ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະມາຄົມນັກຂ່າວ ລາວ-ໄທ ເຊັນບົດບັນທຶກຄວາມເຂົ້າໃຈ (ແບບເຊິ່ງໜ້າ) ໃນການຮ່ວມມື.
ເວລາອອກຂ່າວ: 2022-05-16 19:27:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 144 | ຄວາມນິຍົມ:



ສະມາຄົມນັກຂ່າວແຫ່ງສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສຂລ) ແລະ ສະມາຄົມນັກຂ່າວນັກໜັງສືພິມແຫ່ງປະເທດໄທ (ສຂທ) ເພີ່ມການພົວພັນ ແລະ ຮ່ວມມືກັນໃນຫຼາຍດ້ານ ຊຶ່ງຜົນສືບເນື່ອງມາຈາກກອງປະຊຸມທະວິພາຄີ ລະຫວ່າງ 2 ສະ ມາຄົມດັ່ງກ່າວເມື່ອກາງເດືອນພະ ຈິກ 2021 ແລະ ໃນວັນທີ 21.02. 2022 ຜ່ານມາ ແລະຫຼ້າສຸດໃນວັນ ທີ 13.05.2022 ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈຮ່ວມມືແບບເຊິ່ງໜ້າ ຊຶ່ງຝ່າຍລາວນໍາໂດຍທ່ານ ສະຫວັນຄອນ ຣາຊມຸນຕຣີ ປະ ທານ ສຂລ ພ້ອມຄະນະ ແລະ ຝ່າຍໄທນໍາໂດຍທ່ານ ມົງຄົນ ບາງປຣະພາ ນາຍົກ ສຂທ ພ້ອມຄະນະ. ໃນບົດບັນທຶກຄວາມເຂົ້າໃຈ ໄດ້ລະບຸໄວ້ວ່າ: ຜູ້ຕາງໜ້າຂອງທັງສອງສະມາຄົມ ຈະໄດ້ມີການແລກປ່ຽນຮຽນຮູ້ ແລະ ປຶກສາຫາລື ກ່ຽວກັບສະຖານະການຂອງສື່ມວນຊົນ ແລະ ການລາຍງານຂ່າວຂອງທັງສອງປະເທດ ລວມເຖິງກິດຈະກໍາ ທີ່ຕ້ອງປະຕິບັດຮ່ວມກັນໃນ 2 ປີຕໍ່ໜ້າ; ຜູ້ຕາງໜ້າຂອງທັງສອງສະ ມາຄົມ ໄດ້ສະແດງເຖິງມິດຕະພາບ ແລະ ຄວາມສໍາພັນທີ່ດີ ຕໍ່ກັນທີ່ເຕັມໄປດ້ວຍຄວາມສາມັກຄີ, ຄວາມສະເໝີພາບ, ຄວາມເຄົາລົບຊຶ່ງກັນ ແລະ ກັນ ແລະ ຄວາມເຂົ້າ ໃຈກັນ ໂດຍຕ່າງຝ່າຍ ໄດ້ຄໍານຶງເຖິງຜົນປະໂຫຍດຂອງທັງ 2 ປະເທດ ໄດ້ຮັບຫຼາຍທີ່ສຸດຮ່ວມກັນ; ດ້ວຍເຫດນີ້, ຜູ້ຕາງໜ້າຂອງ ສຂລ ແລະ ຜູ້ຕາງໜ້າຂອງ ສຂທ ຈຶ່ງໄດ້ເຮັດບົດບັນທຶກຄວາມເຂົ້າໃຈຮ່ວມກັນ ເພື່ອຮັດແໜ້ນ, ສົ່ງເສີມແລະ ເສີມຂະຫຍາຍຄວາມສໍາພັນ ທີ່ດີຕໍ່ກັນ ເພື່ອຢືນຢັນວ່າທັງສອງສະມາຄົມຈະມີການຮ່ວມມືກັນໃນການຈັດ ຕັ້ງປະຕິບັດນັບແຕ່ວັນທີ 01.02. 2022 ຫາ ວັນທີ 31.12.2023. ບົດບັນທຶກຄວາມເຂົ້າໃຈ ຊີ້ອອກວ່າ: ສຂລ ແລະ ສຂທ ຈະໄດ້ມີການແລກປ່ຽນຂໍ້ມູນສະຖານະ ການ, ການເຄື່ອນໄຫວຫຼ້າສຸດຂອງທັງສອງສະມາຄົມ ແລະຕິດຕາມຄວາມຄືບໜ້າຂອງກິດຈະກໍາ ຕ່າງໆ ທີ່ຮ່ວມກັນລົງນາມໃນບົດບັນທຶກຄວາມເຂົ້າໃຈໃນໂອກາດການພົບ ປະກັນຄັ້ງທີ່ຜ່ານມາເມື່ອວັນທີ 11.02.2021 ຜ່ານລະບົບສື່ອີເລັກໂຕຣນິກ; 2 ສະມາຄົມນັກຂ່າວຍັງຄົງຢືນຢັນທີ່ຈະພັດທະນາ, ຮ່ວມ ມື, ປະສານການຮ່ວມມືດ້ານການຝຶກອົບຮົມ ແລະ ສໍາມະນາເພື່ອຖອດຖອນບົດຮຽນຮ່ວມກັນກ່ຽວກັບສື່ໃໝ່ (NEW MEDIA) ລວມເຖິງຂໍ້ມູນດ້ານເຕັກໂນໂລຊີແຫ່ງຂໍ້ມູນຂ່າວ ສານ (IT) ໃນລະດັບຜູ້ບໍລິຫານອົງການສື່ມວນຊົນ; ສຂລ ແລະ ສຂທ ຍິນດີທີ່ຈະພັດທະນາການຮ່ວມມືໃນການປະ ຕິບັດງານຮ່ວມກັນ ໂດຍຈະມີການຈັດຝຶກອົບຮົມດ້ານການຂ່າວໃຫ້ນັກຂ່າວລາວ ທີ່ປະຕິບັດງານຢູ່ຕາມທ້ອງຖິ່ນຕ່າງໆຂອງ ສປປ ລາວ ອີກຕື່ມ; 2 ສະມາຄົມນັກຂ່າວຍິນດີໃຫ້ຄໍາແນະນໍາສະໜັບສະໜູນການຫາຂໍ້ມູນໃນກໍລະນີ ທີ່ສື່ມວນຊົນຂອງທັງສອງປະເທດເຂົ້າມາ ຫຼື ອອກໄປປະ ຕິບັດໜ້າທີ່ວຽກງານຂ່າວ ຢູ່ປະ ເທດໄທ ແລະ ສປປ ລາວ ຕາມທີ່ມີ ການປະສານຫາກັນລະຫວ່າງ 2 ສະມາຄົມນັກຂ່າວ; ພ້ອມນັ້ນ, ຍັງເຫັນດີເປັນເອກະພາບໃນການສືບຕໍ່ເລັ່ງປັບປຸງເນື້ອໃນປຶ້ມຄູ່ມືສື່ມວນຊົນ ລາວ-ໄທ ແລະໄທ-ລາວ ໂດຍຜະລິດໃນຮູບແບບ E-book ເຜີຍແຜ່ທາງເວັບໄຊ ຫຼື Facebook ຂອງແຕ່ລະສະມາຄົມ ແລະ ໃຫ້ມີ ການປັບປຸງໃຫ້ທັນສະໄໝ ເປັນແຕ່ລະໄລຍະ ຕາມຄວາມເໝາະ ສົມ; 2 ສະມາຄົມນັກຂ່າວ ມີຄວາມເຫັນເປັນເອກະພາບໃຫ້ມີການປະ ສານຄວາມສໍາພັນໃນພາລະກິດສື່ ໃນລະດັບນາໆຊາດ ຊຶ່ງລວມເຖິງການຂັບເຄື່ອນໃນຖານະສະມາຊິກຂອງສະມາພັນນັກຂ່າວນັກໜັງສື ພິມແຫ່ງອາຊຽນ; 2 ສະມາຄົມນັກຂ່າວ ຢືນຢັນຈະ ມີການແລກປ່ຽນຄະນະຜູ້ແທນລະ ຫວ່າງສອງສະມາຄົມຢ່າງໜ້ອຍປີລະ 1 ຄັ້ງ ເພື່ອໃຫ້ມີການແລກປ່ຽນ ປະສົບການ ແລະ ການປຶກສາຫາລືໃນລາຍລະອຽດຕ່າງໆທີ່ຈະເປັນການຊ່ວຍສົ່ງເສີມຄວາມສໍາພັນອັນດີຂອງນັກໜັງສືພິມ ແລະ ສື່ມວນຊົນຂອງທັງ 2 ປະເທດ; ລາຍລະອຽດການດໍາເນີນການໃຫ້ເປັນໄປຕາມຂໍ້ຕົກລົງ ທີ່ລົງນາມຮ່ວມກັນກ່ອນໜ້ານີ້ແລະໃນປີ 2022 ຄະນະ ຜູ້ແທນ ສຂລຈະເດີນທາງໄປຢ້ຽມ ຢາມປະເທດໄທ ແລະ ໃນປີ 2023 ຄະນະຜູ້ແທນ ສຂທ ຈະເດີນທາງມາຢ້ຽມຢາມ ສປປ ລາວ; ເຖິງຢ່າງ ໃດກໍ່ຕາມ, ຖ້າມີອຸປະສັກ ທີ່ເຮັດໃຫ້ການເດີນທາງ ລະຫວ່າງປະເທດບໍ່ສາມາດປະຕິບັດໄດ້, ທັງສອງຝ່າຍຍິນດີໃຫ້ການສະໜັບສະໜູນກອງປະຊຸມ, ສໍາມະນາ ຫຼື ຝຶກອົບຮົມໃນຮູບແບບຜ່ານສື່ອີເລັກໂຕຣນິກ ຫຼືຮູບແບບປະສົມປະສານລະຫວ່າງການຈັດຝຶກອົບຮົມໃນ ສະຖານທີ່ ແລະ ຮູບແບບຜ່ານສື່ອີເລັກໂຕຣນິກ ເພື່ອຂະ ຫຍາຍໂອກາດຂອງສື່ມວນຊົນຂອງທັງ 2 ປະເທດໃນການແລກປ່ຽນບົດຮຽນ ລະຫວ່າງກັນ; ພ້ອມດຽວກັນນັ້ນ, 2 ສະມາ ຄົມນັກຂ່າວ ຍັງຢືນຢັນຮ່ວມມືກັນໃນການສົ່ງເສີມການຍົກລະດັບດ້ານວິຊາຊີບໃຫ້ແກ່ນັກຂ່າວນັກໜັງສືພິມຂອງທັງ 2 ປະເທດ ໂດຍຜ່ານຫຼັກສູດຝຶກອົບຮົມວິຊາຊີບ ແລະທັດສະນະສຶກສາເບິ່ງວຽກງານຕົວຈິງດ້ານສື່ມວນຊົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ