ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທ່ານ ພັນຄຳ ວິພາວັນ ເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ-ອາເມຣິກາ ສະໄໝພິເສດ
ເວລາອອກຂ່າວ: 2022-05-16 09:35:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 554 | ຄວາມນິຍົມ:



ທ່ານ ພັນຄຳ ວິພາວັນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ- ອາເມຣິກາ ສະໄໝພິເສດ ໃນວັນທີ 12-13 ພຶດສະພາ 2022 ທີ່ວໍ ຊິງຕັນ ດີຊີ, ສະຫະລັດອາເມຣິກາ, ເຊິ່ງການເຂົ້າຮ່ວມກອງປະຊຸມ ຄັ້ງນີ້ ທ່ານ ພັນຄໍາ ວິພາວັນ ໄດ້ ພົບປະປຶກສາຫາລືກັບ ທ່ານ ໂຈ ໄບເດັນ, ປະທານາທິບໍດີ ແລະ ທ່ານ ນາງ ຄາມາລາ ແຮຣິດສ໌, ຮອງປະທານາທິບໍດີ ແຫ່ງ ສະ ຫະລັດ ອາເມຣິກາ ແລະ ບັນດາ ລັດຖະມົນຕີຂະແໜງການທີ່ກ່ຽວ ຂ້ອງຂອງອາເມຣິກາ. ໃນການ ພົບປະກັບຮອງປະທານາທິບໍດີ ທ່ານ ນາງ ຄາມາລາ ແຮຣິດສ໌ ແລະ ບັນດາລັດຖະມົນຕີຂອງ ອາເມຣິກາ, ທັງສອງຝ່າຍໄດ້ ພ້ອມກັນທົບທວນຄືນການຮ່ວມ ມືອາຊຽນ-ອາເມຣິກາ ໃນໄລຍະ ຜ່ານມາ, ພ້ອມທັງແລກປ່ຽນທັດ ສະນະກ່ຽວກັບຂົງເຂດສາທາລະ ນະສຸກ, ການປ່ຽນແປງສະພາບ ດິນຟ້າອາກາດ, ການຫັນໄປສູ່ພະ ລັງງານສະອາດ ແລະ ການພັດ ທະນາພື້ນຖານໂຄງລ່າງແບບ ຍືນຍົງ. ໃນຂົງເຂດສາທາລະນະສຸກ, ສອງຝ່າຍເຫັນດີຮັດແໜ້ນການ ຮ່ວມມືເພື່ອຄວບຄຸມ ແລະ ສະກັດ ກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ກໍຄືພະຍາດລະບາດທີ່ອາດເກີດຂຶ້ນໃໝ່ໃນອະນາຄົດ. ບັນດາຜູ້ນຳອາຊຽນ ສະແດງ ຄວາມຊົມເຊີຍຕໍ່ການຊ່ວຍເຫຼືອ ຂອງອາເມຣິກາ ໃນການຮັບມືກັບ ການແຜ່ລະບາດຂອງພະຍາດ ໂຄວິດ-19 ໂດຍຜ່ານການປະ ກອບສ່ວນເຂົ້າໃນກອງທຶນອາ ຊຽນ ເພື່ອຕອບໂຕ້ພະຍາດ ໂຄ ວິດ-19 ແລະ ການຊ່ວຍເຫຼືອດ້ານ ທຶນຮອນ, ວັກຊີນ ແລະ ອຸປະກອນ ການແພດໃຫ້ແກ່ບັນດາປະເທດ ອາຊຽນ ໂດຍຜ່ານຂອບສອງຝ່າຍ ແລະ ຫຼາຍຝ່າຍ. ອາເມຣິກາ ຢືນ ຢັນຈະສືບຕໍ່ຊ່ວຍເຫຼືອອາຊຽນ ເພື່ອສ້າງຂີດຄວາມເຂັ້ມແຂງ ດ້ານສາທາລະນະສຸກ ເພື່ອຟື້ນຕົວ ທາງດ້ານເສດຖະກິດຈາກການ ແຜ່ລະບາດ ແລະ ສົ່ງເສີມຄວາມ ໝັ້ນຄົງດ້ານສຸຂະພາບ. ທ່ານນາ ຍົກລັດຖະມົນຕີ ພັນຄຳ ວິພາວັນ ຖືໂອກາດນີ້ ສະແດງຄວາມຂອບ ໃຈຕໍ່ລັດຖະບານອາເມຣິກາທີ່ໄດ້ ໃຫ້ການຊ່ວຍເຫຼືອທັງວັກຊີນ ແລະ ອຸປະກອນການແພດໃຫ້ແກ່ ບັນດາປະເທດອາຊຽນ ລວມທັງ ສປປ ລາວ ພ້ອມທັງສະເໜີໃຫ້ ອາຊຽນ ແລະ ອາເມຣິກາ ເພີ່ມ ທະວີການຮ່ວມມືໃນການຄົ້ນ ຄວ້າ ແລະ ຜະລິດວັກຊີນ ແລະ ຢາປິ່ນປົວພະຍາດ ໂຄວິດ-19 ແລະ ຢາປົວພະຍາດ ເພື່ອຮັບປະ ກັນການສະໜອງວັກຊີນຕ້ານ ໂຄ ວິດ-19 ຢູ່ພາກພື້ນອາຊຽນໃຫ້ ທົ່ວເຖິງ, ພຽງພໍ ແລະ ສະເໝີພາບ. ນອກນັ້ນ, ກໍຊຸກຍູ້ໃຫ້ອາເມຣິກາ ສະໜັບສະໜູນແຜນວຽກຟື້ນຟູຮອບດ້ານອາຊຽນ ແລະ ສືບຕໍ່ ເພີ່ມທະວີການຮ່ວມມືໃນການ ເຊື່ອມຈອດເສດຖະກິດພາກພື້ນ ໃຫ້ມີຄວາມຍືນຍົງ, ຮັບປະກັນ ຕ່ອງໂສ້ການຜະລິດໃຫ້ມີຄວາມ ໂລ່ງລ່ຽນ, ສົ່ງເສີມຈຸລະວິສາຫະ ກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ຊຸກຍູ້ການ ຫັນເປັນດີຈິຕອນ ແລະ ອໍານວຍ ຄວາມສະດວກທາງດ້ານການ ຄ້າ, ການລົງທຶນ ແລະ ການບໍລິ ການໃຫ້ມີປະສິດທິພາບ. ໃນດ້ານການປ່ຽນແປງສະ ພາບດິນຟ້າອາກາດ, ອາຊຽນ ແລະ ອາເມຣິກາ ຢໍ້າຄືນຄວາມ ໝາຍໝັ້ນຕໍ່ການປະຕິບັດພັນທະ ຂອງຕົນ ພາຍໃຕ້ສົນທິສັນຍາປາ ຣີ ວ່າດ້ວຍ ການປ່ຽນແປງດິນຟ້າ ອາກາດ. ອາເມຣິກາ ຢືນຢັນຈະ ສະໜັບສະໜູນອາຊຽນ ເພື່ອສ້າງ ຄວາມເຂັ້ມໃນການຮັບມື ແລະ ປັບ ຕົວເຂົ້າກັບການປ່ຽນແປງຂອງ ດິນຟ້າອາກາດ ເປັນຕົ້ນແມ່ນບັນ ດາລະດັບນ້ຳທະເລເພີ່ມຂຶ້ນ, ໄພ ນໍ້າຖ້ວມ, ໄພແຫ້ງແລ້ງ ແລະ ໄພ ພິບັດອື່ນໆ. ກ່ຽວກັບການຫັນ ປ່ຽນໄປສູ່ພະລັງງານສະອາດ ແລະ ຄວາມເຂັ້ມແຂງດ້ານພະລັງ ງານ, ສອງຝ່າຍເຫັນດີຮ່ວມມື ເພື່ອສົ່ງເສີມການນຳໃຊ້ພະລັງ ງານທົດແທນ ໂດຍການມີສ່ວນ ຮ່ວມຂອງພາກລັດ-ພາກເອກະ ຊົນ, ການນຳໃຊ້ເຕັກໂນໂລຊີທັນ ສະໄໝ ແລະ ການສົ່ງເສີມຕານ່າງ ໄຟຟ້າອາຊຽນ. ສຳລັບການຮ່ວມມືດ້ານພື້ນຖານໂຄງລ່າງ, ສອງ ຝ່າຍເຫັນດີເພີ່ມທະວີການເຊື່ອມ ຈອດໃນທຸກດ້ານເຊັ່ນ: ທາງທະ ເລ, ທາງບົກ ແລະ ທາງອາກາດ. ບັນດາຜູ້ນຳອາຊຽນ ໄດ້ພົບປະ ກັບທ່ານ ໂຈ ໄບເດັນ ປະທານາ ທິບໍດີ ແຫ່ງ ສະຫະລັດ ອາເມຣິ ກາ ໂດຍໄດ້ແລກປ່ຽນທັດສະນະ ກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ. ໃນກອງປະຊຸມ ສຸດຍອດຄັ້ງນີ້, ຜູ້ນຳອາຊຽນ ແລະ ອາເມຣິກາ ໄດ້ເຫັນດີໃນດ້ານຫຼັກ ການຍົກລະດັບການພົວພັນອາ ຊຽນ-ອາເມຣິກາ ຂຶ້ນເປັນຄູ່ຮ່ວມ ຍຸດທະສາດຮອບດ້ານ, ເຊິ່ງຈະຮັບ ຮອງເອົາຢ່າງເປັນທາງການ ໃນ ໂອກາດກອງປະຊຸມສຸດຍອດ ອາຊຽນ-ອາເມຣິກາ ຄັ້ງທີ 10 ທີ່ຈະຈັດຂຶ້ນໃນເດືອນພະຈິກ 2022. ໃນໂອກາດນີ້, ຜູ້ນຳອາ ຊຽນ ແລະ ອາເມຣິກາ ໄດ້ຮັບຮອງ ເອົາຖະແຫຼງການວິໄສທັດຮ່ວມ ອາຊຽນ-ອາເມຣິກາ ເພື່ອເປັນພື້ນຖານໃຫ້ແກ່ການຮ່ວມມືໃນຕໍ່ໜ້າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ