ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຊັນສັນຍາ ປັບປຸງຈັດວາງສະແດງວັດຖຸກໍາ ຫໍພິພິທະພັນປະຫວັດສາດ ກອງທັບ
ເວລາອອກຂ່າວ: 2022-05-13 09:16:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 420 | ຄວາມນິຍົມ:



ວັນທີ 12 ພຶດສະພາ 2022 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ ໄດ້ມີພິທີເຊັນສັນຍາໂຄງການປັບປຸງຈັດວາງສະແດງວັດຖຸ ກໍາ ຫໍພິພິທະພັນປະຫວັດສາດ ກອງທັບປະຊາຊົນລາວ ລະ ຫວ່າງກົມໃຫຍ່ການເມືອງກອງ ທັບ (ເຈົ້າຂອງໂຄງການ) ແລະ ບໍລິສັດລາວີນາໂກ 36 ຈໍາກັດຜູ້ ດຽວ (ຜູ້ຮັບເໝົາກໍ່ສ່າງ), ໂດຍ ເປັນກຽດເຂົ້າຮ່ວມຂອງສະຫາຍ ພົນຕີ ວົງຄໍາ ພົມມະກອນ ກໍາມະ ການສູນກາງພັກ, ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ, ສະຫາຍ ພົນຕີ ສອນທອງ ພົມ ລາວົງ ກໍາມະການຄະນະປະຈໍາ ພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ, ສະຫາຍ ຫວີງດຶກມີງ ປະທານບໍລິສັດ ລາວີນາໂກ 36 ຈໍາກັດຜູ້ດຽວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ. ສະຫາຍ ພັນໂທ ວົງທອງ ອິນ ທະວົງ ຫົວໜ້າພະແນກກໍ່ສ້າງ ຫ້ອງການບໍລິຫານ ກົມໃຫຍ່ ການເມືອງກອງທັບ ຜ່ານສັນ ຍາຮັບເໝົາກໍ່ສ້າງຂອງກະຊວງ ປ້ອງກັນປະເທດ: ໂດຍເຈົ້າ ຂອງໂຄງການຕົກລົງເຫັນດີ ມອບໂຄງການປັບປຸງຈັດວາງ ສະແດງວັດຖຸກໍາ ຫໍພິພິທະພັນ ປະຫວັດສາດກອງທັບປະຊາ ຊົນລາວໃຫ້ຝ່າຍຮັບເໝົາກໍ່ສ້າງ ເປັນຜູ້ຄຸ້ມຄອງ ແລະ ຈັດຕັ້ງປະ ຕິບັດຕັ້ງແຕ່ຕົ້ນຈົນສໍາເລັດ 100% ດ້ວຍເງິນຊ່ວຍເຫຼືອລ້າ ຂອງລັດຖະບານ ສສ ຫວຽດ ນາມ ແລະ ຝ່າຍຮັບເໝົາກໍ່ສ້າງ ກໍເຫັນດີດໍາເນີນການກໍ່ສ້າງຕາມ ແຜນຜັງ ແລະ ເຕັກນິກ, ຄິດໄລ່ ມູນຄ່າການກໍ່ສ້າງ ເຊິ່ງໄດ້ຜ່ານ ການກວດກາຮັບຮອງຈາກພະ ແນກກໍ່ສ້າງ-ຄຸ້ມຄອງຊັບສິນ ແລະ ເຊັນ ຢັ້ງຢືນຈາກກົມໃຫຍ່ການ ເມືອງກອງທັບ. ທັງສອງຝ່າຍ ເຫັນດີເປັນເອກະພາບຮ່ວມ ກັນ ຄິດໄລ່ມູນຄ່າຕາມທີ່ກົມ ໃຫຍ່ການເມືອງກອງທັບເຊັນ ອະນຸມັດ, ລວມມູນຄ່າທັງໝົດ ຄິດໄລ່ເປັນຈໍານວນເງິນ 27.225.881.151 ດົ້ງ ( ສະກຸນ ເງິນຫວຽດນາມ), ສ່ວນໄລຍະ ເວລາໃນການປະຕິບັດແມ່ນ 12 ເດືອນ, ນັບແຕ່ເດືອນ ມິຖຸນາ 2022 ຫາ ເດືອນ ມີຖຸນາ 2023.ໃຫ້ສໍາເລັດຕາມແຜນການທີ່ທັງສອງຝ່າຍເຫັນດີຮ່ວມກັນອະນຸມັດ, ຕາງໜ້າກົມໃຫຍ່ການເມືອງ ກອງທັບ ລົງນາມເຊັນສັນຍາ ໂດຍ ສະຫາຍ ພົນຕີ ສອນທອງ ພົມລາວົງ (ເຈົ້າຂອງໂຄງການ) ແລະ ສະຫາຍ ດວານມິງຮວິງ ຮອງປະທານບໍລິສັດ ລາວີນາໂກ 36 ຈໍາກັດຜູ້ດຽວ (ຜູ້ຮັບເໝົາ ກໍ່ສ້າງ). ໂດຍຊ່ອງໜ້າຄະນະນໍາ ທັງສອງພາກສ່ວນເປັນສັກຂີ່ພິ ຍານ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ