ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ຕ້ອນຮັບທີ່ປຶກສາທູດປ້ອງກັນຊາດ ອາເມຣິກາ ປະຈຳ ລາວ
ເວລາອອກຂ່າວ: 2022-05-16 09:22:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 100 | ຄວາມນິຍົມ:



ວັນທີ 11 ພຶດສະພາ 2022 ນີ້, ຢູ່ທີ່ກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ, ທ່ານ ພົນຈັດຕະວາ ສາຍໃຈ ກົມມະສິດ ຫົວໜ້າຫ້ອງວ່າການກະຊວງ ປ້ອງກັນປະເທດ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ພັນໂທ ໂຈຊົວ ໂຮລິ ເກດສ ທີ່ປຶກສາທູດປ້ອງກັນຊາດ ອາເມຣິກາ ປະຈຳ ສປປ ລາວ. ໂອກາດນີ້, ທັງສອງຝ່າຍໄດ້ ປຶກສາຫາລືບັນຫາຕ່າງໆ ແລະ ຍົກໃຫ້ເຫັນໝາກຜົນການພົວ ພັນຮ່ວມມືເຊິ່ງກັນ ແລະ ກັນລະ ຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ສະຫະລັດອາເມຣິກາ ໃນຜ່ານມາເປັນຕົ້ນແມ່ນການ ເກັບກູ້ລະເບີດທີ່ບໍ່ທັນແຕກປາງ ສົງຄາມຢູ່ໃນລາວ, ການຂຸດຄົ້ນ ກະດູກທະຫານອາເມຣິກາ ທີ່ ຫາຍສາບສູນໃນປາງສົງຄາມ ຢູ່ ລາວ, ປຶກສາຫາລືດ້ານວຽກ ງານຕ້ານໄພພິບັດທາງທຳມະ ຊາດ, ການຮ່ວມມືດ້ານວຽກງານ ມະນຸດສະທຳ, ດ້ານສາທາລະນາ ສຸກ ແລະ ບັນຫາອື່ນໆອີກຈຳ ນວນໜຶ່ງ, ອັນເປັນການປະກອບ ສ່ວນເຂົ້າໃນການຊຸກຍູ້ສົ່ງເສີມ ສາຍພົວພັນຮ່ວມມືລະຫວ່າງສປປ ລາວ - ສະຫະລັດອາເມຣິກາ ໃຫ້ດີຍິ່ງໆຂຶ້ນ. ທ່ານ ພົນຈັດຕະວາ ສາຍ ໃຈ ກົມມະສິດ ໄດ້ສະແດງຄວາມ ຂອບໃຈຕໍ່ ທ່ານ ພັນໂທ ໂຈຊົວ ໂຮລິເກດສ ທີ່ໄດ້ເອົາໃຈໃສ່ຊ່ວຍເຫຼືອດ້ານຕ່າງໆໃຫ້ແກ່ກອງທັບ ປະຊາຊົນລາວ ແລະ ປະກອບສ່ວນ ເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ສອງກອງທັບ ລາວ-ອາເມຣິກາ ໃຫ້ນັບມື້ດີຂຶ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ