບ້ານບ້ານລອງ ເລົ່າ I ມີ 83 ຄອບຄົວ, ປະເມີນໄດ້ 64 ຄອບຄົວເທົ່າກັບ 77%, ບ້ານ ລອງເລົ່າ II ມີ 101 ຄອບຄົວ, ປະ ເມີນໄດ້ 85 ຄອບຄົວເທົ່າກັບ 84%, ບ້ານໜອງໂຕກມີ 77 ຄອບຄົວປະເມີນໄດ້ 75 ຄອບ ຄົວເທົ່າກັບ 97%, ບ້ານຕີນຜາມີ 64 ຄອບຄົວປະເມີນໄດ້ 54 ຄອບ ຄົວເທົ່າກັບ 84%, ບ້ານປາໜໍ່ມີ 76 ຄອບຄົວປະເມີນໄດ້ 46 ຄອບຄົວເທົ່າກັບ 60%, ບ້ານ ຫ້ວຍທອງມີ 56 ຄອບຄົວປະ ເມີນໄດ້ 100%, ບ້ານຊຽງມວກມີ 205 ຄອບຄົວປະເມີນໄດ້ 74 ຄອບຄົວ ແລະ ບ້ານນາໄຊມີ 104 ຄອບຄົວປະເມີນໄດ້ 91 ຄອບຄົວເທົ່າກັບ 71% ແລະ ບ້ານຊາດມີ 134 ຄອບຄົວປະ ເມີນໄດ້ 91 ຄອບຄົວເທົ່າກັບ 67%, ໃນພິທີຍັງໄດ້ຜ່ານຂໍ້ຕົກ ລົງຂອງທ່ານເຈົ້າແຂວງ ແຂວງ ຫຼວງພະບາງ ແລະ ຂໍ້ຕົກລົງຂອງ ເຈົ້ານະຄອນຫຼວງພະບາງ ວ່າ ດ້ວຍການຮັບຮອງເອົາກຸ່ມຊຽງ ມວກເປັນຄອບຄົວ ແລະ ບ້ານ ປ້ອງກັນຊາດເຂັ້ມແຂງ, ພ້ອມທັງ ມອບໃບຢັ້ງຢືນໃຫ້ 9 ບ້ານ ແລະ 691 ຄອບຄົວຢ່າງສົມກຽດ. ໂດຍ: ສົມພອນ ສຸວັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ